logo

​ບ້ານ ​ສັນ​ຕິ​ພາບ - ບ່ອນສ້າງຄວາມ​ຮັກ​ແພງ​ໃຫ້​ແກ່​ເດັກຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ

2025/8/9 | 07:40:53
(VOVWORLD) - ບ້ານ ຮວ່າບິ່ງ (ສັນຕິພາບ) ຕັ້ງຢູ່ພາຍໃນບໍລິເວນໂຮງໝໍ ຕື່ຢູ (ນະຄອນ ໂຮ່ຈີມິນ), ໂດຍໄດ້ຮັບການສ້າງຕັ້ງຂຶ້ນແຕ່ປີ 1990. ນີ້ແມ່ນບ່ອນລ້ຽງດູ, ເບິ່ງແຍງໃຫ້ແກ່ເດັກພິການ ເຊິ່ງເປັນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ລຸ້ນທີ 2, ທີ 3. ສຳລັບພວກນ້ອງແລ້ວ, ນີ້ແມ່ນເຮືອນຫຼັງທີ 2, ບ່ອນທີ່ພວກນ້ອງໄດ້ຮັບຄວາມຮັກແພງ, ໄດ້ຮັບການບອກສອນ ແລະ ຄວາມຫວັງກ່ຽວກັບອະນາຄົດທີ່ສົດໃສກວ່າ.

 

ບັນດານາງພະຍາບານຢູ່ບ້ານ ສັນຕິພາບ ໄດ້ເບິ່ງແຍງພວກຫຼານຄືດັ່ງຜູ້ເປັນເອື້ອຍ, ຜູ້ເປັນແມ່ທີ່ເບິ່ງແຍງລູກຂອງຕົນ (ພາບ: TTXVN)

ຍິງ: “ບັນດາແພດໝໍ, ໄດ້ໃຫ້ການໜູນຊ່ວຍ ແລະ ຍາມໃດກໍຮ່ວມເດີນທາງພ້ອມກັບພວກຂ້າພະເຈົ້າໃນທຸກຄວາມຫຍຸ້ງຍາກ ແລະ ການຕັດສິນໃຈຂອງຕົນ. ຂ້າພະເຈົ້າໄດ້ຮັບຄວາມຮັກແພງຈາກບັນດາແພດໝໍ, ອາວອາຢູ່ບ້ານ ຮວ່າບິ່ງ (ສັນຕິພາບ) ນີ້. ຂ້າພະເຈົ້າຮູ້ບຸນຄຸນພວກເພິ່ນ ເພາະວ່າ ຖ້າບໍ່ມີພວກເພິ່ນ, ແນ່ນອນກໍບໍ່ມີຂ້າພະເຈົ້າຄືໃນວັນນີ້”.

ຊາຍ: “ນ້ອງເຫັນວ່າຕົນເອງໂຊກດີເມື່ອໄດ້ດຳລົງຊີວິດໃນບ່ອນທີ່ເຕັມໄປດ້ດ້ວຄວາມສຸກ ແລະ ຄວາມຮັກແພງຈາກອາວອາປ້າລຸງ, ອ້າຍເອື້ອຍ, ໝູ່ເພື່ອນຢູ່ທີ່ນີ້”.

ຊາຍ: “ສິ່ງທີ່ມ່ວນທີ່ສຸດແມ່ນຮອດຍາມກິນເຂົ້າ ທຸກຄົນເຕົ້າໂຮມກິນພ້ອມກັນ. ພວກນ້ອງຖືອາວອາຢູ່ນີ້ ເໝືອນດັ່ງພໍ່ແມ່ຂອງຕົນ. ພວກອາວອາ ແມ່ນຜູ້ທີ່ໄດ້ລ້ຽງດູພວກນ້ອງແຕ່ຄາວຍັງນ້ອຍຈົນໃຫຍ່”.

35 ປີຜ່ານມາ, ບ້ານ ສັນຕິພາບ ແມ່ນບ່ອນເບິ່ງແຍງ, ປິ່ນປົວ ແລະ ລ້ຽງດູເດັກນ້ອຍກວ່າ 400 ຄົນ, ໃນນັ້ນ ສ່ວນໃຫຍ່ແມ່ນຄົນພິການມາແຕ່ກຳເນີດ ແລະ ຄົນພິການຍ້ອນຜົນຮ້່າຍຈາກທາດພິດສີສົ້ມ/ດີໂອຊິນ. ຢູ່ເຮືອນຫຼັງນີ້, ແຕ່ລະມື້, ບັນດາແພດໝໍ, ໄດ້ໃຫ້ການດູແລທາງການແພດ, ຝຶກກາຍຍະບຳບັດ ແລະ ກະກຽມນັບແຕ່ຄາບເຂົ້າຕະຫຼອດຮອດບ່ອນນອນໃຫ້ພວກນ້ອງ.  ນາງພະຍາບານ ງອກບິກ ຜູ້ທີ່ໄດ້ຕິດພັນກັບບ້ານ ສັນຕິພາບ ມາໄດ້ເກືອບ 20 ປີ ແບ່ງປັນວ່າ:

ຂ້າພະເຈົ້າເບິ່ງແຍງພວກຫຼານຄືດັ່ງຜູ້ເປັນເອື້ອຍເປັນແມ່ຜູ້ໜຶ່ງ ທີ່ເບິ່ງແຍງ, ບອກສອນພວກລູກຂອງຕົນ. ນອກຈາກນັ້ນແລ້ວ ຂ້າພະເຈົ້າກໍໄດ້ເຮັດວຽກງານດູແລທາງການແພດ, ຂຶ້ນກັບແຕ່ລະເກນອາຍຸ, ສຸຂະພາບຂອງເດັກແຕ່ລະຄົນ, ເຮົາຄົ້ນຄວ້າວິທີເບິ່ງແຍງໃຫ້ບັນລຸປະສິດທິຜົນດີທີ່ສຸດ”.

ພວກຫຼານພິການຢູ່ບ້ານ ສັນຕິພາບ (ພາບ: TTXVN)

ການລ້ຽງດູບອກສອນເດັກຜູ້ສົມບູນກໍແມ່ນເລື່ອງບໍ່ທຳມະດາຢູ່ແລ້ວ, ແຕ່ສຳລັບເດັກພິການ, ສະໝອງພິການ… ຍ້ອນຜົນຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ນັ້ນ ຍິ່ງປະສົບກັບຄວາມຫຍຸ້ງຍາກທົບຫຼາຍເທົ່າ. ເຖິງວ່າປະສົບກັບຄວາມຫຍຸ້ງຍາກ, ລຳບາກທີ່ນັບບໍ່ຖ້ວນ ແຕ່ຜ່ານໄລຍະເວລາຕິດພັນກັບບ້ານ ສັນຕິພາບ ນີ້, ບັນດານາງພະຍາບານ, ແພດໝໍຢູ່ທີ່ນີ້ກໍເຂົ້າໃຈວ່າ ພວກນ້ອງຕ້ອງການການເບິ່ງແຍງ ແລະ ຄວາມຮັກແພງທີ່ສຸດ.

“ຂ້າພະເຈົ້າໄດ້ມອບຄວາມຮັກແພງທັງໝົດຂອງຕົນໃຫ້ພວກນ້ອງ ເພື່ອໃຫ້ພວກນ້ອງສາມາດຜ່ານຜ່າຄວາມເຈັບຄວາມເປັນ ແລະ ໝັ້ນໃຈໃນຊີວິດກວ່າ”.

“ມີຫຼາຍຄົນເມື່ອເຂົ້າມານີ້ແມ່ນເປັນຄົນພິການປະເພດໜັກ, ແຕ່ພາຍຫຼັງໄດ້ຮັບການເບິ່ງແຍງດູແລຈາກແພດໝໍ, ອາວອາຢູ່ນີ້, ປັດຈຸບັນ ກໍມີຫຼາຍຄົນສາມາດລຸກຂຶ້ນໄດ້ດ້ວຍຕົນເອງ, ໄປຮຽນວິອາຊີບເພື່ອກຸ້ມຕົນເອງໃນອະນາຄົດໄດ້”.

ຍ້ອນໄດ້ຮັບການເບິ່ງແຍງດູແລຢ່າງສຸດຈິດສຸດໃຈ ແລະ ຄວາມຮັກແພງຈາກຖັນແຖວແພດໝໍຢູ່ໝູ່ບ້ານ, ມີຫຼາຍນ້ອງໄດ້ບືນຕົວຂຶ້ນ ແລະ ປະສົບຜົນສຳເລັດໃນຊີວິດ. ຫຼາຍນ້ອງຮຽນຈົບປະລິນຍາຕີ, ວິທະຍາໄລ ແລະ ມີວຽກເຮັດງານທຳຖາວອນ, ມີຄວາມໝັ້ນໃຈເຊື່ອມຕົວເຂົ້າກັບວົງຄະນະຍາດ. ມີບາງຄົນພາຍຫຼັງເຕີບໃຫຍ່ແລ້ວ ກໍກັບເມືອບ້ານເພື່ອໜູນຊ່ວຍບັນດານາງພະຍາບານເບິ່ງແຍງພວກນ້ອງນ້ອຍທີ່ມີເງື່ອນໄຂຄືກັບຕົນເອງ.

“ຂ້າພະເຈົ້າຮູ້ສຶກມີຄວາມສຸກທີ່ສຸດ. ເມື່ອຮຽນຈົບແລ້ວ, ຂ້າພະເຈົ້າກໍໄດ້ກັບມາສອນຢູ່ບ້ານ ສັນຕິພາບ, ໜູນຊ່ວຍພວກນ້ອງ ແລະ ອາວອາກ່ຽວກັບດ້ານການສຶກສາ. ສິ່ງດັ່ງກ່າວເຮັດໃຫ້ຂ້າພະເຈົ້າມີກຳລັງໃຈ, ແນວຄິດທີ່ຕັ້ງໜ້າ ກໍຄືຄວາມຫວັງຕໍ່ອະນາຄົດ. ໃນໃຈຂ້າພະເຈົ້າຍາມໃດກໍມີຄວາມຮູ້ບຸນຄຸນ ແລະ ມີຄວາມຮັກແພງຕໍ່ທຸກຄົນຢູ່ທີ່ນີ້”.

ນ້ຳໃຈເມດຕາປານີຂອງຖັນແຖວແພດໝໍຢູ່ບ້ານ ສັນຕິພາບ ໄດ້ຊ່ວຍໃຫ້ພວກເດັກທີ່ມີປົມດ້ອຍ, ຖືຕົວຕ່ຳກັບຄວາມບໍ່ສົມບູນຂອງຕົນເອງ ກັບມາກາຍເປັນຄົນທີ່ມີຄວາມໝັ້ນໃຈ, ມີຄວາມຫວັງຕໍ່ອະນາຄົດ. ໄລຍະເວລາ 35 ປີທີ່ຮັກສາການເຄື່ອນໄຫວຂອງບ້ານ ສັນຕິພາບ ກໍໄດ້ນຳມາເຊິ່ງກາລະໂອກາດພັດທະນາໃຫ້ແກ່ເດັກທີ່ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ແລະ ຊ່ວຍໃຫ້ເຂົາເຈົ້າເຊື່ອມຕົວເຂົ້າກັບວົງຄະນະຍາດ ແລະ ບືນຕົວຂຶ້ນໃນຊີວິດ./.

                                


 

TAG
VOV/VOVworld/ບ້ານ ​ສັນ​ຕິ​ພາບ/ຄົນ​ພິ​ການ/ທາດ​ພິດ​ດີ​ໂອ​ຊິນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ