logo

ປີ​ປະ​ທານ​ອາ​ຊຽນ 2020: ຫວຽດ​ນາມ​ເປັນ​ປະ​ທານກອງ​ປະ​ຊຸມ ເອກ​ອັກ​ຄະ​ລັດ​ຖະ​ທູດ ບັນ​ດາ​ປະ​ເທດ ສະ​ມາ​ຊິກ EAS

2020/2/14 | 07:17:49
(VOVWORLD) - ວັນທີ 13 ກຸມພາ, ຢູ່ສຳນັກງານຄະນະເລຂາອາຊຽນ, ຈາກາຕາ, ປະເທດອິນໂດເນເຊຍໄດ້ດຳເນີນກອງປະຊຸມເອກອັກຄະລັດຖະທູດ ບັນດປະເທດສະມາຊິກຂັ້ນສູງ ອາຊີຕາເວັນອອກ (EAS). 

ທ່ານເຈິ່ນດຶກບິ່ງ ເອກອັກຄະລັດຖະທູດ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳອາຊຽນ

(ພາບ: TTXVN) 

ນີ້ແມ່ນກອງປະຊຸມທຳອິດໃນປີເປັນປະທານອາຊຽນ 2020 ຂອງ ຫວຽດນາມ ດ້ວຍເປົ້າໝາຍສຳຫຼວດກວດຄືນບັນດາການເຄື່ອນໄຫວຮ່ວມມືໃນຂອບເຂດ EAS, ທ່ານເຈິ່ນດຶກບິ່ງ ເອກອັກຄະລັດຖະທູດ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳອາຊຽນ ເປັນປະທານກອງປະຊຸມ. ທີ່ກອງປະຊຸມ, ທ່ານເຈິ່ນດຶກບິ່ງ ໄດ້ແບ່ງປັນກັບບັນດາປະເທດເຂົ້າຮ່ວມ EAS  ກ່ຽວກັບຄວາມໝາຍຂອງ ຫົວຂໍ້ “ອາຊຽນສະໜິດຕິດພັນ ແລະ ເປັນເຈົ້າການຮັບມື" ແລະ ບັນດາບຸລິມະສິດຂອງ ຫວຽດນາມ ໃນປີ ເປັນປະທານອາຊຽນ 2020 ເພື່ອແນໃສ່ຊຸກຍູ້ການສ້າງປະຊາຄົມອາຊຽນ, ຍູ້ແຮງການພົວພັນກັບບັນດາຄູ່ຮ່ວມມືເພື່ອສັນຕິພາບ ແລະ ພັດທະນາແບບຍືນຍົງ, ເສີມຂະຫຍາຍບົດບາດປະກອບສ່ວນຂອງ ອາຊຽນໃນປະຊາຄົມສາກົນ, ເປີດກ້ວາງແລະຍົກສູງການພົວພັນກັບຄູ່ຮ່ວມມື, ປະກອບສ່ວນເຂົ້າການປັບປຸງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການພັດທະນາໃນພາກພື້ນ.

        ບັນດາປະເທດເຂົ້າຮ່ວມ EAS ໄດ້ຊົມເຊີຍຫົວຂໍ້ປີປະທານອາຊຽນຂອງ ຫວຽດນາມ ແລະ ຢັ້ງຢືນວ່າ ຈະສະໜັບສະໜູນບັນດາບຸລິມະສິດ ຂອງ ຫວຽດນາມ, ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ແລະ ອາຊຽນໃນການຫັນບັນດາບຸລິມະສິດນີ້ໃຫ້ປະກົດຜົນເປັນຈິງ, ກໍ່ຄືບັນດາຂໍ້ລິ້ເລີ່ມ ແລະ ການເຄື່ອນໄຫວທີ່ຫວຽດນາມ ສະເໜີເນື່ອງໃນໂອກາດ ສະເຫຼີມສະຫຼອງ 15 ປີ ແຫ່ງວັນສ້າງຕັ້ງ EAS (2005 - 2020) ແລະ ກຳນົດທິດໃຫ້ແກ່ການພັດທະນາຂອງ EAS ໃນຊຸມທົດສະວັດຕໍ່ໄປບົນພື້ນຖານບັນດາຜົນງານທີ່ບັນລຸໄດ້ ໃນໄລຍະ 15 ປີຜ່ານມາ, ບັນດາຫຼັກການພື້ນຖານທີ່ໄດ້ຢັ້ງຢືນເຖິງຄຸນຄ່າ ແລະ ບົດບາດເປັນໃຈກາງຂອງ ອາຊຽນ, ສືບຕໍ່ປະກອບສ່ວນໃຫ້ແກ່ສັນຕິພາບ ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ.

TAG
VOV/VOVworld/​ປະ​ທານ​ອາ​ຊຽນ 2020/ຫວຽດ​ນາມ​/EAS

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ