logo

ປີ​ປະທານ ອາຊຽນ 2020: ​ເພີ່ມ​ທະວີ​ການ​ຄ້າ ​ແລະ ການ​ລົງທຶນ​ພາຍ​ໃນ​ກຸ່ມອາຊຽນ

2020/1/10 | 11:24:38
(VOVWORLD) -ບັນດາການຫັນປ່ຽນທີ່ບໍ່ເຄີຍມີມາກ່ອນຂອງສະພາບການເສດຖະກິດໂລກ, ບັນດາຄວາມກ້າວໜ້າຂອງເຕັກໂນໂລຢີ ໄດ້ນໍາມາເຊິ່ງຄວາມສາມາດບ່ົມຊ້ອນອັນໃຫຍ່ຫຼວງ ໃຫ້ແກ່ສັນຕິພາບ ແລະ ພັດທະນາແບບຍືນຍົງ ກໍຄືການເຊື່ອມໂຍງທາງດ້ານເສດຖະກິດ ຢ່າງເລິກເຊິ່ງກວ້າງຂວາງ.
 ທ່ານ ຫງວຽນກວ໊ກຢຸງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ, ເລຂາທິການໃຫຍ່ອາຊຽນ 2020 (ພາບ: TTXVN)

        ຕອນເຊົ້າວັນທີ 10 ມັງກອນ, ຢູ່ຮ່າໂນ້ຍ ໄດ້ດໍາເນີນກອງປະຊຸມສໍາມະນາຂັ້ນສູງ ກ່ຽວກັບການຊຸກຍູ້ດ້ານການຄ້າ - ການລົງທຶນພາຍໃນກຸ່ມ ເພື່ອອາຊຽນ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”.  ທ່ານ ຫງວຽນກວ໊ກຢຸງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ, ເລຂາທິການໃຫຍ່ອາຊຽນ 2020 ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ກ່າວຄໍາເຫັນໄຂກອງປະຊຸມສໍາມະນາ, ທ່ານຫວູໂຮ່ ຫົວໜ້າກົມອາຊຽນ ສັງກັດກະຊວງການຕ່າງປະເທດຫວຽດນາມ ຖືວ່າ: ບັນດາການຫັນປ່ຽນທີ່ບໍ່ເຄີຍມີມາກ່ອນຂອງສະພາບການເສດຖະກິດໂລກ, ບັນດາຄວາມກ້າວໜ້າຂອງເຕັກໂນໂລຢີ ໄດ້ນໍາມາເຊິ່ງຄວາມສາມາດບ່ົມຊ້ອນອັນໃຫຍ່ຫຼວງ ໃຫ້ແກ່ສັນຕິພາບ ແລະ ພັດທະນາແບບຍືນຍົງ ກໍຄືການເຊື່ອມໂຍງທາງດ້ານເສດຖະກິດ ຢ່າງເລິກເຊິ່ງກວ້າງຂວາງ.  ບັນດາປະເທດ ກໍຕ້ອງປະເຊີນໜ້າກັບສິ່ງທ້າທາຍຢ່າງໃຫຍ່ຫຼວງ, ນັ້ນແມ່ນ ທ່າອ່ຽງແກ້ງແຍ້ງກັນ ແລະ ຕ້ານໂລກາພິວັດ.

        ຕາມທ່ານ ຫວູໂຮ່ແລ້ວ, ການເພີ່ມທະວີເສດຖະກິດພາຍໃນກຸ່ມ ແລະ ການລົງທຶນຈະປະກອບສ່ວນຫັນບັນດາບຸລິມະສິດຂອງ ອາຊຽນ ໃນໄລຍະຈະມາເຖິງ ໃຫ້ປະກົດຜົນເປັນຈິງ, ໃນກອງປະຊຸມສໍາມະນາຄັ້ງນີ້ ຈະມີການສະເໜີ, ສະເໜີແນະກ່ຽວກັບນະໂຍບາຍທີ່ເປັນປະໂຫຍດໃຫ້ແກ່ການເຊື່ອມໂຍງເສດຖະກິດໃນພາກພື້ນ.

ສ່ວນທ່ານ ເຈິ່ນກວ໊ກແຄ໊ງ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ໄດ້ເນັ້ນໜັກວ່າ ໃນສະພາບການເພີ່ມທະວີີການອາລັກຂາການຄ້ານັ້ນ, ອາຊຽນ ຕ້ອງເພີ່ມທະວີລັກສະນະເອກະພາບ ແລະ ຮັກສາຄວາມສະໜິດຕິດພັນ ເພື່ອຜ່ານຜ່າສິ່ງທ້າທາຍນາໆປະການ.  


TAG
VOV/VOVworld/ສະໜິດຕິດພັນ/ເປັນເຈົ້າການຮັບມື/ເສດຖະກິດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ