(vovworld) - ພ້ອມກັບຊາວກະສີກອນ, ບັນດາວິສາຫະກິດ, ນັກທຸລະກິດ ກໍ່ມີບົດບາດສຳຄັນໃນການກໍ່ສ້າງຊົນນະບົດໃໝ່ຢູ່ຫວຽດນາມ. ນັບແຕ່ຫວຽດນາມ ຜັນຂະຫຍາຍການກໍ່ສ້າງຊົນນະບົດໃໝ່ມາຮອດປະຈຸບັນ, ບໍລິສັດໃຫຍ່ຫຸ້ນສ່ວນອຸປະກອນກະສີກຳເງ້ອານ, ຫົວໜ່ວຍວິລະຊົນແຮງງານ, ແມ່ນວິສາຫະກິດທີ່ມີຄວາມຕັ້ງໜ້າໃນການໜູນຊ່ວຍຊາວກະສີກອນກໍ່ສ້າງທົ່ງນາຂະໜາດໃຫຍ່, ນຳໃຊ້ວິທະຍາສາດເຕັກໂນໂລຢີເຂົ້າໃນການຜະລິດກະສີກຳ. ເຊີນທ່ານຮັບຟັງບົດຂຽນຂອງນັກຂ່າວ ທູຮວາ ທີ່ມີຫົວຂໍ້ວ່າ: ”ບໍລິສັດໃຫຍ່ຫຸ້ນສ່ວນອຸປະ ກອນກະສີກຳເງ້ອານ, ວິສາຫະກິດເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່”.

ບໍລິສັດໃຫຍ່ຫຸ້ນສ່ວນອຸປະກອນກະສີກຳເງ້ອານ ເຄື່ອນໄຫວໃນຂົງເຂດກະສີກຳນັບແຕ່ປີ 1960 ມາຮອດປະຈຸບັນ. ເມື່ອມີແຜນນະໂຍບາຍກໍ່ສ້າງຊົນນະບົດໃໝ່ກ່ອນນີ້ 5 ປີ, ທາງບໍລິສັດໃຫຍ່ໄດ້ຜັນຂະຫຍາຍນະໂຍບາຍກໍ່ສ້າງຊົນນະບົດໃໝ່ຢ່າງວ່ອງໄວ, ຜ່ານການລົງທຶນກໍ່ສ້າງທົ່ງນາຂະໜາດໃຫຍ່, ນຳໃຊ້ຝຸ່ນເຄມີ, ແນວພັນໃໝ່ ແລະ ຈຳໜ່າຍຜະລິດຕະພັນໃຫ້ແກ່ຊາວກະສີກອນ. ທ່ານ ເຈືອງວັນຮ່ຽນ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນອຸປະກອນກະສີກຳເງ້ອານ, ໃຫ້ຮູ້ວ່າ:
”ມາຮອດປະຈຸບັນ, ທາງບໍລິສັດໃຫຍ່ໄດ້ຜັນຂະຫຍາຍການກໍ່ສ້າງທົ່ງນາຂະໜາດໃຫຍ່ຢູ່ເງ້ອານ, ຮ່າຕິງ, ບິ່ງດິ້ງ, ດັກລັກ, ຢາລາຍ ແລະ ນຳໃຊ້ຄວາມກ້າວໜ້າໃນການຜະລິດກະສີກຳຄື: ໃຊ້ຝຸ່ນ, ແນວພັນປູກປະເພດດຽວ, ດັ່ງນັ້ນ ການຜະລິດຂອງຊາວກະສີກອນຈຶ່ງບັນລຸປະສິດທິຜົນສູງ ແລະ ຮູບແບບການຜະລິດນີ້ໄດ້ຮັບການຕີລາຄາສູງຈາກທ້ອງຖີ່ນຕ່າງໆ”.

ກ່ອນທີ່ກໍ່ສ້າງທົ່ງນາຂະໜາດໃຫຍ່, ຊາວກະສີກອນຢູ່ທ້ອງຖີ່ນເຫຼົ່ານັ້ນເຄີຍຜະລິດແບບກະແຈກກະຈາຍ, ບໍ່ມີຈຸດສຸມ. ໃນທົ່ງນາແຫ່ງໜຶ່ງເຂົາເຈົ້າປູກເຂົ້າຫຼາຍແນວ, ໃສ່ຝຸ່ນຫຼາຍປະເພດ, ດັ່ງນັ້ນຕົ້ນເຂົ້າຈຶ່ງຖືກສັດຕູພືດ. ເມື່ອກໍ່ສ້າງທົ່ງນາຂະໜາດໃຫຍ່, ນຳໃຊ້ວິທະຍາສາດເຕັກນິກທີ່ກ້າວໜ້າ, ນຳໃຊ້ຝຸ່ນ ແລະ ແນວພັນປະເພດດຽວ, ສະພາບສັດຕູພືດກໍ່ຫຼຸດລົງ, ສະມັດຕະພາບການຜະລິດເພີ່ມຂຶ້ນ ແລະ ການຈຳໜ່າຍຜະລິດຕະພັນກໍ່ສະດວກສະບາຍ. ເພື່ອບັນລຸໄດ້ຜົນງານຄືໃນປະຈຸບັນ, ທາງບໍລິສັດໃຫຍ່ຕ້ອງເດັດດຽວປະຕິບັດນະໂຍບາຍລົງທຶນເພື່ອຊາວກະສີກອນ. ທ່ານ ເຈືອງວັນຮ່ຽນ, ເນັ້ນໜັກວ່າ:
”ຢາກເຮັດໄດ້, ກ່ອນອື່ນໝົດວິສາຫະກິດຕ້ອງລົງທຶນ ແລະ ຕ້ອງຖືຜົນ ປະໂຫຍດຂອງຊາວກະສີກອນເປັນ ຕົ້ນ. ເມື່ອກໍ່ສ້າງທົ່ງນາຂະໜາດໃຫຍ່, ພວກເຮົາໄດ້ໃຫ້ຊາວກະສີກອນກູ້ຢືມຝຸ່ນ, ແນວພັນ, ຮັບປະກັນສະມັດຕະພາບ ແລະ ການຊື້ຜະລິດຕະພັນກໍ່ເພີ່ມຂຶ້ນແຕ່ 10-20% ມູນຄ່າຜະລິດຕະພັນ. ນອກນັ້ນ, ພວກເຮົາກໍ່ຕ້ອງຊອກຫາບັນດາຜະລິດຕະພັນ, ແນວພັນ, ຝຸ່ນທີ່ຮັບປະກັນຄຸນນະພາບສູງ, ແລະ ສ້າງເງື່ອນໄຂສະດວກໃຫ້ຊາວກະສີກອນຈຳ ໜ່າຍຜະລິດຕະພັນອີກ”.
ຈາກຄວາມຈິງ, ນັກທຸລະກິດຕັ້ງໜ້າເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່, ທ່ານ ເຈືອງວັນຮ່ຽນ, ວິລະຊົນແຮງ ງານໄລຍະປ່ຽນແປງໃໝ່, ຖືວ່າ, ບັນດານັກທຸລະກິດ, ວິສາຫະກິດແມ່ນກຳລັງສຳຄັນທີ່ຂາດບໍ່ໄດ້ໃນກິດຈະການ ກໍ່ສ້າງຊົນນະບົດໃໝ່.
”ຕ້ອງຢືນຢັນວ່າ, ຢາກກໍ່ສ້າງຊົນນະບົດໃໝ່ ແມ່ນຕ້ອງມີການເຂົ້າຮ່ວມຂອງບັນດາວິສາຫະກິດ. ຍ້ອນວ່າຊາວກະສີກອນບໍ່ມີທຶນ, ບໍ່ມີວິທະຍາສາດ, ເຕັກນິກເພື່ອຜັນຂະຫຍາຍ. ຢາກມີທຶນ, ມີວິທະຍາສາດເຕັກນິກ ແມ່ນຕ້ອງມີວິສາຫະກິດຈຶ່ງສາມາດຜັນຂະຫຍາຍໄດ້. ຜ່ານການກໍ່ສ້າງທົ່ງນາຂະໜາດໃຫຍ່, ພວກຂ້າພະເຈົ້າສາມາດຢືນຢັນວ່າ, ຢາກກໍ່ສ້າງຊົນນະບົດໃໝ່, ວິສາຫະກິດຕ້ອງນຳໜ້າຈຶ່ງນຳມາເຊິ່ງປະສິດທິຜົນໄດ້”.

ຈາກຜົນງານທີ່ໄດ້ຮັບໃນທົ່ງນາຂະໜາດໃຫຍ່, ບໍລິສັດໃຫຍ່ຫຸ້ນສ່ວນອຸປະກອນກະສີກຳເງ້ອານ ໄດ້ໜູນຊ່ວຍຊາວກະສີກອນຍົກສູງຄູນຄ່າໃນເນື້ອທີ່ປູກສາລີ, ມັນດ້າງ, ມັນຕົ້ນ, ອ້ອຍອີກດ້ວຍ.
ບໍ່ພຽງແຕ່ສະໜອງຝຸ່ນ, ແນວພັນປູກ ແລະ ບັນດາຜະລິດຕະພັນບໍລິການໃນຂົງເຂດກະສີກຳເທົ່ານັ້ນ, ບໍລິສັດໃຫຍ່ຫຸ້ນສ່ວນອຸປະກອນກະສີກຳເງ້ອານ ຍັງຕັ້ງໜ້າເຂົ້າຮ່ວມກິດຈະການກໍ່ສ້າງຊົນນະບົດໃໝ່ຢູ່ຫວຽດນາມ ດ້ວຍການສົມທົບກັບຊາວກະສີກອນກໍ່ສ້າງທົ່ງນາຂະໜາດໃຫຍ່, ໃນນັ້ນຕ້ອງຕັ້ງໜ້ານຳໃຊ້ຄວາມກ້າວໜ້າດ້ານວິທະຍາສາດເຕັກນິກ ເພື່ອຍົກສູງຄຸນຄ່າການຜະລິດໃນເນື້ອທີ່ປູກຝັງ. ການເຄື່ອນໄຫວຂອງບໍລິສັດໃຫຍ່ໄດ້ຮັບຖືວ່າແມ່ນຮູບແບບທີ່ດີເດັ່ນກ່ຽວກັບເລື່ອງວິສາຫະກິດເຂົ້າຮ່ວມກິດຈະການກໍ່ສ້າງຊົນນະບົດໃໝ່ຢ່າງມີປະສິດທິຜົນໃນປະຈຸບັນ.




