logo

ບາດ​ກ້າວ​ໃຫຍ່​ສຳ​ລັບ​ເຂດ​ກະ​ເສດ​ຈຸດ​ສຸມ ເດີນ​ເຢືອງ, ແຂວງ ເລິມ​ດົ່ງ

2026/3/8 | 15:59:00
(VOVWORLD) - ຈາກບັນດາເນື້ອທີ່ປູກຜັກທີ່ໝູນໃຊ້ເຕັກໂລໂນຢີສູງຕະຫຼອດຮອດບັນດາຮູບແບບຮ່ວມສຳພັນກັນຜະລິດ, ປຸງແຕ່ງ, ໂຄງການສ້າງຊົນນະບົດໃໝ່ ໄດ້ ແລະ ພວມເຮັດໃຫ້ປ່ຽນແປງໂສມໜ້າຂອງເຂດປູກຜັກ ເດີນເຢືອງ, ແຂວງ ເລິມດົ່ງ ຢ່າງຈະແຈ້ງ.ປະຊາຊົນຢູ່ເຂດດັ່ງກ່າວໄດ້ກາຍເປັນເຈົ້າກຳໃນວິວັດທະນາການພັດທະນາຢ່າງແທ້ຈິງ, ນຳຂະແໜງກະສິກຳເຂົ້າຮ່ວມລະບົບມູນຄ່າ ແລະ ຍົກສູງລາຍຮັບ ແລະ ຄຸນນະພາບການດຳລົງຊີວິດຂອງປະຊາຊົນຂຶ້ນເທື່ອລະກ້າວ.
ຊາວກະສິກອນ ເກັບຜັກສະຫຼາດທີ່ໄດ້ປູກໃນເຮືອນຮົ່ມ (ພາບ: VOV)

ຢູ່ຕາແສງ ເດີນເຢືອງ, ແຂວງ ເລີມດົ່ງ, ຮູບພາບຊາວກະສິກອນເກັບກ່ຽວ, ປຸງແຕ່ງຜັກສະອາດໃນຂັ້ນຕົ້ນຢູ່ບັນດາເນື້ອທີ່ປູກຜັກໃນຮົ່ມໄດ້ກາຍເປັນຄວາມຄຸ້ນເຄີຍທີ່ສຸດແລ້ວ.

ໂດຍເປັນຜູ້ທີ່ມີການຜູກພັນກັບການຜະລິດກະສິກຳຢູ່ທ້ອງຖິ່ນມາຫຼາຍປີ, ລຸງ ຄັກບິ່ງ, ປະຊາຊົນຢູ່ຕາແສງ ເດີຣານ(D’ran), ແຂວງ ເລິມດົ່ງ, ໃຫ້ຮູ້ວ່າ ຊາວກະສິກອນໄດ້ຮັບການສົ່ງເສີມຫັນປ່ຽນໃນການຜະລິດ, ລັດຍູ້ແຮງການສ້າງພື້ນຖານໂຄງລ່າງກະສິກຳຊົນນະບົດ ແລະ ສະໜອງສິນເຊື່ອ, ໜູນຊ່ວຍການຖ່າຍທອດວິທະຍາສາດເຕັກນິກ, ຫັນປ່ຽນໂຄງປະກອບແນວປູກ ແລະ ສັດລ້ຽງ. ຜັກ, ດອກໄມ້ທີ່ມີຄຸນນະພາບສູງ, ລ້ຽງສັດທີ່ໝູນໃຊ້ເຕັກໂນໂລຢີສູງຄ່ອຍໆໄດ້ຮັບຄວາມນິຍົມແຜ່ຫຼາຍທົ່ວໄປ. ທ່ານ ຄັກບິ່ງ, ໃຫ້ຮູ້ວ່າ:

“ພໍ່ແມ່ປະຊາຊົນພັດທະນາເສດຖະກິດໄດ້ດີຫຼາຍ. ຍ້ອນມີຄວາມສົນໃຈ, ມີການໜູນຊ່ວຍຈາກລັດສະນັ້ນ ພື້ນຖານເສດຖະກິດມີການພັດທະນາທີ່ດີກວ່າເກົ່າ. ການປູກຕົ້ນໝາກເລັ່ນ, ຜັກຊະນິດຕ່າງໆ, ໝາກເຜັດ… ໄດ້ຮັບການຜະລິດຕາມທິດກະສິກຳທີ່ໝູນໃຊ້ເຕັກໂນໂລຢີສູງ. ປັດຈຸບັນນີ້ເລີ່ມປູກດອກໄມ້ຕື່ມອີກ. ຊີວິດໃນປັດຈຸບັນພັດທະນາກວ່າເມື່ອກ່ອນ, ການດຳລົງຊີວິດຂອງພໍ່ແມ່ປະຊາຊົນກໍມີການປ່ຽນແປງຢ່າງເຫັນໄດ້ຊັດ, ເມື່ອກ່ອນແມ່ນລຳບາກຫຼາຍ”.

ການຫຸ້ມຫໍ່ຜັກສະຫຼາດທີ່ໄດ້ປູກຕາມເຕັກນິກທັນສະໄໝ

ການສ້າງຊົນນະບົດໃໝ່ຢູ່ເຂດປູກຜັກ ເດີນເຢືອງ ລວມມີ 4 ຕາແສງ ເດີນເຢືອງ, ກາໂດ, ກວາງເລິບ ແລະ ເດີຣານ ຂອງແຂວງ ເລິມດົ່ງ ພວມຕິດພັນກັບການຜະລິດອັດສະລິຍະ. ຮອດທ້າຍປີ 2025, ການປູກຜັກ ແລະ ດອກໄມ້ເຕັກໂນໂລຢີສູງກວມເອົາປະມານ 95% ເນື້ອທີ່ປູກຝັງທັງໝົດ, ມູນຄ່າການຜະລິດກະສິກຳສະເລ່ຍບັນລຸກວ່າ 220 ລ້ານດົ່ງຕໍ່ເຮັກຕາຕໍ່ປີ (ປະມານ 9.000 USD ຕໍ່ເຮັກຕາຕໍ່ປີ); ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸປະມານ 75 ລ້ານດົ່ງຕໍ່ປີ (ປະມານ 3.100 USD ຕໍ່ປີ). ບັນດາຕາແສງດັ່ງກ່າວລ້ວນແຕ່ບັນລຸມາດຕະຖານຊົນນະບົດໃໝ່ ເປັນຕົວແບບ. ທ່ານ K’Bril, ນາຍບ້ານ ກາມບູເຕ, ຕາແສງ ເດີນເຢືອງ, ແຂວງ ເລິມດົ່ງ ໃຫ້ຮູ້ວ່າ:

“ປັດຈຸບັນນີ້ ພໍ່ແມ່ຊາວກະສິກອນໄດ້ໝູນໃຊ້ຈັກໄຖໃຫຍ່, ລົງທຶນລະບົບຫົດນ້ຳອັດສະລິຍະ, ເຕັກນິກການປູກຝັງນັບມື້ນັບໄດ້ຮັບການຍົກສູງຂຶ້ນ. ຈາກນັ້ນ, ກໍປົວແປງການຫາເງິນລ້ຽງຊີບ ກໍຄືລາຍຮັບ, ຊີວິດການເປັນຢູ່ໃຫ້ນັບມື້ນັບດີຂຶ້ນ. ຈາກນັ້ນ, ໂສມໜ້າຂອງໝູ່ບ້ານເວົ້າສະເພາະ ແລະ ຕາແສງ ເວົ້າລວມກໍມີການປ່ຽນແປງຢ່າງໃຫຍ່ຫຼວງ”.

ການປູກດອກໄມ້ກໍໄດ້ໝູນໃຊ້ເຕັກໂນໂລຢີສູງເຊັ່ນດຽວກັນ

ໃນສະພາບການສັບຊ້ອນຫົວໜ່ວຍບໍລິຫານ ແລະ ເຄື່ອນໄຫວຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ, ການສຳຫຼວດ, ສ້າງເປົ້າໝາຍຊົນນະບົດໃໝ່ຄືນໃໝ່ຢູ່ບັນດາຕາແສງເຂດ ເດີນເຢືອງ ໄດ້ຮັບຖືວ່າແມ່ນໜ້າທີ່ຈຸດສຸມ. ທ່ານ ເຈິ່ນຮຸ່ງຢຸງ, ປະທານຄະນະກຳມະການປະຊາຊົນ ຕາແສງ ເດີນເຢືອງ, ແຂວງ ເລິມດົ່ງ ໃຫ້ຮູ້ວ່າ:

“ຕາມການຕີລາຄາບັນດາມາດຕະຖານໃນເມື່ອກ່ອນ, ບົນພື້ນຖານບັນດາມາດຖານທີ່ໄດ້ຮັບຮອງແລ້ວນັ້ນ ທາງຕາແສງພວມສຳຫຼວດກວດຄືນ, ຄາດໝາຍໃດບັນດລຸໄດ້ແລ້ວກໍສືບຕໍ່ຍົກສູງຂຶ້ນ, ສ່ວນຄາດໝາຍໃດຍັງບໍ່ທັນບັນລຸໄດ້ແມ່ນຈະສືບຕໍ່ລົງທຶນ. ພິເສດ, ພາຍຫຼັງປະກາດປະມວນມາດຖານການສ້າງຊົນນະບົດໃໝ່ໄລຍະ 2026 2030 ນັ້ນ, ທາງຕາແສງມີແຜນການລະອຽດ ເພື່ອສືບຕໍ່ຍົກສູງລາຍຮັບ, ຄ່າຄອງຊີບ, ທັດສະນີຍະພາບສິ່ງແວດລ້ອມ, ຮັກສາ ແລະ ຍົກສູງຄຸນນະພາບພື້ນຖານໂຄງລ່າງ, ການຜະລິດ, ຊີວິດການເປັນຢູ່ຂຶ້ນ… ເພື່ອບັນລຸໄດ້ເປົ້າໝາຍ ສ້າງຕາແສງຊົນນະບົດໃໝ່ທັນສະໄໝ”.

ໂສມໜ້າໃໝ່ຂອງຕາແສງ ເດີນເຢືອງ, ແຂວງ ເລິມດົ່ງ

ໂຄງການສ້າງຊົນນະບົດໃໝ່ຢູ່ ເດີນເຢືອງ, ແຂວງ ເລິມດົ່ງ ພວມກ້າວເຂົ້າສູ່ໄລຍະ “ຍົກສູງຄຸນນະພາບ”, ມຸ່ງໄປເຖິງຊົນນະບົດທັນສະໄໝ, ອັດສະລິຍະ, ການຜະລິດຕິດພັນກັບຕະຫຼາດ ແລະ ລະບົບມູນຄ່າ. ບັນດາການຫັນປ່ຽນຢ່າງຕັ້ງໜ້ານັ້ນ ບໍ່ພຽງແຕ່ປ່ຽນແປງໂສມໜ້າຊົນນະບົດ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນເທົ່ານັ້ນ, ຫາກຍັງປະກອບສ່ວນຫັນບັນດາເປົ້າໝາຍພັດທະນາແບບຍືນຍົງເຊິ່ງພັກໄດ້ກຳນົດໃຫ້ປະກົດຜົນເປັນຈິງອີກດ້ວຍ./.

TAG
VOV/VOVworld/​ເຂດ​ກະ​ເສດ​ຈຸດ​ສຸມ ເດີນ​ເຢືອງ/ແຂວງ ເລິມ​ດົ່ງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ