logo

ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ ມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ

2026/1/15 | 10:48:54
(VOVWORLD) - ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກນີ້ແມ່ນເຫດການການເມືອງສຳຄັນ, ເຊິ່ງພໍ່ແມ່ປະຊາຊົນໄດ້ຕັ້ງຄວາມຫວັງຫຼາຍຢ່າງກ່ຽວກັບໄລຍະຍູ້ແຮງພາລະກິດແຫ່ງການປ່ຽນແປງໃໝ່, ນຳປະເທດຊາດສືບຕໍ່ພັດທະນາ.
(ຄູໜຸ່ມ ເຈືອງວັນເຟືອງ, ຜູ້ທີ່ໄດ້ປະຕິບັດງານຢູ່ ລາວ ເປັນເວລາເກືອບ 15 ປີ)

        ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເວົ້າລວມ ແລະ ຢູ່ ລາວ ເວົ້າສະເພາະ ຍາມໃດກໍ່ມຸ່ງໄປເຖິງປະເທດຊາດ, ຕິດຕາມ ແລະ ຕັ້ງຄວາມຫວັງຫຼາຍຢ່າງກ່ຽວກັບການປ່ຽນແປງໃນແຕ່ລະມື້ຂອງບ້ານເກີດເມືອງນອນ, ປະເທດຊາດ. ສຳລັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ລາວ, ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກນີ້ແມ່ນເຫດການການເມືອງສຳຄັນ, ເຊິ່ງພໍ່ແມ່ປະຊາຊົນໄດ້ຕັ້ງຄວາມຫວັງຫຼາຍຢ່າງກ່ຽວກັບໄລຍະຍູ້ແຮງພາລະກິດແຫ່ງການປ່ຽນແປງໃໝ່, ນຳປະເທດຊາດສືບຕໍ່ພັດທະນາ.

        ຄູໜຸ່ມ ເຈືອງວັນເຟືອງ, ຜູ້ທີ່ໄດ້ປະຕິບັດງານຢູ່ ລາວ ເປັນເວລາເກືອບ 15 ປີ ແລະ ທ່ານ ຟ້າມວັນຮຸ່ງ, ປະທານສະມາຄົມໃຫຍ່ຊາວ ຫວຽດນາມ ອາໄສຢູ່ ລາວ, ແບ່ງປັນວ່າ:

          “ດ້ວຍຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຕັ້ງຫວັງຢ່າງໃຫຍ່ຫຼວງ, ຂ້າພະເຈົ້າເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ ຈະວາງອອກຫຼາຍຍຸດທະສາດທີ່ຖືກຕ້ອງ, ສ້າງຜົນປະໂຫຍດໃຫ້ແກ່ປະເທດຊາດ ແລະ ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນ. ຜ່ານນັ້ນ, ກໍ່ຍົກລະດັບປະເທດ ຫວຽດນາມ ບົນເວທີສາກົນ”.

        “ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ລາວ ມີຄວາມປິຕິຊົມຊື່ນ ແລະ ປາດຖະໜາວ່າ ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກທີ່ຈະມາເຖິງນີ້ ຈະບັນລຸຜົນສຳເລັດຢ່າງຈົບງາມ, ທີ່ຕັ້ງຂອງ ຫວຽດນາມ ບົນເວທີສາກົນຈະນັບມື້ນັບໄດ້ຮັບການຍົກສູງຂຶ້ນ”.

TAG
VOV/VOVworld/ພໍ່​ແມ່​/ປະ​ຊາ​ຊົນ/ອາ​ໄສ/ກອງ​ປະ​ຊຸມ​ໃຫຍ່

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ