logo

ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ - ອາ​ເມ​ລິ​ກາ ສົນ​ທະ​ນາ​ທາງ​ໂທ​ລະ​ສັບ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ ອີ​ຣານ, ຢູ​ແກຼນ

2026/3/10 | 07:30:04
(VOVWORLD) - ການເຈລະຈາລະຫວ່າງການນຳສອງທ່ານໄດ້ດຳເນີນໄປດ້ວຍຈິດໃຈ “ແທດຈິງ, ກົງໄກກົງມາ ແລະ ມີລັກສະນະສ້າງສັນ”, ພ້ອມດຽວກັນນັ້ນ ສອງຝ່າຍກໍສະແດງຄວາມກຽມພ້ອມທີ່ຈະຮັກສາບັນດາການພົບປະເປັນປະຈຳໃນໄລຍະຈະມາເຖິງ. 
ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃນການຖະແຫຼງຂ່າວຢູ່ Elmendorf-Richardson, Anchorage, Alaska, ອາເມລິກາ ເມື່ອເດືອນ 8/2025. (ພາບ: REUTERS/Kevin Lamarque)

ວັນທີ 09 ມີນາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ສົນທະນາທາງໂທລະສັບກັບທ່ານ Vladimir Putin  ປະທານາທິບໍດີ ລັດເຊຍ  ໃນເວລາປະມານ 01 ຊົ່ວໂມງ ເພື່ອແລກປ່ຽນກ່ຽວກັບບັນດາບັນຫາສາກົນທີ່ພົ້ນເດັ່ນ, ໃນນັ້ນ ມີການປະທະກັນກັບຕາເວັນອອກກາງ ແລະ ຢູແກຼນເມື່ອກ່າວຄຳເຫັນໃນການປະຊຸມຂ່າວຢູ່ Florida, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ການສົນທະນາທາງໂທລະສັບກັບຄູ່ຕຳແໜ່ງ ລັດເຊຍ ໄດ້ດຳເນີນໄປຢ່າງເປີດອົກເປີດໃຈ.

ຕາມທ່ານ Yury Ushakov ຜູ້ຊ່ວຍວຽກຂອງທ່ານປະທານາທິບໍດີ ລັດເຊຍ ແລ້ວ, ການສົນທະນາໄດ້ດຳເນີນຕາມຂໍ້ສະເໜີຈາກຝ່າຍປະທານາທິບໍດີ ອາເມລິກາ ເພື່ອແນໃສ່ປຶກສາຫາລືກ່ຽວກັບສະພາບການປະທະກັນກ່ຽວກຂ້ອງເຖິງ ອີຣານ ກໍຄືບັນດາການເຈລະຈນສາມຝ່າຍລະຫວ່າງ ລັດເຊຍ, ອາເມລິກາ ແລະ ຢູແກຼນ ເພື່ອແນໃສ່ຊອກຫາມາດຕະການແກ້ໄຂການປະທະກັນຢູ່ ຢູແກຼນ. ການເຈລະຈາລະຫວ່າງການນຳສອງທ່ານໄດ້ດຳເນີນໄປດ້ວຍຈິດໃຈ “ແທດຈິງ, ກົງໄກກົງມາ ແລະ ມີລັກສະນະສ້າງສັນ”, ພ້ອມດຽວກັນນັ້ນ ສອງຝ່າຍກໍສະແດງຄວາມກຽມພ້ອມທີ່ຈະຮັກສາບັນດາການພົບປະເປັນປະຈຳໃນໄລຍະຈະມາເຖິງ. ຕາມວັງ Kremlin ແລ້ວ, ທ່ານປະທານາທິບໍດີ Trump ຢັ້ງຢືນຄືນໃໝ່ວ່າ ວໍຊິງຕັນ ປາດຖະໜາຢາກໃຫ້ລັດເຊຍ ແລະ ຢູແກຼນ ບັນລຸໄດ້ມາດຕະການຍາວນານໃຫ້ແກ່ການປະທະກັນ.

ນັກຂ່າວ VOV ປະຈຳ ລັດເຊຍ ແລະ ອາເມລິກາ

TAG
VOV/VOVworld/ລັດ​ເຊຍ - ອາ​ເມ​ລິ​ກາ/ສົນ​ທະ​ນາ​ທາງ​ໂທ​ລະ​ສັບ/ສະ​ພາບ​ການ ອີ​ຣານ/ຢູ​ແກຼນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ