
ປະຈຸບັນ, ແຕ່ລະເທື່ອເມື່ອເຕື້ອງເຖິງ ຈີ໋ລິງ ແຂວງ ຫາຍເຢືອງ, ຢູ່ທາງທິດຕາເວັນອອກຂອງເມືອງຫຼວງ ທັງລອງໃນເມື່ອກ່ອນ ແລະ ຮ່າໂນ້ຍ ໃນປະຈຸບັນ, ຜູ້ຄົນທັງຫຼາຍເຄີຍຄິດເຖິງ ໂກນເຊີນ ກຽບບາກ, ເຊິ່ງແມ່ນປູຊະນີຍະສະຖານ ປະຫວັດສາດພົ້ນເດັ່ນສອງແຫ່ງ ທີ່ຕິດພັນກັບວິລະບຸລຸດຜູ້ມີຊື່ສຽງໃນປະຫວັດສາດຫຼາຍທ່ານຄື: ຮຶງດ້າວດ້າຍເວືອງ ເຈິ່ນກວົກຕ໋ວນ, ເຊິ່ງແມ່ນນາຍພົນທີ່ປີຊາສາມາດ ໃນສະໄໝລາດຊະວົງ ເຈິ່ນ, ຫຼືວິລະຊົນຂອງຊາດ, ທັງເປັນນັກວັດທະນະທຳ ຫງວຽນຈາຍ ໃນສະໄໝລາດຊະວົງ ເລ, ແລະ ນາຍຄູທີ່ມີຊື່ສຽງໃນປະຫວັດສາດ ຈູວັນອານ… ຍາກທີ່ຈະຫາໄດ້ແຫ່ງໃດຢູ່ຫວຽດນາມທີ່ລວບລວມທັງດ້ານປະຫວັດສາດ, ວັດທະນະທຳ, ສາສະໜາ ແລະ ທັດສະນີຍະພາບທີ່ສວຍງາມຫຼາຍແຫ່ງຄືຢູ່ທີ່ນີ້. ເຂດປູຊະນີຍະສະຖານ ໂກນເຊີນ ກຽບບາກ ຕັ້ງຢູ່ເຂດພູຜາປ່າໄມ້. ຢູ່ໃຈກາງມີໜອງນ້ຳ, ອັນໄດ້ສ້າງເປັນເຂດພູຜາປ່າໄມ້ ແລະ ໜອງບຶງທີ່ສວຍງາມ. ຈຸດພົ້ນເດັ່ນຂອງເຂດປູຊະນີ ຍະສະຖານຕົ້ນຕໍ ແມ່ນ ວັດ ໂກນເຊີນ ແລະ ວິຫານ ກຽບບາກ. ວັດ ໂກນເຊີນຍັງມີຊື່ວ່າ ທຽນຕືຟຸກຕຶ້ (ໝາຍຄວາມວ່າ ວັດໂດຍຟ້າບັນດານໃຫ້) ເຊິ່ງຖືກກໍ່ສ້າງຂຶ້ນນັບແຕ່ສະໄໝລາດຊະວົງ ເຈີ່ນ (ເມື່ອສະຕະວັດທີ XIII) ແລະ ຮອດສະໄໝລາດຊະວົງ ເລ (ສະຕະວັດທີ XV ວັດດັ່ງກ່າວໄດ້ຮັບການບຸລະນະປະຕິສັງຂອນ ແລະ ເປີດກວ້າງຢ່າງໃຫຍ່ໂຕໂອໂຖງ. ກົນເຊີນ ຍັງແມ່ນເຂດດິນແດນຂອງ ທ່ຽນຟ໋າຍຈຸກເລິມ, ເຊິ່ງແມ່ນນິກາຍໜຶ່ງຂອງສາສະໜາພຸດຢູ່ຫວຽດນາມ, ໂດຍເຈົ້າຊີວິດ ເຈິ່ນເຍິນຕົງ, ເຊິ່ງແມ່ນເຈົ້າຊີວິດອົງທີ 3 ຂອງສະໄໝລາຊະວົງ ເຈິ່ນ ກໍ່ຕັ້ງຂຶ້ນ. ນັກຄົ້ນຄ້ວາປະຫວັດສາດ ຕັງບ໋າແຮ່ວງ, ສັງກັດສະມາຄົມວິທະຍາປະຫວັດສາດ, ແຂວງ ຫາຍເຢືອງ, ໃຫ້ຮູ້ວ່າ:
”ເມື່ອເວົ້າເຖິງນິກາຍ ຈຸກເລິມ ແມ່ນເວົ້າເຖິງຄົນທຳມະດາ ແຕ່ພັດຊາບຊືມແນວຄິດຂອງພຸດທະສາສະໜາ. ພຸດທະສາສະໜາຢູ່ໃນແຕ່ລະຄົນ, ແຕ່ລະຄອບຄົວ, ບໍ່ຈຳເປັນຕ້ອງໄປວັດຈຶ່ງຖືສິນໄດ້. ເຂົາເຈົ້າສາມາດຖືສິນຢູ່ໃນຄອບຄົວ, ຖືສິນໃນຈິດໃຈ ເພື່ອກາຍເປັນຄົນດີ, ເພື່ອວັດທະນະທຳມະນຸດອັນສູງສົ່ງຂອງມະນຸດ. ນັ້ນແມ່ນຈຸດພິເສດຂອງນິກາຍ ຈຸກເລິມ ”

”ເຂົາເຈົ້າເຄີຍເວົ້າວ່າ ຫງວຽນຈາຍ ກັບ ໂກນເຊີນ ແມ່ນໜຶ່ງດຽວ. ມີໂກນເຊີນ ຈຶ່ງມີ ຫງວຽນຈາຍ, ເພື່ອວ່າຢູ່ແຫ່ງນີ້ລວບລວມເອົາທັງ 3 ສາສະໜາຄື: ສາສະໜາພຸດ, ສາສະໜາກົງຟູເຊີ ແລະ ສາສະໜາຫຼາວ. ແລະ ຫງວຽນຈາຍ ແມ່ນຜູ້ທີ່ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສາສະໜາ ກົງຟູເຊີ , ເພິ່ມຍັງແມ່ນຜູ້ທີ່ມີຈິດໃຈເມດຕາກະລຸນາ. ກູ້ເອົາທຸກສິ່ງທີ່ມີຊີວິດ, ນັ້ນແມ່ນແນວຄິດຂອງສາສະໜາພຸດ ແລະ ສາສະໜາ ກົງຟູເຊີ. ດັ່ງນັ້ນ, ຫງວຽນຈາຍໄດ້ຮັບເອົາທັງ 3 ສາສະໜາດັ່ງກ່າວ, ແລະກາຍເປັນບຸກຄົນຜູ້ຍິ່ງໃຫຍ່”

ຫ່າງຈາກ ໂກນເຊີນ ປະມານ 5 ກ.ມ, ແມ່ນເຂດປູຊະນີຍະສະຖານ ກຽບບາກ, ວິຫານ ກຽບບາກ ແມ່ນແຫ່ງບູຊາ ຮຶງດ້າວດ້າຍເວືອງ ເຈິ່ນກວົກຕ໋ວນ. ໃນສະໄໝລາຊະວົງ ເຈິ່ນ, ຢູ່ສະຖານທີ່ແຫ່ງນີ້ມີທ່າ ບິ່ງທານ, ແມ່ນທີ່ຕັ້ງສຳຄັນດ້ານຍຸດທະສາດ, ແຫ່ງທີ່ເປັນຂີດໝາຍບັນດາຜົນງານວິລະກຳ, ກໍ່ຄືຄວາມປີຊາສາມາດດ້ານການທະຫານ, ໃນການສູ້ຮົບທາງນ້ຳຂອງ ຮຶງດ້າວດ້າຍເວືອງ ເຈິ່ນກວົກຕ໋ວນ, ນາຍທະຫານຜູ້ມີຊື່ສຽງຂອງຊາດຫວຽດນາມ ທີ່ໄດ້ຕີເອົາຊະນະທະຫານແຢວນເໝີງ ເຖິງ 3 ຄັ້ງ. ທ່ານ ຫງວຽນຄັກມິງ, ພະນັກງານຄະນະຄຸ້ມຄອງເຂດປູຊະນີ ຍະສະຖານ ໂກນເຊີນ ກຽບບາກ, ຖືວ່າ:
”ຄາວຍັງມີຊີວິດ, ກໍ່ຄືເວລາທີ່ໄດ້ລ່ວງລັບໄປແລ້ວ, ຮູບພາບຂອງ ຮຶງດ້າວ ດ້າຍເວືອງ ເຈິ່ນກວົກຕ໋ວນ ຍາມໃດກໍ່ມີທີ່ຕັ້ງສຳຄັນໃນຊີວິດທາງດ້ານປະຫວັດສາດ, ວັດທະນະທຳຂອງຊາວຫວຽດນາມ. ເຖິງວ່າເພິ່ນໄດ້ລ່ວງລັບໄປເປັນເວລາ 700 ກວ່າປີແລ້ວກໍ່ຕາມ, ແຕ່ຮູບພາບຂອງເພິ່ນຍັງຄົງປະກົດຕົວຢູ່ຕາມວິຫານ ກຽບບາກ ກໍ່ຄືຢູ່ແຫ່ງອື່ນໆໃນປະເທດຫວຽດນາມ. ນາຍພົນ ຮຶງດ້າວດ້າຍເວືອງ ເຈິ່ນກວົກຕ໋ວນ ໄດ້ກາຍເປັນ ອໍລະຫັນອົງໜຶ່ງ”.





