logo

ປະກາດຜົນການເລືອກຕັ້ງ: ອັດຕາສ່ວນຜູ້ມີສິດເລືອກຕັ້ງເຂົ້າຮ່ວມການປ່ອນບັດສູງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ

2026/3/22 | 09:33:20
(VOVWORLD) - ຕອນບ່າຍວັນທີ 21 ທີນາ, ສະພາເລືອກຕັ້ງແຫ່ງຊາດ ຫວຽດນາມ ໄດ້ຈັດກອງປະຊຸມຖະແຫຼງຂ່າວປະກາດມະຕິຂອງສະພາເລືອກຕັ້ງແຫ່ງຊາດກ່ຽວກັບຜົນການປ່ອນບັດ ແລະ ບັນຊີລາຍຊື່ບັນດາຜູ້ໄດ້ຮັບການເລືອກຕັ້ງເຂົ້າເປັນສະມາຊິກສະພາແຫ່ງຊາດຊຸດທີ 16.
ທີ່ກອງປະຊຸມຖະແຫຼງຂ່າວ
(ພາບ: TTXVN)

ຕາມສະພາເລືອກຕັ້ງແຫ່ງຊາດແລ້ວ, ຈຳນວນຜູ້ມີສິດໄປປ່ອນບັດເລືອກຕັ້ງທັງໝົດບັນລຸເກືອບ 72 ລ້ານຄົນ, ເທົ່າກັບ 99,7%, ເຊິ່ງແມ່ນອັດຕາສ່ວນສູງສຸດນັບແຕ່ກ່ອນມາຮອດປະຈຸບັນ. ໝາກຜົນດັ່ງກ່າວສະແດງໃຫ້ເຫັນສະຕິດ້ານການເມືອງ, ຈິດໃຈຄວາມຮັບຜິດຊອບ ແລະ ຄວາມເຫັນດີເຫັນພ້ອມສູງຂອງປະຊາຊົນຕໍ່ກັບເຫດການການເມືອງສຳຄັນຂອງປະເທດຊາດ.

ກ່ຽວກັບຜົນຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ, ທົ່ວປະເທດໄດ້ເລືອກຕັ້ງຜູ້ແທນຄົບ 500 ທ່ານຈາກຜູ້ສະໝັກຮັບເລືອກຕັ້ງ 863 ທ່ານ. ໃນນັ້ນ, ຜູ້ແທນໂດຍສູນກາງແນະນຳໄດ້ຮັບການເລືອກຕັ້ງແມ່ນ 214 ທ່ານ, ບັນລຸອັດຕາສ່ວນສູງທີ່ສຸດ. ຜູ້ທີ່ເຄີຍເປັນສະມາຊິກສະພາແຫ່ງຊາດລວມມີ 247 ທ່ານ. ພ້ອມກັນນັ້ນ, ໃນຈຳນວນຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ 863 ທ່ານ, ອັດຕາສ່ວນຜູ້ມີລະດັບວິຊາສະເພາະຫຼັງມະຫາ (ສູງກວ່າປະລິນຍາຕີ) ກວມເອົາ 68,63%; ລະດັບມະຫາວິທະຍາໄລ (ປະລິນຍາຕີ) ກວມເອົາ 31,21%; ອັດຕາຜູ້ແທນຍິງບັນລຸປະມານ 30%, ສືບຕໍ່ຮັກສາຢູ່ລະດັບສູງ.

ສະພາເລືອກຕັ້ງແຫ່ງຊາດຕີລາຄາວ່າ ການເລືອກຕັ້ງບັນລຸຜົນສຳເລັດຢ່າງຈົບງາມ, ຮັບປະກັນລັກສະນະປະຊາທິປະໄຕ, ເປີດເຜີຍ, ກະຈ່າງແຈ້ງ, ຖືກຕ້ອງຕາມກົດໝາຍ ແລະ ມີຄວາມປອດໄພເປັນທີ່ສຸດ.

TAG
VOV/VOVworld/​​ລະ​ດັບ/​ວິ​ຊາ​/ສະ​ເພາະ​/​ຜົນ​ສຳ​ເລັດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ