logo

ປົກ​ປ້ອງ, ຊຸກ​ຍູ້​ເດັກ​ພັດ​ທະ​ນາ​ຢ່າງປອດ​ໃສ, ຕັ້ງ​ໜ້າ​ໃນ​ສະ​ພາບ​ແວດ​ລ້ອມ​​ສັງ​ຄົມ​ອອນ​ໄລ

2026/3/24 | 07:53:07
(VOVWORLD) - ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຫາກໍລົງນາມໃນຂໍ້ຕົກລົງອະນຸມັດຜ່ານໂຄງການ “ປົກປ້ອງ ແລະ ໜູນຊ່ວຍເດັກພັດທະນາໃນສະພາບແວດລ້ອມສັງຄົມອອນໄລ ໄລຍະ 2026 – 2030”. 
(ພາບປະກອບ: VGP)

ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຫາກໍລົງນາມໃນຂໍ້ຕົກລົງອະນຸມັດຜ່ານໂຄງການ “ປົກປ້ອງ ແລະ ໜູນຊ່ວຍເດັກພັດທະນາໃນສະພາບແວດລ້ອມສັງຄົມອອນໄລ ໄລຍະ 2026 – 2030” (ເອີ້ນຫຍ້ຳວ່າ ໂຄງການ). ໂຄງການດັ່ງກ່າວເພື່ອແນໃສ່ປະຕິບັດ “ເປົ້າໝາຍຄວບຄູ່” ນັ້ນແມ່ນ ເພີ່ມທະວີການປົກປ້ອງເດັກ ແລະ ໜູນຊ່ວຍ, ຊຸກຍູ້ເດັກພັດທະນາຢ່າງປອດໃສ, ຕັ້ງໜ້າຍົກສູງຄວາມສາມາດດ້ານດີຈີຕອນໃນສະພາບຫັນເປັນດີຈີຕອນແຫ່ງຊາດ, ມຸ່ງໄປເຖິງປະກອບສ່ວນສ້າງລຸ້ນ “ພົນລະເມືອງດີຈີຕອນ” ຂອງ ຫວຽດນາມ ໃນສະພາບການໃໝ່. ຫັນການເຄື່ອນໄຫວປົກປ້ອງເດັກໃນສະພາບແວດລ້ອນສື່ສັງຄົມອອນລາຍໂດຍພື້ນຖານກາຍເປັນຮູບແບບປ້ອງກັນ, ຕ້ານ, ເປັນເຈົ້າການສະກັດກັ້ນບັນດາຄວາມສ່ຽງຕໍ່ເດັກໃນສະພາບແວດລ້ອມສື່ສັງຄົມອອນໄລ. ຈາກນັ້ນ, ສ້າງໂຄງປະກອບສັງລວມເພື່ອປົກປ້ອງເດັດ, ຊຸກຍູ້ເດັກພັດທະນາຢ່າງປອດໃສ, ຕັ້ງໜ້າໃນສື່ສັງຄົມອອນໄລ, ຜ່ານການສ້າງ, ປັບປຸງບັນດາເສົາຄ້ຳຄື: ລະບົບນິຕິກຳກ່ຽວກັບຄວາມປອດໄພທາງໄຊເບີ; ປັບປຸງການປົກປ້ອງເດັກ, ສ້າງຍຸດທະສາດໂຄສະນາ, ສຶກສາຍົກສູງສະຕິຄວາມຮັບຮູ້ ແລະ ບັນດາມາດຕະການຮັບປະກັນຄວາມປອດໄພທາງໄຊເບີໜູນຊ່ວຍຄຸ້ມຄອງການເຄື່ອນໄຫວຂອງເດັກ ແລະ ປົກປ້ອງເດັກເມື່ອເຂົ້າຮ່ວມສື່ສັງຄົມອອນໄລ.

ໃນໄລຍະ 2026 – 2030, ເປົ້າໝາຍແມ່ນ ບັນດາຮາກຖານສຶກສາສາມັນທັງໝົດໄດ້ຮັບການຜັນຂະຫຍາຍມາດຕະການຮັບປະກັນກັນຄວາມປອດໄພທາງໄຊເບີ.

TAG
VOV/VOVworld/ປົກປ້ອງ ແລະ ໜູນຊ່ວຍເດັກພັດທະນາໃນສະພາບແວດລ້ອມສັງຄົມອອນໄລ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ