logo

ປະ​ສິດ​ທິ​ຜົນ​ຂອງ​ຮູບ​ແບບ​ປູກ​ກ້ວຍ​ສົ່ງ​ອອກ​ຢູ່​ເມືອງ ດັກ​ດ​ວາ, ແຂວງ ຢາ​ລາຍ

2025/2/20 | 07:45:00
(VOVWORLD) - ຢູ່ເມືອງ ດັກດວາ, ແຂວງ ຢາລາຍ ມີນິຄົມກະເສດ ປູກ ແລະ ສົ່ງອອກສະເພາະແຕ່ຜະລິດຕະພັນກະເສດ ດ້ວຍຜະລິດຕະພັນຕົ້ນຕໍແມ່ນກ້ວຍ ໄດ້ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງ ແລະ ສ້າງວຽກເຮັດງານທຳໃຫ້ແຮງງານຢູທ້ອງຖິ່ນຫຼາຍຄົນ. ພົ້ນເດັ່ນແມ່ນ ນິຄົມກະເສດປູກຕົ້ນກ້ວຍແກ່ຫອມ ນາມໝີ້ ໝູນໃຊ້ເຕັກໂນໂລຊີສູງຂອງບໍລິສັດຫຸ້ນສ່ວນອຸດສາຫະກຳເຕັກໂນໂລຊີສູງ ຮືງເຊີນ.

ປູກດ້ວຍຢູ່ນິຄົມກະເສດ ທີ່ຕາແສງ   ອີອາ ເປັດ

     ບໍລິສັດຫຸ້ນສ່ວນອຸດສາຫະກຳເຕັກໂນໂລຊີສູງ ຮືງເຊີນ ໄດ້ສ້າງຕັ້ງຂຶ້ນນັບແຕ່ປີ 2019, ມີສຳນັກງານຕັ້ງຢູ່ຕາແສງ ຈືອາ, ນະຄອນ ເປີໄລກູ, ແຂວງ ຢາລາຍ. ນີ້ແມ່ນວິສາຫະກິດທຳອິດຢູ່ເມືອງ ດັກດວາ ໄດ້ສະໜອງລະຫັດເຂດປູກກ້ວຍ, ລະຫັດພື້ນຖານຫຸ້ມຫໍ່ໝາກກ້ວຍ. ບໍລິສັດດັ່ງກ່າວພວມຜັນຂະຫຍາຍໂຄງການປູກກ້ວຍແກ່ຫອມ ນາມໝີ້ ໃນເນື້ອທີ່ 460 ເຮັກຕາຢູ່ບັນດາຕາແສງ ອີອາ ເປັດ, ກອນ ກາງ ແລະ ເຮິ ແນັງ. ທາງບໍລິສັດໄດ້ປູກກ້ວຍແກ່ຫອມ ນາມໝີ້ ຊື່ງແມ່ນແນວພັນກ້ວຍມີຕົ້ນກຳເນີດຈາກ ອາເມລິກາໃຕ້, ເຊິ່ງໄດ້ໃຫ້ສະມັດຕະພາບສູງ, ສາມາດປະໄວ້ໄດ້ດົນຈິ່ງສຸກ, ມີເປືອກບາງ, ໃນກ້ວຍເຫຼືອງອ່ອນ, ຫອມ, ໜຽວນຸ່ມ. ນອກຈາກປູກກ້ວຍແລ້ວ, ທາງບໍລິສັດຍັງໄດ້ປູກຕົ້ນເລັບຄຸດ ໃນເນື້ອທີ່ 50 ເຮັກຕາ ແລະ ຢາສະໝູນໄພປະເພດຕ່າງໆໃນເນື້ອທີ່ 10 ເຮັກຕາ. ທາງບໍລິສັດໄດ້ນຳໃຊ້ບັນດາວິທີທີ່ກ້າວໜ້າໃນກະສິກຳ ແລະ ໄດ້ລົງທຶນກໍ່ສ້າງລະບົບສາງແຊ່ເຢັນເພື່ອຮັກສາຜະລິດຕະພັນຫຼັງການເກັບກ່ຽວ. ທ່ານ ເລຮວ່າງລິນ, ຜູ້ອຳນວຍການເຂດປູກ ບໍລິສັດຫຸ້ນສ່ວນອຸດສາຫະກຳເຕັກໂນໂລຊີສູງ ຮືງເຊີນ ໃຫ້ຮູ້ວ່າ:

  ຂັ້ນຕອນການປູກ ແລະ ສົ່ງອອກກ້ວຍທັງໝົດ ແມ່ນປະຕິບັດຕາມມາດຖານສາກົນ GlobalGAP. ປະຈຸບັນທາງບໍລິສັດພວມສົ່ງອອກກ້ວຍໄປຍັງຫຼາຍປະເທດໃນໂລກ, ສ່ວນຫຼາຍແມ່ນສົ່ງອອກໄປ ຍີ່ປຸ່ນ, ສ.ເກົາຫຼີ. ແຕ່ລະປີ, ອັດຕາສ່ວນການສົ່ງອອກໄປຍງັ ຍີ່ປຸ່ນ, ສ.ເກົາຫຼີ ແມ່ນປະມານ 20.000 ໂຕນ ຊື່ງມີມູນຄ່າເກືອບ 14 ລ້ານ USD /ປີ. ກ້ວຍຕົ້ນໜຶ່ງຕ້ອງປູກປະມານ 11 ເດືອນຈຶ່ງຈະເກັບກ່ຽວໄດ້, ໃນເນື້ອທີ່ 1 ເຮັກຕາກໍ່ສາມາດເກັບກ່ຽວໄດ້ແຕ່ 50-60 ໂຕນ/ປີ.

ຫຸ້ມຫໍ່ກ້ວຍເພື່ອສົ່ງອອກ

   ປະຈຸບັນ,     ບໍລິສັດຫຸ້ນສ່ວນອຸດສາຫະກຳເຕັກໂນໂລຊີສູງ ຮືງເຊີນ ມີພາລະກອນ 120 ຄົນ ແລະ ກຳມະກອນ 1.100 ຄົນ. ນັບແຕ່ເວລາວິສາຫະກິດຜັນຂະຫຍາຍໂຄງການປູກກ້ວຍຢູ່ເມືອງ ດັກດວາ ມາຮອດປະຈຸບັນ, ຊາວທ້ອງຖິ່ນທີ່ມີຄວາມຕ້ອງການ ກໍ່ລ້ວນແຕ່ໄດ້ຮັບເຂົ້າມາເຮັດວຽກ. ທ່ານ ລືກວັກຕວນ, ປະທານຄະນະກຳມະການ ປຊຊ ຕາແສງ ອີອາ ເປັດ, ໃຫ້ຮູ້ວ່າ:

  ວິສາຫະກິດຈະໃຫ້ບຸລິມະສິດຜູ້ອອກແຮງງານໃນບໍລິເວນຕາແສງ. ບໍ່ວ່າ ປຊຊ ຜູ້ໃດຢາກເຮັດວຽກໃນບໍລິສັດ ຮຶງເຊີນ ກໍ່ລ້ວນແຕ່ຮັບເຂົ້າໝົດ. ນັບແຕ່ເມື່ອວິສາຫະກິດໄດ້ສ້າງຕັ້ງຂຶ້ນມາຮອດປະຈຸບັນ, ໄດ້ແກ້ໄຂວຽກເຮັດງານທຳໃຫ້ແຮງງານທ້ອງຖິ່ນຫຼາຍຄົນ, ປະກອບສ່ວນລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ພັດທະນາເສດຖະກິດຄອບຄົວ. ປະຈຸບັນ, ວິສາຫະກິດພວມມີ 2 ເຂດຜະລິດແມ່ນ ຕາແສງ ອີອາ ເປັດ  ແລະ ເຮິ ແນັງ.

ການເຮັດວຽກຢູ່ໂຮງງານຫຸ້ມຫໍ່ກ້ວຍຂອງບໍລິສັດ ຮືງເຊີນ

     ທາງບໍລິສັດກໍ່ຮ່ວມສຳພັນກັບບັນດາຄອບຄົວຊາວກະສິກອນມີທີ່ດິນຜະລິດ, ໜູນຊ່ວຍແນວພັນປູກ, ຝຸ່ນ, ແນະນຳເຕັກນິກ, ຂັ້ນຕອນການບົວລະບັດ, ເກັບກ່ຽວ, ຮັບຊື້ຜະລິດຕະພັນ ແລະ ພ້ອມກັນແບ່ງຜົນກຳໄລ. ສະເພາະຢູ່ຕາແສງ ອີອາ ເປັດ, ບັນດາຄອບຄົວຮ່ວມສຳພັນກັບບໍລິສັດປູກກ້ວຍໃນເນື້ອທີ່ 23 ເຮັກຕາ. ພາຍຫຼັງລົບຄ່າໃຊ້ຈ່າຍລົງທຶນ, ບັນດາຄອບຄົວປູກກ້ວຍໄດ້ຮັບກຳໄລແຕ່ 5.900 USD - 7.800 USD//ເຮັກຕາ. ເມື່ອຮັບແຮງງານເຂົ້າມາບໍລິສັດ, ຖັນແຖວເຕັກນິກຈະດຳເນີນການບຳລຸງສ້າງທັກສະການອອກແຮງງານ, ການຜະລິດໃນເວລາ 1 ເດືອນ. ເອື້ອຍ Pyen, ຊາວເຜົ່າ ບານາ, ກຳມະກອນ ບໍລິສັດຫຸ້ນສ່ວນອຸດສາຫະກຳເຕັກໂນໂລຊີສູງ ຮືງເຊີນ ໃຫ້ຮູ້ວ່າ:

  ຂ້ອຍເຮັດວຽກຢູ່ໜ່ວຍຊັ່ງ ແລະ ຫຸ້ມຫໍ່ຜະລິດຕະພັນ. ເມື່ອເຂົ້າມາເຮັດວຽກ, ຂ້ອຍໄດ້ຮຽນວິຊາຊີບປະມານ 2 ອາທິດແມ່ນສາມາດເຮັດໄດ້ເລີຍ. ສະພາບແວດລ້ອມ ແລະ ເງື່ອນໄຂເຮັດວຽກກໍ່ດີ, ລາຍຮັບໄດ້ກ່ວາ 240 USD/ເດືອນ.

     ກຳມະກອນເຮັດວຽກຢູ່ບໍລິສັດມີ 2 ຮູບແບບ: ເຮັດວຽກປະຈຳ ແລະ ເຮັດວຽກຕາມລະດູການ. ທາງບໍລິສັດໄດ້ປະກອບເງິນປະກັນໄພສັງຄົມໃຫ້ແກ່ກຳມະກອນເຮັດວຽກແບບປະຈຳ. ເອື້ອຍ ມຸຍ, ຊາວເຜົ່າ ຢາຣາຍ ກຳມະກອນ ບໍລິສັດຫຸ້ນສ່ວນອຸດສາຫະກຳເຕັກໂນໂລຊີສູງ ຮືງເຊີນ ໃຫ້ຮູ້ວ່າ:

  ຂ້ອຍເຮັດວຽກຢູ່ນີ້ໄດ້ 4 ປີແລ້ວ, ເມື່ອກ່ອນ, ຂ້ອຍເຮັດວຽກກະສິກຳແມ່ນຫຍຸ້ງຍາກຫຼາຍ, ລາຍຮັບບໍ່ຖາວອນ  ນັບແຕ່ເຂົ້າເຮັດວຽກຢູ່ບໍລິສັດ, ຈຶ່ງຈະມີວຽກເຮັດງານທຳເປັນປົກກະຕິ. ລາຍຮັບໄດ້ກ່ວາ 240 USD/ເດືອນ, ນອກຈາກນັ້ນ, ຖ້າເຮັດວຽກເພີ່ມຂ້ອຍກໍ່ເຮັດເພື່ອມີລາຍຮັບຕື່ມອີກ. ໃນໂອກາດພັກການຍາມບຸນ, ບໍລິສັດກໍ່ໃຫ້ເງິນຕື່ມ.

   ຜະລິດຕະພັນກ້ວຍຂອງບໍລິສັດຫຸ້ນສ່ວນອຸດສາຫະກຳເຕັກໂນໂລຊີສູງ ຮືງເຊີນ ໄດ້ສົ່ງອອກໄປຍັງບັນດາປະເທດຄື: ສ.ເກົາຫຼີ, ຍີ່ປຸ່ນ, ຈີນ, ໄຕ້ຫວັນ (ຈີນ), ສິງກະໂປ, ກາຕາ, ອິດສະຣາແອັນ… ດ້ວຍປະລິມານການຜະລິດປະມານ 25.000 ໂຕນ/ປີ, ມີລາຍຮັບ 17.5 ລ້ານ USD/ປີ. ທາງບໍລິສັດມີການກຳນົດທິດຈະເປີດກ້ວາງເຂດປູກກ້ວຍຢູ່ແຂວງ ຢາລາຍ, ພັດທະນາການຜະລິດ, ດຳເນີນທຸລະກິດ, ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຢູ່ທ້ອງຖິ່ນຫຼາຍກ່ວາອີກ./.




 

TAG
VOV/VOVworld/​ປູກ​ກ້ວຍ/​ເມືອງ ດັກ​ດ​ວາ/ແຂວງ ຢາ​ລາຍ/ຕາແສງ ອີອາ ເປັດ ແລະ ເຮິ ແນັງ/ບໍລິສັດຫຸ້ນສ່ວນອຸດສາຫະກຳເຕັກໂນໂລຊີສູງ ຮືງເຊີນ/ເອື້ອຍ ມຸຍ/ເອື້ອຍ Pyen/ຊາວເຜົ່າ ບານາ/ທ່ານ ລືກວັກຕວນ/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ