ຜະລິດຕະພັນຫັດຖະກຳຂອງຊາວເຜົ່າຈຳມີລວດລາຍພື້ນເມືອງທີ່ເປັນເອກະລັກສະເພາະ, ໃກ້ຊິດຕິດແທດກັບທຳມະຊາດ ຫຼືພັນລະນາການດຳເນີນຊີວິດປະຈຳວັນ, ຮີດຄອງປະເພນີຂອງຊາວເຜົ່າຈຳ. ບັນດາຜະລິດຕະພັນທົ່ວໄປລວມມີ: ແພພັນຄໍລາຍແພຂະມ້າ, ແພມີລວດລາຍ, ຊ່າຣົງ, ກະເປົາ, ພວງກຸນແຈ… ໃນນັ້ນ, ແຂກທ່ອງທ່ຽວມັກທີ່ສຸດແມ່ນສອງຜະລິດຕະພັນພື້ນເມືອງ ນັ້ນຄື: ຊ່າຣົງ ແລະ ແພພັນຄໍລາຍແພຂະມ້າ.
ບັນດາຜະລິດຕະພັນຫັດຖະກຳແຜ່ນແພພື້ນເມືອງຂອງຊາວເຜົ່າຈຳ (ພາບ: ງອກແອັງ) |
ອາຊີບຕ່ຳແຜ່ນແພພື້ນເມືອງຕາແສງ ເຈົາຟອງ ໄດ້ສ້າງຕັ້ງຂຶ້ນນັບແຕ່ຕົ້ນສັດຕະວັດທີ XIX. ໄລຍະພັດທະນາດີທີ່ສຸດແມ່ນນັບແຕ່ປີ 1960 ຮອດກ່ອນປີ 1975. ໄລຍະນັ້ນ, ຜະລິດອອກມາໄດ້ເທົ່າໃດແມ່ນຂາຍໝົດທັນທີ, ໂດຍໄດ້ຂາຍຢູ່ພາຍໃນປະເທດກໍ່ຄືສົ່ງໄປຍັງ ກຳປູເຈຍ, ໄທ, ມາເລເຊຍ… ອ້າຍ Ah Buca Der, ຊ່າງຕ່ຳຜ້າຕາແສງ ເຈົາຟອງໃຫ້ຮູ້ວ່າ:
ປະຫວັດສາດຂອງໝູ່ບ້ານແມ່ນມີກວ່າ 100 ປີແລ້ວ. ກ່ອນນັ້ນ, ຕາແສງ ເຈົາຟອງມີຫຼາຍຄົນເຮັດອາຊີບນີ້, ໃນຊຸມປີ 1960-1961 ມີ ປຊຊ ກວ່າ 80% ເຮັດອາຊີບນີ້. ຢູ່ນີ້ໄດ້ເຮັດແພຄຸມ, ແພຫັດຖະກຳພື້ນເມືອງ, ຊ່າຣົງ… ເປັນຕົ້ນ ແລະ ສ່ວນຫຼາຍແມ່ນຕ່ຳດ້ວຍມື. ຜະລິດຕະພັນໄດ້ຂາຍຢູ່ກັບທີ່ໃຫ້ແກ່ແຂກພາຍໃນ ແລະ ຕ່າງປະເທດ.
ນັກສິລະປະກອນ Mohamad (ພາບ: ງອກແອັງ) |
ວັນທີ 6 ມີນາ ປີ 2023, , ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ນຳອາຊີບຫັດຖະກຳຕ່ຳແຜ່ນແພພື້ນເມືອງຂອງຊາວເຜົ່າຈຳຢູ່ຕາແສງ ຟອງເຈົາ ເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນຮູບຮ່າງລະດັບຊາດ. ວັນທີ 22 ຕຸລາ ປີ 2024, ຕາແສງ ຟອງເຈົາ ໄດ້ສ້າງຕັ້ງໜ່ວຍຮ່ວມມືທ່ອງທ່ຽວເຂດຊຸມຊົນໝູ່ບ້ານຈຳ ໂດຍນັກສິລະປະກອນ Mohamad ເປັນຫົວໜ້າໜ່ວຍ. ນັກສິລະປະກອນ Mohamad ໃຫ້ຮູ້ວ່າ:
ໃນໜ່ວຍຮ່ວມມືຫັດຖະກຳຕ່ຳແຜ່ນແພພື້ນເມືອງ, ຂ້າພະເຈົ້າເປັນຫົວໜ້າໜ່ວຍ, ມີຜູ້ໜຶ່ງເຮັດເຂົ້າໜົມບັນບໍ່ປີ້ງ, ໃນໝູ່ບ້ານມີເຮືອນຮ້ານຫຼັງໜຶ່ງເພື່ອແຂກມາຢ້ຽມຂົມ, ມີກຸ່ມໜຶ່ງໄດ້ສະແດງດົນຕີພື້ນເມືອງຊາວເຜົ່າຈຳ. ແຂກມານີ້ກໍ່ສາມາດໄດ້ຮັບຟັງດົນຕີພື້ນເມືອງ, ຮັບປະທາອາຫານ, ມີຜູ້ນຳທ່ຽວພາໄປຢ້ຽມຢາມໝູ່ບ້ານ. ເວລາຈຸດສຸມທ່ອງທ່ຽວແມ່ນແຕ່ເດືອນກັນຍາ ຫາເດືອນເມສາ ປີຕໍ່ໄປ. ວັນທຳມະດາແມ່ນຕ້ອນຮັບແຂກ 20 ຄົນ ແຕ່ຮອດວັນທ້າຍອາທິດແມ່ນຕ້ອນຮັບແຕ່ 60-70 ຄົນ.
ແຂກທ່ອງທ່ຽວມານີ້ໄດ້ໄປຢ້ຽມຢາມ, ລົງຕົວຈິງອາຊີບຕ່ຳແຜ່ນແພພື້ນເມືອງ, ຊື້ບັນດາຜະລິດຕະພັນມີຄຸນນະພາບດີ. ແຂກທ່ອງທ່ຽວຍັງສາມາດໄປຢ້ຽມຢາມໂບດອິດສະລາມ Mubarak, ເຂດຮ່ອງຮອຍປະຫວັດສາດ, ວັດທະນະທຳລະດັບຊາດ; ຮັບຊົມສະຖາປັດຕະຍາກຳເຮືອນຮ້ານບູຮານ, ຮັບຟັງສຽງກອງ Rappana ແລະ ຮັບປະທານອາຫານພິເສດຂອງຊາວເຜົ່າຈຳ. ອ້າຍ Bruce William, ແຂກທ່ອງທ່ຽວມາຈາກ ການາດາ ໃຫ້ຮູ້ວ່າ:
ພາຍຫຼັງໄດ້ໄປຢ້ຽມຢາມໝູ່ບ້ານ, ຂ້າພະເຈົ້າເຫັນວ່າ ນີ້ແມ່ນຈຸດນັດພົບທີ່ໜ້າປະທັບໃຈ, ທິວທັດທຳມະຊາດສວຍງາມຫຼາຍ. ອາຊີບຕ່ຳແຜ່ນແພພື້ນເມືອງຢູ່ນີ້ຄ້າຍຄືກັນກັບ ອາຊີບຕ່ຳແຜ່ນແພພື້ນເມືອງຢູ່ເຂດພູດອຍທາງພາກເໜືອ ຫວຽດນາມ ຄື: ຊາປາ ຫຼືຢູ່ ລາວ ແຕ່ກໍ່ຍັງມີຈຸດພິເສດສະເພາະ.
ອຳນາດການປົກຄອງທ້ອງຖິ່ນໄດ້ເອົາໃຈໃສ່ເປັນພິເສດ, ສ້າງທຸກເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ ປຊຊ ພັດທະນາອາຊີບພື້ນເມືອງ. ທ່ານ ຫງວຽນວັນເຫີບ ຮອງປະທານຄະນະກຳມະການ ປຊຊ ຕາແສງ ເຈົາຟອງ ໃຫ້ຮູ້ວ່າ:
ຕາແສງ ເຈົາຟອງ ໄດ້ໜູນຊ່ວຍຊາວເຜົ່າຈຳ ພັດທະນາອາຊີບຕ່ຳແຜ່ນແພພື້ນເມືອງ ຕິດພັນກັບການທ່ອງທ່ຽວ. ພົ້ນເດັ່ນແມ່ນໄດ້ໜູນຊ່ວຍຟື້ນຟູເຮືອນໄມ້ບູຮານ ຢູ່ຕໍ່ໜ້າໂບດອິດສະລາມ Mubarak. ພ້ອມທັງຈະສ້າງເງື່ອນໄຂທີ່ດີໃຫ້ແກ່ ປຊຊ ນຳບັນດາຜະລິດຕະພັນພິເສດສະເພາະ, ເປັນຕົ້ນແມ່ນຫັດຖະກຳແຜ່ນແພພື້ນເມືອງ, ອາຫານປະຈຳເຜົ່າ ແລະ ຫ້ອງຫໍສຳລັບຄູ່ບ່າວສາວຂອງຊາວເຜົ່າຈຳ ເຂົ້າໃນເຮືອນບູຮານຫຼັງນີ້ ເພື່ອໃຫ້ແຂກມາຢ້ຽມຢາມ, ລົງຕົວຈິງ, ຮັບປະທານອາຫານປະຈຳເຜົ່າ.
ປະຈຸບັນ, ໝູ່ບ້ານຈຳຢູ່ບ້ານ ຟຸ້ມຊວ່າຍ, ຕາແສງ ເຈົາຟອງ ໄດ້ກາຍເປັນຈຸດນັດພົບທີ່ດູດດື່ມໃຈແຂກທ່ອງທ່ຽວ. ຍ້ອນໄດ້ອະນຸລັກຮັກສາອາຊີບຫັດຖະກຳຕ່ຳແຜ່ນແພພື້ນເມືອງ, ສ້າງຜະລິດຕະພັນທີ່ມີຫຼາຍຮູບຫຼາຍແບບ, ໂສມໜ້າຂອງ ຕາແສງ ເຈົາຟອງ, ແຂວງ ອາຢາງ ໄດ້ປ່ຽນແປງຫຼາຍພໍສົມຄວນ ແລະ ຊີວິດການເປັນຢູ່ຂອງ ປຊຊ ກໍ່ນັບມື້ນັບໄດ້ຮັບການປົງແປງໃຫ້ດີຂຶ້ນ./.




