ສະຖານີສົ່ງສັນຍານຄື້ນ FM 10KW ຢູ່ເທິງຍອດພູ |
ໂດຍຫ່າງຈາກນະຄອນ ກາວບັ່ງ 70 ກິໂລແມັດ ໄປທາງທິດເໜືອ, ຍອດພູ ເຟຍ ອັກ ສູງເກືອບ 2.000 ກິໂລແມັດ ເມື່ອທຽບໃສ່ໜ້ານ້ຳທະເລ, ໂດຍໄດ້ຮັບຖືວ່າ ແມ່ນ “ຫຼັງຄາ” ຂອງແຂວງ ກາວບັ່ງ. ກ່ອນນີ້ 18 ປີ (ປີ 2007), ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ກໍ່ສ້າງສະຖານີສົ່ງສັນຍານຄື້ນ FM 10KW ຢູ່ເທິງຍອດພູ, ສົ່ງຂໍ້ມູນຂ່າວສານໄປເຖິງພໍ່ແມ່ພີ່ນ້ອງບັນດາເຜົ່າແຂວງ ກາວບັ່ງ ແລະ ບັນດາທ້ອງຖິ່ນຢູ່ເຂດຊາຍແດນທາງທິດຕາເວັນອອກສ່ຽງເໜືອຂອງປະເທດຊາດ. ລຸງ ໂຮ່ກວັກເລິບ ແລະ ປ້າ ຢູທິໄຊ ຢູ່ຕາແສງ ແທັ່ງກົງ, ແຂວງ ກາວບັ່ງ ແບ່ງປັນວ່າ:
“ຂ້າພະເຈົ້າມັກຕິດຕາມລາຍການໂຄສະນາເຜີຍແຜ່ກ່ຽວກັບກົດໝາຍ, ເສດຖະກິດ, ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບຢູ່ທ້ອງຖິ່ນ. ສະຖານີສົ່ງສັນຍານຄື້ນກະຈາຍສຽງນີ້ ແມ່ນເໝາະສົມກັບພໍ່ແມ່ປະຊາຊົນບັນດາເຜົ່າຢູ່ທີ່ນີ້ທີ່ສຸດ”.
“ຂ້າພະເຈົ້າມັກຮັບຟັງບັນດາລາຍການພາສາຊົນເຜົ່າ, ສະຖານະການການເມືອງ. ສ່ວນຫຼາຍແມ່ນແນະນຳພໍ່ແມ່ປະຊາຊົນໝູນໃຊ້ວິທະຍາສາດ, ເຕັກນິກທີ່ກ້າວໜ້າເຂົ້າໃນການປູກຕົ້ນໄມ້ເປັນປ່າ, ພັດທະນາການຜະລິດກະສິກຳ, ລ້ຽງສັດ, ປູກຕົ້ນໄມ້ປ່າ... ດັ່ງນັ້ນ, ພໍ່ແມ່ປະຊາຊົນໄດ້ມີຄວາມຮູ້, ຂໍ້ມູນທີ່ເໝາະສົມກັບຮີດຄອງປະເພນີຂອງຊົນເຜົ່າໄຕ, ນຸ່ງ ຢູ່ທີ່ນີ້ຕື່ມອີກ”.
ທ່ານ ໂດະຕຽນສີ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ຢ້ຽມຢາມສະຖານີສົ່ງສັນຍານຄື້ນ FM ເຟຍ ອັກ |
ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນການປະຕິວັດເດືອນ ສິງຫາ ຄົບຮອບ 80 ປີ, ວັນຊາດ ຫວຽດນາມ ຄົບຮອບ 80 ປີ, ວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ ຄົບຮອບ 80 ປີ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ສະຫງວນແຫຼ່ງກຳລັງເພື່ອລົງທຶນ, ຍົກລະດັບເຄື່ອງອຸປະກອນຂອງສະຖານີສົ່ງສັນຍານຄື້ນ FM ເຟຍ ອັກ ນີ້ເປັນຈຳນວນຫຼາຍ. ສະຖານີສົ່ງສັນຍານຄື້ນ ໄດ້ຮັບການສ້ອມແປງ, ບູລະນະ, ຍົກລະດັບ, ພື້ນຖານໂຄງລ່າງໄດ້ຮັບການລົງທຶນສ້າງໃຫ້ສຳເລັດສົມບູນ, ຊ່ວຍໃຫ້ບັນດາລາຍການກະຈາຍສຽງຂອງວິທະຍຸກະຈາຍສຽງ ຫວຽດນາມ, ລາຍການກະຈາຍສຽງຂອງໜັງສືພິມ ແລະ ກະຈາຍສຽງໂທລະພາບ ກາວບັ່ງ ໄດ້ສົ່ງໄປເຖິງຜູ້ຟັງບັນດາເຜົ່າຢູ່ແຂວງ ກາວບັ່ງ ແລະ ບັນດາແຂວງໃກ້ຄຽງ ດ້ວຍສັນຍານທີ່ມີຄຸນນະພາບສູງ, ເປັນປົກກະຕິ. ທ່ານ ໂດະຕຽນສີ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ຢັ້ງຢືນວ່າ:
“ໃນໄລຍະ 80 ປີແຫ່ງການກໍ່ສ້າງ ແລະ ເຕີບໃຫຍ່, ວິທະຍຸກະຈາຍສຽງ ຫວຽດນາມ ຍາມໃດກໍຮ່ວມເດີນທາງພ້ອມກັບບັນດາເຜົ່າຢ່າງໝັ້ນໜຽວ, ປະຕິບັດພາລະກຳປະຫວັດສາດ ເປັນກະບອກສຽງຂອງພັກ, ລັດ ແລະ ປະຊາຊົນ ໄດ້ເປັນຢ່າງດີເລີດ. ໂດຍຕາງໜ້າໃຫ້ການນຳວິທະຍຸກະຈາຍສຽງ ຫວຽດນາມ, ຂ້າພະເຈົ້າຂໍມອບໜ້າທີ່ໃຫ້ສະຖານີສົ່ງສັນຍານຄື້ນ ເຂດພາກເໜືອ, ຈັດຕັ້ງປະຕິບັດ, ຄຸ້ມຄອງ ແລະ ເຄື່ອນໄຫວລະບົບອຸປະກອນນີ້ຢ່າງປອດໄພ, ຕໍ່ເນື່ອງ, ເສີມຂະຫຍາຍປະສິດທິຜົນຢ່າງສຸດຂີດ. ຂ້າພະເຈົ້າເຊື່ອໝັ້ນ ແລະ ປາດຖະໜາວ່າ ຈະສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ຂອງການນຳທຸກຂັ້ນ, ພ້ອມກັບພໍ່ແມ່ພີ່ນ້ອງບັນດາເຜົ່າໃນແຂວງ ກາວບັ່ງ ເພື່ອໃຫ້ກິດຈະກຳມື້ນີ້ ແລະ ຫຼາຍປີຕໍ່ໄປ ຈະສືບຕໍ່ເສີມຂະຫຍາຍໄດ້ປະສິດທິຜົນຫຼາຍກວ່າອີກ”.
ບັນດາຜູ້ແທນເຂົ້າຮ່ວມພິທີເປີດສະຫຼອງນຳໃຊ້ສະຖານີສົ່ງສັນຍານ |
“ການຍົກລະດັບ ແລະ ເປີດສະຫຼອງກິດຈະກຳນຳເຂົ້າໃຊ້ງານ ບໍ່ພຽງແຕ່ເປີດກວ້າງເຂດປົກຄຸມຄື້ນ, ຍົກສູງຄຸນນະພາບຂໍ້ມູນຂ່າວສານເທົ່ານັ້ນ ຫາກຍັງເປັນການຈຸດປະກາຍຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຄາດຫວັງຕື່ມອີກ, ນຳສຽງເວົ້າຂອງພັກ ແລະ ລັດ ໄປເຖິງທຸກຫຼັງຄາເຮືອນ, ແຜ່ກະຈາຍຄວາມເປັນຈິດໜຶ່ງໃຈດຽວ, ຄວາມຜູກພັນບັນດາເຜົ່າກາຍເປັນກຸ່ມກ້ອນອັນໜຽວແໜ້ນ. ແຂວງ ກາວບັ່ງ ຈະພ້ອມກັບ ວິທະຍຸກະຈາຍສຽງ ຫວຽດນາມ ຍູ້ແຮງບັນດາໂຄງການໂຄສະນາທີ່ເໝາະສົມກັບລັກສະນະຂອງທ້ອງຖິ່ນ”.
ໃນສະພາບອາກາດຝົນຕົກລົມແຮງ, ຍອດ “ປະພາຄານ” ອອກຂ່າວຂ່າວກະຈາຍສຽງຢູ່ເທິງຍອດພູ ເຟຍ ອັກ ຍັງສະຫງ່າອົງອາດ, ນັບມື້ນັບແຜ່ກະຈາຍຄື້ນກະຈາຍສຽງຂອງວິທະຍຸກະຈາຍສຽງ ຫວຽດນາມ ອອກໄປໄກ, ໄປເຖິງພໍ່ແມ່ປະຊາຊົນຢູ່ເຂດຊົນເຜົ່າສ່ວນໜ້ອຍແຕ່ລະຄົນ. ສະຖານີສົ່ງສັນຍານຄື້ນ FM ເຟຍ ອັກ ເໝືອນດັ່ງ “ຫຼັກໝາຍອ່ອນ” ຢູ່ເຂດຊາຍແດນ, ປະກອບສ່ວນປ້ອງກັນອະທິປະໄຕ, ຮັກສາຄວາມສະຫງົບ, ຮັບໃຊ້ການພັດທະນາເສດຖະກິດ- ສັງຄົມຂອງແຂວງ ກາວບັ່ງ ເວົ້າສະເພາະ ແລະ ບັນດາແຂວງຢູ່ເຂດຕາເວັນອອກສ່ຽງເໜືອຂອງ ຫວຽດນາມ ເວົ້າລວມ ຢ່າງມິດງຽບ./.




