logo

ປະ​ສິ​ທິ​ຜົນ​ການ​ປູກ​ເຂົ້າ​ໃນ​ທົ່ງ​ນາ​ຂະ​ໜາດ​ໃຫ່​ຍ​ຢູ່​ຕາ​ແສງ​ຝູ​ເກີນ, ແຂວງ​ຈ່າ​ວິງ

2022/9/30 | 07:19:50
(VOVWORLD) - ທົ່ງນາຂະໜາດໃຫ່ຍຢູ່ຕາແສງຝູເກີນ, ເມືອງຕຽວເກີນ, ແຂວງຈ່າວິງ ແມ່ນໜຶ່ງໃນບັນດາຮູບແບບດີເດັ່ນໃນການກໍ່ສ້າງຊົນນະບົດໃໝ່ຢູ່ທ້ອງຖິ່ນ. ຮູບແບບນີ້ ໄດ້ປະກອບສ່ວນສຳຄັນ ຊ່ວຍຕາແສງຝູເກີນ ບັນລຸມາດຕະຖານຊົນນະບົດໃໝ່ເມື່ອປີ 2013 ແລະບັນລຸມາດຖານຍົກສູງຊົນນະບົດໃໝ່ເມື່ອປີ 2020.

ທົ່ງນາຂະໜາດໃຫ່ຍຢູ່ ຕາແສງຝູເກີນ (ພາບ: ງອກແອງ)

    ທົ່ງນາຂະໜາດໃຫ່ຍ ແມ່ນວິທີຜະລິດໃໝ່, ຊາວກະສິກອນພ້ອມກັນໂຮມບັນດາທົ່ງນານ້ອຍເຂົ້ານຳກັນ, ພ້ອມກັນນຳໃຊ້ຂັ້ນຕອນການຜະລິດ VietGAP ອັນດຽວກັນ (ໝາຍເຖິງການປະຕິບັດການຜະລິດກະສິກຳດີ). ຜ່ານນັ້ນ, ໄດ້ຊ່ວຍຊາວກະສິກອນຫລຸດຄ່າໃຊ້ຈ່າຍສົ້ນເຂົ້າ, ຈຳໜ່າຍຜະລິດຕະພັນຢ່າງງ່າຍດາຍ, ເພີ່ມສະມັດຕະພາບການຜະລິດ.

  ຕາແສງຝູເກີນ ມີ 3120 ຄອບຄົວຊາວກະສິກອນ ດ້ວຍ 11.560 ຄົນ, ໃນນັ້ນ ມີ 62% ແມ່ນຊາວເຜົ່າຂະແມ. ຊີວິດຂອງ ປຊຊ ຢູ່ທີ່ນີ້ ແມ່ນອີງໃສ່ການຜະລິດກະສິກຳເປັນຕົ້ນ, ໂດຍສະເພາະແມ່ນການປູກເຂົ້າ. ອ້າຍແທກທັງ ປຊຊ ຕາແສງຝູເກີນ ໃຫ້ຮູ້ວ່າ:

   ທົ່ງນາຂະໜາດໃຫ່ຍມີເນື້ອທີ່ 110 ເຮັກຕາ, ໄດ້ສ້າງຂຶ້ນນັບແຕ່ປີ 2007 ເມື່ອໄດ້ກໍ່ສ້າງຄອງເໝືອງເບຕົງ. ປຊຊ ບໍ່ຕ້ອງເສຍຄ່ານ້ຳ, ຍ້ອນລັດໄດ້ຈ່າຍໃຫ້ໝົດ. ແຕ່ກ່ອນບໍ່ເຮັດທົ່ງນາຂະໜາດໃຫ່ຍ, ການປູກເຂົ້າພຽງແຕ່ພໍຢູ່ພໍກິນເທົ່ານັ້ນ. ແຕ່ປະຈຸບັນໄດ້ເຮັດ 3 ລະດູການ, ເຂົ້າມີຄຸນນະພາບສູງ, ມີພໍ່ຄ້າມາເກັບຊື້. ຜະລິດເຂົ້າເປືອກ 10 ໂລກໍ່ມີກຳໄລປະມານ 1 ແສນດົ່ງ.

ຊາວກະສິກອນ ຕາແສງຝູເກີນ ອອກໄປເຮັດນາ (ພາບ: ງອກແອງ)

       ປະຈຸບັນ, ຕາແສງຝູເກີນ ມີ 126 ຄອບຄົວເຂົ້າຮ່ວມຮູບແບບການຜະລິດທົ່ງນາຂະໜາດໃຫ່ຍ. ໃນການຜະລິດເຂົ້າຂອງຊາວກະສິກອນ ໄດ້ປະສົມຮູບແບບການຜະລິດ “ແບບມີນຳ-ແບບແຫ້ງສະຫຼັບກັນ” ເພື່ອແນໃສ່ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ນອກຈາກການປະຢັດລາຍຈ່າຍ, ການຜະລິດ ແບບ “ແບບມີນ້ຳ-ແບບແຫ້ງສະຫຼັບກັນ” ໄດ້ຊ່ວຍເພິ່ມສະມັດຕະພາບໃຫ້ຫຼາຍກ່ວາອີກ. ທ່ານບຸ່ຍເຈື່ອງອານ, ຮອງປະທານຄະນະກຳມະການ ປຊຊ ຕາແສງຝູເກີນ ໃຫ້ຮູ້ວ່າ:

   ໃນເບື້ອງຕົ້ນ ເມື່ອຜັນຂະຫຍາຍຮູບແບບທົ່ງນາຂະໜາດໃຫ່ຍ, ຊາວກະສິກຳບໍ່ທັນມີຄວາມໝັ້ນໃຈປານໃດ ແຕ່ເມື່ອນຳເຂົ້າເຄື່ອນໄຫວແລ້ວກໍ່ເຫັນວ່າ ບັນລຸປະສິດທິຜົນດີທີ່ສຸດ. ຈາກນັ້ນ, ປຊຊ ໄດ້ເຊື່ອໝັ້ນຕໍ່ການຊີ້ນຳຂອງອຳນາດການປົກຄອງທ້ອງຖິ່ນ. ອົງຄະນະພັກແຂວງ ແລະ ຄະນະກຳມະການແຂວງກໍ່ ລ້ວນແຕ່ມີຄວາມສົນໃຈເຖິງຮູບແບບນີ້. ໃນໄລຍະຜ່ານມາກໍ່ໄດ້ປະຕິບັດຢ່າງມີປະສິດທິຜົນທີ່ສຸດ. ແຕ່ກ່ອນ, ສະມັດຕະພາບເຂົ້າສະເລ່ຍແມ່ນ 4.2 ໂຕນ/ເຮັກຕາ ແຕ່ເມື່ອສ້າງຮູບແບບທົ່ງນາຂະໜາດໃຫ່ຍ, ສະມັດຕະພາບເຂົ້າເພິ່ມຂຶ້ນແຕ່ 6.5-7.5 ໂຕນ/ເຮັກຕາ. ລາຍຮັບຂອງ ປຊຊ ໄດ້ເພີ່ມຂຶ້ນຫຼາຍພໍສົມຄວນ. ທາງຕາແສງໄດ້ມອບໃຫ້ສະຫະກອນກະສິກຳຝູເກີນ ຄຸ້ມຄອງຮູບແບບທົ່ງນາຂະໜາດໃຫ່ຍນີ້. ໃນວິວັດການຜະລິດຍັງໄດ້ຈັດຊຸດຝຶກອົບຮົມ    ດ້ານເຕັກນິກການຜະລິດເຂົ້າ, ການປ້ອງກັນແມງໄມ້, ສັດຕູພືດ…ໃຫ້ແກ່ຊາວກະສິກອນນຳອີກ. ຊາວກະສິກອນໄດ້ຍູ້ແຮງການໝູນໃຊ້ຄວາມກ້າວໜ້າທາງວິທະຍາສາດເຕັກນິກເຂົ້າໃນການຜະລິດ. ສະຫະກອນກະສິກຳຝູເກີນ ຈະມຸ່ງໄປສູ່ການສ້າງ ສະຫະກອນກະສິກຳຝູທິ້ງ ຕື່ມອີກ ເພື່ອສົມທົບກັບ ສະຫະກອນກະສິກຳຝູເກີນ ຊ່ວຍຊື້ຜະລິດຕະພັນໃຫ້ແກ່ຊາວກະສິກອນ.

    ທົ່ງນາຂະໜາດໃຫ່ຍຢູ່ ຕາແສງຝູເກີນ ໄດ້ຕິດພັນກັບລະບົບຮ່ວມສຳພັນກັນຜະລິດ, ສະໜອງວັດຖຸກະສິກຳ, ຈຳໜ່າຍຜະລິດຕະພັນກະເສດຊ່ວຍຊາວກະສິກອນ. ທ່ານແທັກເຊ, ສະມາຊິກສະຫະກອນກະສິກຳຝູເກີນ ເລົ່າສູ່ຟັງວ່າ:

   ມີຊາວກະສິກອນຫຼາຍຄົນໄດ້ເຂົ້າຮ່ວມການຜະລິດທົ່ງນາຂະໜາດໃຫ່ຍ, ລັດຄຸ້ມຄອງລະບົບນ້ຳ, ຊື້ເຂົ້າໃຫ້ຊາວກະສິກອນເລີຍ. ຢູ່ນີ້, ຊາວກະສິກອນບໍ່ຕ້ອງເສຍຄ່າ ນ້ຳ. ທາງສະຫະກອນໄດ້ສະໜອງແນວພັນເຂົ້າ ແລະ ຊ່ວຍຈຳໜ່າຍຜະລິດຕະພັນພາຍຫຼັງການເກັບກ່ຽວ. ສ່ວນຄອບຄົວຂ້າພະເຈົ້າກໍ່ໄດ້ປູກເຂົ້າໃນເນື້ອທີ່ດິນ 1.5 ເຮັກຕາ ແລະ ລ້ຽງງົວເພື່ອມີລາຍຮັບຕື່ມອີກ. ແຕ່ລະລະດູເຂົ້າກໍ່ມີກຳໄລປະມານ 20 ລ້ານດົ່ງ. ທັງປີກໍ່ມີລາຍຮັບປະມານ 50 ລ້ານດົ່ງ.

    ນັບແຕ່ເມື່ອມີທົ່ງນາຂະໜາດໃຫ່ຍ, ຊາວກະສິກອນ ຕາແສງຝູເກີນ ໄດ້ສຳຜັດກັບວິທີການຜະລິດທີ່ທັນສະໄໝ, ມີວິທະຍາສາດ. ໂສມໜ້າຊົນນະບົດຢູ່ ຕາແສງຝູເກີນ ໄດ້ປ່ຽນແປງຕາມແຕ່ລະມື້ ແລະ ພວມມຸ່ງໄປເຖິງການກໍ່ສ້າງຊົນນະບົດໃໝ່ແບບຢ່າງ. ຊາວກະສິກອນຢູ່ທ້ອງຖິ່ນຕ່າງໆ ກໍ່ໄດ້ມາຕາແສງຝູເກີນ ເພື່ອຢ້ຽມຢາມ, ຮ່ຳຮຽນເອົາຮູບແບບທົ່ງນາຂະໜາດໃຫ່ຍຢູ່ທີ່ນີ້./.


TAG
VOV/VOVworld/ທົ່ງ​ນາ​ຂະ​ໜາດ​ໃຫ່​ຍ​/​ຕາ​ແສງ​ຝູ​ເກີນ/ເມືອງ​ຕຽວ​ເກີນ/ແຂວງ​ຈ່າ​ວິງ/ທ່ານແທັກເຊ/ທ່ານບຸ່ຍເຈື່ອງອານ/ຮອງປະທານຄະນະກຳມະການ ປຊຊ ຕາແສງຝູເກີນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ