logo

ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ພົບ​ປະລະ​ຫວ່າງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກັບ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI

2026/3/3 | 11:59:13
(VOVWORLD) -   ວັນທີ 03 ມີນາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ພ້ອມກັບບັນດາຜູ້ສະໝັກຮັບເລືອກຕັ້ງ ໄດ້ເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ມີສິດເລືອກຕັ້ງກັບຜູ້ສະໝັກຮັບເລືອກຕັັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ຢູ່ຕາແສງ ອານເຍິນເຕີຍ ແລະ ເຕິຍອານໂຮ້ຍ, ນະຄອນ ໂຮ່ຈີມິນ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ  ກ່າວຄຳເຫັນທີ່ການພົບປະ

      ນະທີ່ນີ້, ຕາງໜ້າໃຫ້ບັນດາຜູ້ສະໝັກຮັບເລືອກຕັ້ງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໃຫ້ຄຳໝັ້ນສັນຍາປະຕິບັດໂຄງການດຳເນີນງານທີ່ໄດ້ສະເໜີມາຢ່າງເຂັ້ມງວດ; ປາດຖະໜາໃຫ້ຜູ້ມີສິດເລືອກຕັ້ງສືບຕໍ່ໃຫ້ຄວາມເອົາໃຈໃສ່ຕິດຕາມ, ສະໜັບສະໜູນການເຄື່ອນໄຫວຂອງສະພາແຫ່ງຊາດເພື່ອໃຫ້ປະເທດພັດທະນາຢ່າງວ່ອງໄວ, ຍືນຍົງ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ແບ່ງປັນພ້ອມກັບບັນດາຜູ້ສະໝັກຮັບເລືອກຕັ້ງວ່າ ຖ້າໄດ້ຮັບການເລືອກຕັ້ງ ຕ້ອງມີການຕິດຕໍ່ພົວພັນກັບຜູ້ມີສິດເລືອກຕັ້ງ, ຮັບຟັງຄຳເຫັນ, ຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງເປັນປະຈຳ ເພື່ອສ່ອງແສງເຖິງສະພາແຫ່ງຊາດ, ລັດຖະບານ ແລະ ບັນດາອົງການທີ່ມີໜ້າທີ່ຄວາມຮັບຜິດຊອບຢ່າງທັນການ; ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຂອງສະພາແຫ່ງຊາດ, ປະກອບເຫື່ອແຮງ, ພຸມປັນຍາເຂົ້າໃນການສ້າງກົດໝາຍ, ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ ແລະ ການຕິດຕາມກວດກາສູງສຸດສຳລັບການເຄື່ອນໄຫວຂອງກົງຈັກລັດ.

ບັນຍາກາດການພົບປະ

        ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ກໍໃຫ້ຮູ້ວ່າ ສະພາແຫ່ງຊາດໄດ້ປະກາດໃຊ້ຫຼາຍກົນໄກ, ນະໂຍບາຍພິເສດ ແນໃສ່ສ້າງໂອກາດພັດທະນາກ້າວກະໂດດຂັ້ນ ແລະ ມະຕິກອງປະຊຸມໃຫຍ່ອົງຄະນະພັກນະຄອນ ກໍໄດ້ວາງອອກ 12 ໜ້າທີ່, ມາດຕະການຈຸດສຸມ. ດ້ວຍຫຼາຍມາດຕະການທີ່ຕິດແທດກັບຕົວຈິງຄືແນວນັ້ນ, ນະຄອນ ໂຮ່ຈີມິນ ຈະນຳໜ້າທົ່ວປະເທດກ່ຽວກັບການສຶກສາ, ສາທາລະນະສຸກ, ເບິ່ງແຍງດູແລສຸຂະພາບຂອງປະຊາຊົນ, ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ.

ເລຕວຽດ

TAG
VOV/VOVworld/ຜູ້​ມີ​ສິດ​ເລືອກ​ຕັ້ງ​/​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ​ັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ