logo

ປີທ່ອງທ່ຽວແຫ່ງຊາດ 2026 - ໂອກາດໂຄສະນາບັນດາຄຸນຄ່າວັດທະນະທຳ, ທຳມະຊາດ ແລະ ຄົນເຂດດິນແດນ ໄຕງວຽນ

2026/3/5 | 11:06:47
(VOVWORLD) -  ການຈັດປີທ່ອງທ່ຽວແຫ່ງຊາດ ຫວຽດນາມ ໄດ້ສ້າງກຳລັງກະຕຸ້ນໃຫ້ແກ່ຕະຫຼາດ, ເຊື່ອມຕໍ່ເຂດ, ປ່ຽນແປງໃໝ່ຜະລິດຕະພັນ, ຄຸນນະພາບ ແລະ ຍົກສູງເຄື່ອງໝາຍການຄ້າທ່ອງທ່ຽວແຫ່ງຊາດໃນທົ່ວໂລກ.
ທີ່ກອງປະຊຸມຖະແຫຼງຂ່າວສານກົນ
(ພາບ: cand.com.vn)

        ຕອນບ່າຍວັນທີ 05 ມີນາ, ຢູ່ສູນກອງປະຊຸມສາກົນ ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ແລະ ຄະນະກຳມະການປະຊາຊົນແຂວງ ຢາລາຍ ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວສານກົນ ສະໜອງຂໍ້ມູນກ່ຽວກັບປີທ່ອງທ່ຽວແຫ່ງຊາດ - ຢາລາຍ 2026.

        ປີທ່ອງທ່ຽວແຫ່ງຊາດ - ຢາລາຍ 2026 ມີຫົວຂໍ້: ຢາລາຍ - ພູຜາໂອບກອດທະເລ (Gia Lai - Mountains embrace the sea), ແມ່ນເຫດການທີ່ມີຄວາມໝາຍສຳຄັນໃນການໂຄສະນາ, ແນະນຳພາບພົດຈຸດນັດພົບ ແລະ ບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະ; ເຊີດຊູຄຸນຄ່າວັດທະນະທຳເປັນວັດຖຸ ແລະ ບໍ່ເປັນວັດຖຸຂອງ ຢາລາຍ ແລະ ຫວຽດນາມ.

ຕາມທ່ານ ໂງເລວັນ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລ້ວ, ການຈັດປີທ່ອງທ່ຽວແຫ່ງຊາດ ຫວຽດນາມ ໄດ້ສ້າງກຳລັງກະຕຸ້ນໃຫ້ແກ່ຕະຫຼາດ, ເຊື່ອມຕໍ່ເຂດ, ປ່ຽນແປງໃໝ່ຜະລິດຕະພັນ, ຄຸນນະພາບ ແລະ ຍົກສູງເຄື່ອງໝາຍການຄ້າທ່ອງທ່ຽວແຫ່ງຊາດໃນທົ່ວໂລກ.

 “ນີ້ບໍ່ພຽງແຕ່ແມ່ນການເຄື່ອນໄຫວທ່ອງທ່ຽສຳຄັນເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ ຢາລາຍ ແນະນຳບັນດາຄຸນຄ່າວັດທະນະທຳທາງທຳມະຊາດ ແລະ ຄົນ ທີ່ເປັນເອກະລັກສະເພາະຂອງເຂດດິນແດນ ໄຕງວຽນ ກັບໂລກອີກດ້ວຍ. ຂ້າພະເຈົ້າເຊື່ອໝັ້ນວ່າ ການສົມທົບກັນຂອງສີສັນວັດທະນະທຳທີ່ເປັນເອກະລັກສະເພາະຂອງ ຢາລາຍ, ຈິນຕະນາການພັດທະນາທີ່ຂະຫຍັນຂັນເຄື່ອນຂອງທ້ອງຖິ່ນ ແລະ ການຮ່ວມເດີນທາງຂອງຂະແໜງການທູດ ຈະສ້າງການແຜ່ກະຈາຍຢ່າງແຮງ ແລະ ນຳ ຢາລາຍ ກາຍເປັນຈຸພົ້ນເດັ່ນຂອງການທ່ອງທ່ຽວ ຫວຽດນາມ ໃນຊຸມປີຈະມາເຖິງ.

ພິທີໄຂປີທ່ອງທ່ຽວແຫ່ງຊາດ - ຢາລາຍ 2026 ຈະໄດ້ຈັດຂຶ້ນຢູ່ຕາແສງ ກຸຍເຍິນ ໃນເດືອນ ມີນາ ນີ້.                  

TAG
VOV/VOVworld/ຄຸນ​ຄ່າ​/ວັດ​ທະ​ນະ​ທຳ/​ທຳ​ມະ​ຊາດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ