ບ້ານ ນ້ຳງຽບ ຕັ້ງຢູ່ຄວາມສູງແຕ່ 2.000-2.500 ມ, ແມ່ນບ້ານຕັ້ງຢູ່ສູງທີ່ສຸດຢູ່ ຫວຽດນາມ ແລະ ກໍ່ແມ່ນບ້ານປູກຕົ້ນໝາກເລີ້ງຫຼາຍທີ່ສຸດ ດ້ວຍເນື້ອທີ່ທັງໝົດແມ່ນປະມານ 1.260 ເຮັກຕາ. ໃນລະດູຕົ້ນໝາກເລີ້ງອອກດອກ, ແຕ່ທ້າຍເດືອນກຸມພາ ຮອດເດືອນມີນາ, ສະຖານທີ່ແຫ່ງນີ້ໄດ້ດູດດື່ມໃຈແຂກທ່ອງທ່ຽວມາຢ້ຽມຊົມຍ້ອນຮູບພາບທີ່ໃຫ່ຍໂຕສວຍງາມດັ່ງໃນຝັນ ດ້ວຍດອກໝາກເລີ້ງຂາວກະຈາໃນເນື້ອທີ່ນັບພັນເຮັກຕາ ປົກຄຸມໄປທົ່ວເຂດໂນນພູ ໄຕບັກ. ແຕ່ປີ 2024, ເປັນຄັ້ງທຳອິດທີ່ແຂວງ ເຊີນລາ ໄດ້ຈັດງານບຸນໝາກເລີ້ງ. ມາຮອດປະຈຸບັນ, ພາຍຫຼັງໄດ້ຈັດງານບຸນ 2 ຄັ້ງ, ເຫດການນີ້ ໄດ້ປະກອບສ່ວນດຶງດູດແຂກທ່ອງທ່ຽວມາຢ້ຽມຢາມເຂດພູສູງ ງອກຈຽນ ເປັນຈຳນວນຫຼວງຫຼາຍ ຊື່ງຄາດວ່າປະມານ 50.000-200.000 ເທື່ອຄົນ/ປີ. ເມື່ອມາຢ້ຽມຢາມບ້ານ ນ້ຳງຽບ ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບບັນດາຍາກາດເຂດພາກແຫ່ງເທບນິຍາຍ:
ຂ້າພະເຈົ້າມີຄວາມດີໃຈເມື່ອໄດ້ມາຢ້ຽມຢາມບ້ານ ນ້ຳງຽບ ໃນລະດູໝາກເລີ້ງ ເປັນຄັ້ງທຳອິດ. ຢູ່ແຫ່ງນີ້ໄດ້ປົກຄຸມໄປດ້ວຍສີຂາວຂອງດອກໄມ້ ແລະ ງານບຸນຕ່າງໆທີ່ມີການເຂົ້າຮ່ວມຂອງຊາວຊົນເຜົ່ານຸ່ງຊຸດອາພອນພື້ນເມືອງທີ່ມີສີສັນຫຼາກຫຼາຍ. ງານບຸນແບບນີ້ຕ້ອງໄດ້ຈັດຂຶ້ນເປັນປະຈຳເພື່ອໃຫ້ທຸກຄົນຮູ້ຈັກເຖິງລະດູດອກໝາກເລີ້ງ ແລະ ເພື່ອຍູ້ແຮງການທ່ອງທ່ຽວຂອງທ້ອງຖິ່ນ.
ເຂດບ້ານທີ່ສະຫງົບງຽບຕັ້ງສະຫຼັບກັບປ່າດອກໄມ້ (ພາບ: VOV-ໄຕບັກ) |
ຕາມຊາວເຜົ່າມົ້ງຢູ່ທີ່ນີ້, ຕົ້ນໝາກເລີ້ງໄດ້ປະກົດມີນັບແຕ່ຫຼາຍປີກ່ອນແລ້ວ ດ້ວຍເນື້ອທີ່ເກືອບ 800 ເຮັກຕາແມ່ນຕົ້ນທີ່ເກົ່າແກ່ມີອາຍຸແຕ່ 300-500 ປີ. ຫຼັງຈາກນັ້ນ, ປຊຊ ໄດ້ເປີດກ້ວາງເຂດປູກຕົ້ນໝາກເລີ້ງດ້ວຍຈຸດປະສົງທັງຮັກສາດິນປ່າ, ທັງເກັບກ່ຽວໝາກເລີ້ງເພື່ອພັດທະນາເສດຖະກິດ, ເພີ່ມລາຍຮັບຕື່ມອີກ. ທ່ານ ທ່າວອາວ້າງ, ຊາວບ້ານ ນ້ຳງຽບ ໃຫ້ຮູ້ວ່າ:
ກ່ອນນີ້, ການຂາຍໝາກເລີ້ງກໍ່ນຳມາເຊິ່ງລາຍຮັບ. ຫຼັງຈາກນັ້ນ, ເຫັນວ່າດອກໝາກເລີ້ງເກົ່າແກ່ນີ້ງາມຫຼາຍ, ສ້າງຄວາມປະທັບໃຈທີ່ສຸດ, ຫຼາຍຄົນຢູ່ ຮ່າໂນ້ຍ ມານີ້ກໍ່ເວົ້າວ່າ: ຍ້ອນເຫັນຕົ້ນໝາກເລີ້ງມີດອກງາມຫຼາຍຈຶ່ງທີ່ມານີ້. ຈາກນັ້ນ, ຂ້າພະເຈົ້າຄິດວ່າ ເປັນຫຍັງເຮົາບໍ່ເຮັດການທ່ອງທ່ຽວ?
ຕົ້ນໝາກເລີ້ງກາຍເປັນຜະລິດຕະພັນທ່ອງທ່ຽວພິເສດ (ພາບ: VOV-ໄຕບັກ) |
້ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ປະຈຸບັນ, ຕົ້ນໝາກເລີ້ງ ໄດ້ນຳມາເຊິ່ງແຫຼ່ງລາຍຮັບໃໝ່ຕື່ມອີກໃຫ້ແກ່ຊາວບ້ານ ຍ້ອນວ່າ ປຊຊ ໄດ້ພັດທະນາການທ່ອງທ່ຽວເຂດຊຸມຊົນ ຕິດພັນກັບຕົ້ນໝາກເລີ້ງ. ຊາວບ້ານຫຼາຍຄົນຜູ້ທີ່ລຶ້ງເຄີຍກັບການເຮັດໄຮ່ໄຖນາ ກໍ່ໄດ້ຮຽນວິທີສ້າງການທຳມາຫາກິນແບບຍືນຍົງຈາກຕົ້ນໝາກເລີ້ງ. ບັນດາຄອບຄົວກໍ່ເລີ່ມມີແຫຼ່ງລາຍຮັບຕື່ມອີກຈາກບັນດາການບໍລິການທ່ອງທ່ຽວລົງຕົວຈິງໃນລະດູດອກໝາກເລີ້ງ. ເມື່ອມາຢ້ຽມຢາມເຂດດອກໝາກເລີ້ງ, ແຂກທ່ອງທ່ຽວຈະໄດ້ຮັບຊົມຄວາມງາມຂອງທຳມະຊາດ ກໍ່ຄືໄດ້ລົງສຳຜັດຕົວຈິງກ່ຽວກັບວີຖີຊີວິດ, ສີສັນວັດທະນະທຳຂອງຊາວເຜົ່າເຂດພູສູງ ແລະ ຮັບປະທານບັນດາເຍື່ອງອາຫານພິເສດສະເພາະຢູ່ທີ່ນີ້ອີກດ້ວຍ:
ປະຈຸບັນ ປຊຊ ກໍ່ຮູ້ວ່າດອກໝາກເລີ້ງແມ່ນປະເພດດອກໄມ້ທີ່ມີຄ່າທີ່ສຸດ. ທີ່ໜຶ່ງແມ່ນຍາມລະດູດອກໝາກເລີ້ງໄດ້ຊ່ວຍດຶງດູດແຂກທ່ອງທ່ຽວ, ທີສອງແມ່ນມີລາຍຮັບຕື່ມອີກຈາກການຂາຍໝາກເລີ້ງ.
ຕາມບົດລາຍງານການເມືອງທີ່ຍື່ນສະເໜີຕໍ່ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກຕາແສງ ງອກຈຽນ ຄັ້ງທີ 1, ອາຍຸການ 2025-2030, ຕາແສງສູ້ຊົນບັນລຸຈຳນວນແຂກທ່ອງທ່ຽວທັງໝົດແມ່ນ 18.000 ເທື່ອຄົນ/ປີ; ຍອດລາຍຮັບຈາກການເຄື່ອນໄຫວທ່ອງທ່ຽວແມ່ນປະມານກ່ວາ 411.000 USD/ປີ. ເພື່ອບັນລຸໄດ້ເປົ້າໝາຍທີ່ໄດ້ວາອອກ, ທ່ານ ຫງວຽນມິນຕວັນ ເລຂາຄະນະພັກຕາແສງ ງອກຈຽນ ໃຫ້ຮູ້ວ່າ:
ຄະນະປະຈຳອົງຄະພັກຕາແສງໄດ້ເຫັນດີເປັນເອກະສັນຈະຖືການພັດທະນາການທ່ອງທ່ຽວ ແລະ ກະສິກຳເປັນສຳຄັນ. ນີ້ແມ່ນທ່າແຮງຂອງຕາແສງ. ເພື່ອເຮັດໄດ້ສິ່ງດັ່ງກ່າວແມ່ນຕ້ອງການຄວາມຕັດສິນໃຈ, ຄວາມເຫັນດີເຫັນພ້ອມຂອງ ປຊຊ ແລະ ການເຂົ້າຮ່ວມຂອງທັງລະບົບການເມືອງ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ຕາແສງຈະປະຕິບັດເປົ້າໝາຍນີ້ໄດ້.
ຈາກປະເພດຕົ້ນໄມ້ທີ່ນຳມາເຊິ່່ງການທຳມາຫາກິນແບບຍືນຍົງໃຫ້ແກ່ຊາວເຜົ່າມົ້ງ, ຕົ້ນໝາກເລີ້ງຢູ່ຕາແສງ ງອກຈຽນ ໄດ້ກາຍເປັນຜະລິດຕະພັນທ່ອງທ່ຽວທີ່ພິເສດສະເພາະ, ປະກອບສ່ວນສ້າງເຄື່ອງໝາຍການຄ້າ “ເຂດເທບນິຍາຍໝາກເລີ້ງ” ແຫ່ງນີ້ໃນແຜນທີ່ການທ່ອງທ່ຽວ ຫວຽດນາມ. ຍ້ອນຄວາມເຫັນດີເຫັນພ້ອມຂອງອຳນາດການປົກຄອງ ແລະ ປຊຊ, ພ້ອມກັບຄວາມສາມາດບົ່ມຊ້ອນທຳມະຊາດ ແລະ ວັດທະນະທຳທ້ອງຖິ່ນທີ່ອຸດົມສົມບູນນັ້ນ, ຕາແສງ ງອກຈຽນ ພວມຄ່ອຍໆຢັ້ງຢືນທີ່ຕັ້ງແມ່ນຈຸດນັດພົບທີ່ດູດດື່ມໃຈ, ນຳມາເຊິ່ງບັນດາຄວາມປະທັບໃຈທີ່ຍາກຈະລືມໃຫ້ແກ່ແຂກທ່ອງທ່ຽວ ແລະ ເປີດອະນາຄົດພັດທະນາໃຫ້ແກ່ເຂດດິນແດນແຫ່ງນີ້./.




