logo

ປະຊາຊົນ ກາຊາ ຕ້ອນຮັບງານບຸນ Eid Al-Fitr ໃນສະພາບຖືກ ອິດສະຣາແອັນ ຈຳກັດຢ່າງເຄັ່ງຂັດ

2026/3/21 | 07:48:43
(VOVWORLD) - ງານບຸນ Eid Al-Fitr ປີນີ້, ອິດສະຣາແອັນ ໄດ້ປິດປະຕູດ່ານຊາຍແດນເຂົ້າ ກາຊາ ທັງໝົດ, ພາຍຫຼັງປຸກລະດົມການບຸກໂຈມຕີເຂົ້າໃສ່ ອີຣານ ໃນວັນທີ 28 ກຸມພາ.
ຊາວມຸດສະລິມເຂົ້າຮ່ວມພິທີພາວະນາໃນງານບຸນ Eid Al-Fitr
(ພາບ: REUTERS/Dawoud Abu Alkas)

ຕາມສຳນັກຂ່າວສານ ປາແລັດສະຕິນ (WAFA), ມີກຸ່ມຄົນນັບຮ້ອຍຄົນໄດ້ປະຕິບັດພິທີພາວະນາໃນງານບຸນ Eid Al-Fitr ຢູ່ບັນດາເຂດກາງແຈ້ງຢູ່ ກາຊາ, ທ່າມກາງສະພາບຖືກມ້າງເພທຳລາຍເປັນວົງກວ້າງ ແລະ ບັນດາການຈຳກັດຂອງ ອິດສະຣາແອັນ ທີ່ພວມວາງອອກຢ່າງເຄັ່ງຂັດ. ສ່ວນຢູ່ໂບດ Al-Aqsa ຢູ່ ເຢຮູຊາເລັມ ຕາເວັນອອກ, ສະຖານທີ່ສັກສິດທີ 3 ຂອງຊາວ ມຸດສະລິມ, ມີນັບຮ້ອຍຄົນຕ້ອງເຮັດພິທີພາວະນາຢູ່ເບື້ອງນອກ, ເມື່ອ ອິດສະຣາແອັນ ປິດປະຕູໂບດນີ້ພາຍຫຼັງປຸກລະດົມການບຸກໂຈມຕີ ອີຣານ.

ງານບຸນ Eid Al-Fitr ປີນີ້, ອິດສະຣາແອັນ ໄດ້ປິດປະຕູດ່ານຊາຍແດນເຂົ້າ ກາຊາ ທັງໝົດ, ພາຍຫຼັງປຸກລະດົມການບຸກໂຈມຕີເຂົ້າໃສ່ ອີຣານ ໃນວັນທີ 28 ກຸມພາ. ດ່ານຊາຍແດນ Kerem Shalom ໄດ້ເປີດປະຕູຄືນໃໝ່ຫຼັງຈາກນັ້ນ 2 – 3 ວັນ ເພື່ອຮັບເອົາເຄື່ອງໜູນຊ່ວຍມະນຸດສະທຳ ໂດຍມີຂໍ້ຈຳກັດ.

TAG
VOV/VOVworld/ພາ​ວະ​ນາ/ປຸກ​ລະ​ດົມ/​ບຸກ​ໂຈມ​ຕີ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ