logo

ປຸກລະດົມ “ທົ່ວປວງຊົນນຳໃຊ້ພະລັງງານຢ່າງປະຢັດ, ມີປະສິດທິຜົນ ແລະ ຕອບສະໜອງບັ້ນຊົ່ວໂມງເພື່ອໜ່ວຍໂລກ 2026”

2026/3/21 | 08:00:40
(VOVWORLD) - ຕອນເຊົ້າວັນທີ 21 ມີນາ, ຢູ່ເຂດວັດທະນະທຳປະດິດຄິດສ້າງ ໄຕໂຮ່, ນະຄອນ ຮ່າໂນ້ຍ, ກະຊວງອຸດສາຫະກຳການຄ້າ ຫວຽດນາມ ໄດ້ຈັດພິທີປຸກລະດົມ “ທົ່ວປວງຊົນນຳໃຊ້ພະລັງງານຢ່າງປະຢັດ, ມີປະສິດທິຜົນ ແລະ ຕອບສະໜອງບັ້ນຊົ່ວໂມງເພື່ອໜ່ວຍໂລກ 2026”.
(ທ່ານ ຫງວຽນຮວ່າງລອງ, ຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າ, ກ່າວຄຳເຫັນທີ່ພິທີ)

        ລາຍການປີນີ້ບໍ່ພຽງແຕ່ສືບຕໍ່ເນັ້ນໜັກເຖິງການນຳໃຊ້ພະລັງງານຢ່າງປະຢັດ ແລະ ມີປະສິດທິຜົນເທົ່ານັ້ນ, ຫາກຍັງມຸ່ງໄປເຖິງບາດກ້າວຫັນປ່ຽນສຳຄັນ ແມ່ນ ເປັນເຈົ້າປ່ຽນແປງໃໝປະດິດຄິດສ້າງໃນການນຳໃຊ້ພະລັງງານອີກດ້ວຍ. ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຮວ່າງລອງ, ຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ເນັ້ນໜັກວ່າ:

        “ຂ້າພະເຈົ້າຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ປະຊາຄົມວິສາຫະກິດ ແລະ ປະຊາຊົນໝົດທຸກຄົນ ສືບຕໍ່ຕັ້ງໜ້າສະໜັບສະໜູນ ແລະ ຜັນຂະຫຍາຍບັນດາມາດຕະການປະຢັດພະລັງງານໃນການເຄື່ອນໄຫວດຳລົງຊີວິດ; ຍູ້ແຮງການປ່ຽນແປງໃໝ່ເຕັກໂນໂລຊີ, ນຳໃຊ້ບັນດາມາດຕະການຄຸ້ມຄອງພະລັງງານທີ່ກ້າວໜ້າ; ຊຸກຍູ້ບັນດາຮູບແບບຜະລິດ ແລະ ບໍລິໂພກພະລັງງານຢ່າງມີປະສິດທິຜົນ; ສົ່ງເສີມການຫັນປ່ຽນພະລັງງານ… ຜ່ານນັ້ນ, ພວກເຮົາກໍ່ປະກອບສ່ວນສ້າງພື້ນຖານເສດຖະກິດທີ່ທັນສະໄໝ, ມີສະມັດຕະພາບສູງ ແລະ ພັດທະນາແບບຍືນຍົງ.”

        ກໍ່ທີ່ລາຍການ, ໄດ້ຈັດການແຂ່ງຂັນແລ່ນເພື່ອຕອບສະໜອງ “ທົ່ວປວງຊົນນຳໃຊ້ພະລັງງານຢ່າງປະຢັດ, ມີປະສິດທິຜົນ ແລະ ຕອບສະໜອງບັ້ນຊົ່ວໂມງເພື່ອໜ່ວຍໂລກ 2026”.

TAG
VOV/VOVworld/ດຳ​ລົງ​ຊີ​ວິດ; ຍູ້​ແຮງ/ປ່ຽນ​ແປງ​ໃໝ່​/ເຕັກ​ໂນ​ໂລ​ຊີ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ