logo

ປະ​ກາດ​ການ​ສະ​ເໜີ ຊາວ​ໜຸ່ມ 19 ຄົນ ໄດ້​ຮັບ​ລາງວັນ “ຊາວ​ໜຸ່ມ​ຫວຽດ​ນາມ ດີ​ເດັ່ນ​” ໃນ​ປີ 2025

2026/3/2 | 11:20:10
(VOVWORLD) - ລາງວັນ “ຊາວໜຸ່ມຫວຽດນາມ ດີເດັ່ນ” ແມ່ນລາງວັນອັນສູງສົ່ງເພື່ອແນໃສ່ເຊີດຊູບັນດາເພື່ອນໜຸ່ມບໍ່ມີອາຍຸເກີນ 35 ປີ, ມີຜົນງານດີເດັ່ນ ຂຶ້ນກັບ 10 ຂົງເຂດມ
ການຖະແຫຼງຂ່າວປະກາດການສະເໜີ ຊາວໜຸ່ມ 19 ຄົນ ໄດ້ຮັບລາງວັນ “ຊາວໜຸ່ມຫວຽດນາມ ດີເດັ່ນ” ໃນປີ 2025 (ພາບ: VGP)

ຕອນເຊົ້າວັນທີ 2 ມີນາ, ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ກອງທຶນໜູນຊ່ວຍຜູ້ມີຄວາມເກັ່ງກ້າສາມາດໜຸ່ມ ຫວຽດນາມ ໄດ້ຈັດການຖະແຫຼງຂ່າວປະກາດບັນຊີລາຍຊື່ຊາວໜຸ່ມ 19 ຄົນ ລອດເຂົ້າຮອບຄັດເລືອກທາງໄກ ຂອງລາງວັນ “ຊາວໜຸ່ມຫວຽດນາມ ດີເດັ່ນ” ປີ 2025. ລາງວັນ “ຊາວໜຸ່ມຫວຽດນາມ ດີເດັ່ນ” ແມ່ນລາງວັນອັນສູງສົ່ງເພື່ອແນໃສ່ເຊີດຊູບັນດາເພື່ອນໜຸ່ມບໍ່ມີອາຍຸເກີນ 35 ປີ, ມີຜົນງານດີເດັ່ນ ຂຶ້ນກັບ 10 ຂົງເຂດ: ການຮ່ຳຮຽນ, ການຄົ້ນຄ້ວາວິທະຍາສາດ - ມີຫົວຄິດປະດິດສ້າງ, ອອກແຮງງານທຳການຜະລິດ, ດຳເນີນທຸລະກິດ - Startup, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ, ກິລາກາຍຍະກຳ, ການເຄື່ອນໄຫວໃນສັງຄົມ, ວັດທະນະທຳສິລະປະ ແລະ ການຄຸ້ມຄອງບໍລິຫານລັດ. ປີ 2025, ຄະນະຈັດຕັ້ງໄດ້ຮັບເອກະສານສະເໜີ 145 ສະບັບມາຈາກ 37 ຫົວໜ່ວຍໃນທົ່ວປະເທດ, ໃນນັ້ນມີເອກະສານສະໝັກຮັບເລືອກຕັ້ງ 4 ສະບັບ. ຮອບຄັດເລືອກທາງໄກເລີ່ມແຕ່ວັນທີ 2 ມີນາ ຫາ ວັນທີ 16 ມີນາ 2026.

TAG
VOV/VOVworld/ຊາວ​ໜຸ່ມ​ດີ​ເດັ່ນ/ຫວຽດ​ນາ​ມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ