ໃນຍຸກສະໄໝ 4.0 ພວກເຮົາກໍ່ຕ້ອງໄປຕາມເພື່ອຮັບປະກັນຄວາມຮຽກຮ້ອງຕ້ອງການໄດ້ ພ້ອມທັງຫລຸດຜ່ອນພາກສ່ວນຕ່າງໆທີ່ເຮົາຕ້ອງຄຸ້ມຄອງໃນເມື່ອກ່ອນ. ໃນບັນຫາຈຳໜ່າຍ, ທາງສະຫະກອນກໍ່ໄດ້ຂຶ້ນຮ້ານຄ້າເອເລກໂຕນິກ. ນັ້ນກໍ່ແມ່ນບາດກ້າວເດີນໃນການຜະລິດ, ຫັນປ່ຽນສູງ ເພື່ອໃຫ້ກະສິກຳເຊື່ອມໂຍງກັບຍຸກສະໄໝ 4.0 ໄດ້.
ຊາວກະສິກອນ ນຳໃຊ້ເຄື່ອງຈັກເຂົ້າໃນການຜະລິດ ຊ່ວຍຫຼຸດຜ່ອນແຮງງານ (ພາບ: VTCNews) |
ການສ້າງລະຫັດເຂດປູກໄດ້ນຳມາເຊິ່ງບັນດາຜົນປະໂຫຍດ ແລະ ມູນຄ່າເສດຖະກິດສູງທີ່ສຸດ, ເພື່ອແນໃສ່ຄຸ້ມຄອງການປູກຝັງ; ພ້ອມກັນນັ້ນກໍ່ເພື່ອໃຫ້ບັນດາຄູ່ຮ່ວມມືມີຄວາມເຊື່ອໝັ້ນກ່ຽວກັບເລື່ອງຕອບສະໜອງບັນດາຄວາມຮຽກຮ້ອງທີ່ເຂົາເຈົ້າວາງອອກ.
ທ່ານ ຫງວຽນວັນຈວຽນ, ຜູ້ອຳນວຍການສະຫະກອນກະສິກຳ ກວຽດຖັງ, ນະຄອນ ບ່າເຣ້ຍ, ກວດກາກຸ້ງ ທີ່ໝູນໃຊ້ເຕັກໂນໂລຢີສູງ (ພາບ: TTXVN) |
ໃນ 2 ປີມານີ້, ເອື້ອຍ ຫວູທິຖຸ່ຍ, ຕາແສງ ເຕິນຮຶງ, ນະຄອນ ບ່າເຣັ້ຍ ໄດ້ເລີ່ມຖ່າຍທຳບັນດາ video clip ແນະນຳສວນຜັກໂດຍຄອບຄົວເອື້ອຍປູກເອງ ແລະ ບັນດາຜະລິດຕະພັນຜັກສົດ, ປອດສານພິດ, ຫຼັງຈາກນັ້ນໄດ້ແນະນຳ ແລະ ຂາຍຜະລິດຕະພັນໃນສື່ສັງຄົມອອນລາຍ. ເອື້ອຍຖຸ່ຍ ຖືວ່າ: ຂະແໜງໃດກໍ່ຕ້ອງໂຄສະນາໃນທາງເຄືອຂ່າຍອິນເຕີເນັດ ເພື່ອແນໃສ່ເພີ່ມລາຍຮັບຂາຍສິນຄ້າ ແລະ ຊາວກະສິກອນຄືເອື້ອຍກໍ່ເຊັ່ນດຽວກັນ. ຈາກນັ້ນ, ເອື້ອຍ ຖຸ່ຍ ກໍ່ໄດ້ເຂົ້າຮ່ວມຊຸດຝຶກອົບຮົມກ່ຽວກັບການຄ້າເອເລັກໂຕນິກ ເພື່ອຮຽນວິທິເຮັດ video clip ໂຄສະນາຜະລິດຕະພັນໃຫ້ບັນລຸປະສິດທິດຜົນຫຼາຍກ່ວາອີກ:
ນັບແຕ່ເມື່ອໝູນໃຊ້ເຕັກໂນໂລຊີ, ຂ້າພະເຈົ້າເຫັນວ່າ ປະສິດທິຜົນໃນການຂາຍສິນຄ້າແມ່ນດີສີ່ສຸດ. ຂ້າພະເຈົ້າຂາຍຜະລິດຕະພັນໄດ້ຫຼາຍກ່ວາ ແລະ ພິເສດ, ຜັກບົ່ວຂອງພວກຂ້າພະເຈົ້າກໍ່ໄດ້ສົ່ງໄປເຖິງ ປຊຊ. ມີຫຼາຍຄົນໄດ້ສົ່ງຂໍ້ຄວາມ, ໂທລະສັບມາສັ່ງຊື້. ດັ່ງນັ້ນ, ຂ້າພະເຈົ້າເຫັນວ່າ, ການໝູນໃຊ້ເຕັກໂນໂລຊີເຂົ້າໃນການຂາຍສິນຄ້າແມ່ນມີປະສິດທິຜົນທີ່ສຸດ.
ໃນບໍລິເວນແຂວງພວມຄ່ອຍໆປະກົດມີຫຼາຍຮູບແບບກະສິກຳໝູນໃຊ້ເຕັກໂນໂລຊີດີຈີຕອນ, ກະສິກຳອັດສະລີຍະ, ສຸມໃສ່ບາງຂອດຄື: ເກັບກຳຂໍ້ມູນສົ້ນອອກ, , ແກ້ໄຂຂໍ້ມູນ, ສະສົມ ແລະ ບັນຊາ, ຕິດຕາມ ແລະ ບັນຊາຂອດຜະລິດ. ການຫັນເປັນດີຈີຕອນໃນຂະແໜງກະສິກຳບໍ່ພຽງແຕ່ຊ່ວຍບັນດາວິສາຫະກິດ, ເຂດສວນ, ວິສາຫະກິດ ຄຸ້ມຄອງຂັ້ນຕອນເຕັກນິກ, ການປູກຝັງ, ພະຍາດໃນການຜະລິດ, ຫາຕົ້ນກຳເນີດໄດ້ເທົ່ານັ້ນ, ຫາກຍັງໜູນຊ່ວຍໃນການພົວພັນແລກປ່ຽນ, ຂາຍສິນຄ້າ, ແນະນຳຜະລິດຕະພັນໃນຮ້ານການຄ້າເອເລັກໂຕນິກ, ສື່ສັງຄົມອອນລາຍອີກດ້ວຍ, ຜ່ານນັ້ນ, ກໍ່ໄດ້ນຳຜະລິດຕະພັນຫຍັບມໍ່ເຂົ້າກັບຜູ້ບໍລິໂພກ ແລະ ຊ່ວຍເພີ່ມລາຍຮັບ. ທ່ານ ເຈິ່ນວັນໝາງ ຮອງປະທານສະມາຄົມກະສິກຳແຂວງ ບ່າເຣັ້ຍ-ຫວຸ້ງເຕົາ ໃຫ້ຮູ້ວ່າ:
ສະມາຄົມຊາວກະສິກອນຂັ້ນຕ່າງໆໄດ້ເປັນເຈົ້າການເປັນເສນາທິການໃຫ້ອົງຄະນະພັກ ອຳນາດການປົກຄອງ ຜັນຂະຫຍາຍບັນດາໂຄງການ, ນະໂຍບາຍຢ່າງຄົບຊຸດ ແລະ ມີປະສິດທິຜົນ ເພື່ອໜູນຊ່ວຍຊາວກະສິກອນ, ປຸກລຸກແຫຼ່ງກຳລັງ ແລະ ກະທົບຕໍ່ຊາວກະສິກອນ, ເພື່ອໃຫ້ຊາວກະສິກອນຕັ້ງໜ້າເຂົ້າຮ່ວມການໝູນໃຊ້ວິທະຍາສາດເຕັກໂນໂລຊີ ແລະ ເຕັກນິກ ເພື່ອພ້ອມກັນພັດທະນາເສດຖະກິດ; ຜ່ານນັ້ນ ກໍ່ຍົກສູງປະສິດທິຜົນການຜະລິດກະສິກຳ ແລະ ຊ່ວຍຊາວກະສິກອນ ບືນຕົວຂຶ້ນສ້າງຄວາມຮັ່ງມີ.
ເລື່ອງຊຸກຍູ້ການຫັນເປັນດີຈີຕອນ ໃນການພັດທະນາກະສິກຳຢູ່ແຂວງ ບ່າເຣັ້ຍ-ຫວຸ້ງເຕົາ ໄດ້ ແລະ ພວມພັດທະນາຢ່າງແຮງ, ສ້າງທິດເດີນໃໝ່, ປະກອບສ່ວນນຳຜະລິດຕະພັນກະເສດຫັນປ່ຽນແຕ່ປະລິມານໄປສູ່ຄຸນນະພາບເທື່ອລະກ້າວ, ຍົກສູງຄຸນຄ່າການຜະລິດ, ພ້ອມທັງຫລຸດຜ່ອນຄ່າໃຊ້ຈ່າຍ ແລະ ບັນດາການກະທົບບໍ່ດີຕໍ່ສິ່ງແວດລ້ອມ./.




