logo

ປະເພນີຕ້ອນຮັບບຸນເຕັດທີ່ເປັນເອກະລັກຂອງຊາວເຜົ່າປ່າແທ໋ນຢູ່ແຂວງຮ່າຢາງ

2025/1/20 | 10:29:00
(VOVWORLD) -ຊາວເຜົ່າ ປ່າແທ໋ນ ຢູ່ຕາແສງ ເຕິນບັກ ເມືອງ ກວາງບິ່ງ ແຂວງ ຮ່າຢາງ ມີປະເພນີຕ້ອນຮັບບຸນເຕັດໄວກວ່າເຜົ່າອື່ນໆ. ຮອດທ້າຍເດືອນ 12 ໄລ່ຕາມຈັນທະປະຕິທິນແຕ່ລະປີ, ເມື່ອເຂົ້າເຕັມເລົ້າ, ໝູ່ໄກ່ກໍ່ໃຫຍ່ພໍສົມຄວນ, ວົງຄະນາຍາດຊາວເຜົ່າ ປ່າແທ໋ນກໍ່ໄດ້ເລີ່ມຕ້ອນຮັບບຸນເຕັດດ້ວຍບັນດາພິທີກຳທີ່ເປັນເອກະລັກ
 
 
ພິທີໄຫວ້ບູຊາໃນວັນທີ 30 ບຸນເຕັດ ຂອງຊາວເຜົ່າປ່າແທ໋ນ

     ຊາວເຜົ່າ ປ່າແທ໋ນຢູ່ຫວຽດນາມໃນປັດຈຸບັນ ມີພົນລະເມືອງປະມານ 10.000 ຄົນ ດຳລົງຊີວິດແບບເຕົ້າໂຮມກັນຢູ່ບາງຕາແສງໃນເມືອງ ຈຽມຮວ໊າ ແຂວງ ຕວຽນກວາງ ແລະ ບັກກວາງ, ກວາງບິ່ງ ໃນແຂວງ ຮ່າຢາງ. ຍ້ອນພົນລະເມືອງກໍ່ຫຼາຍພໍສົມຄວນ ດັ່ງນັ້ນວົງຄະນາຍາດຊາວເຜົ່າ ປ່າແທ໋ນ ຍັງຄົງສາມາດຮັກສາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງເຜົ່າຕົນ ເປັນຕົ້ນແມ່ນບັນດາຮີດຄອງປະເພນີທີ່ເປັນເອກະລັກໃນໂອກາດບຸນເຕັດລະດູບານໃໝ່ວຽນມາ              

     ໃນຊຸມວັນເດືອນ 12 ຂະນະທີ່ດອກຄາຍ ດອກໝັ້ນບານສະພັງຢູ່ໃນສວນ ແລະ ຢູ່ຕາມເນີນພູກໍ່ແມ່ນຊ່ວງເວລາທີ່ຊາວເຜົ່າ ປ່າແທ໋ນຢູ່ຕາແສງ ເຕິນບັກ ເລີ່ມຕ້ອນຮັບບຸນເຕັດ. ໝໍພອນ ສິນວັນຟອງ ຢູ່ບ້ານ ມີບັກ ຕາແສງ ເຕິນບັກ ເມືອງ ກວາງບິ່ງ ໃຫ້ຮູ້ວ່າ:

       “ເພື່ອກະກຽມໃຫ້ບຸນເຕັດ, ຊາວບ້ານຈະກະກຽມເຫຼົ້າ, ຟືນ: ໄກ່, ໝູ, ເຂົ້າໜຽວ ເພື່ອເຮັດບັ໊ນໄຢ່. ສຳລັບຊາວບ້ານແລ້ວ ແມ່ນຕ້ອງກະກຽມເຮັດ ບັ໊ນໄຢ່ ເຊິ່ງແມ່ນສິນພິເສດຂອງຊາວເຜົ່າ ປ່າແທ໋ນ. ຈາກນັ້ນກໍ່ກະກຽມເຄື່ອງຫຼິ້ນ ເພື່ອໃຫ້ເດັກນ້ອຍ”.

     ໃນເຮືອນຫຼັງໜຶ່ງທີ່ໃຫຍ່ໂຕໂອໂຖງ, ຄອບຄົວຂອງນາງ ຝູ່ທິທຽນ ກໍ່ຄຶກຄື້ນມ່ວນຊື່ນກວ່າທຳມະດາ. ແຕ່ຮຸ່ງເຊົ້າອ້າຍນ້ອງ ຍາດພີ່ນ້ອງຢູ່ບ້ານໃກ້ຄຽງກໍ່ໄດ້ມາຮ່ວມມ່ວນຊື່ນຕ້ອນຮັບບຸນເຕັດພ້ອມກັບຄອບຄົວ. ທາງຄອບຄົວກໍ່ໄດ້ກະກຽມອາຫານຕ່າງໆ ເພື່ອເຮັດເຂົ້າຕົ້ມ, ບັ໊ນໄຢ່ ແລະ ພ້ອມກັບທຸກໆຄົນຂ້າໝູ່ເຍັ້ນເຫຼົ້າ… ນາງ ຝູ່ທິທຽນ ໃຫ້ຮູ້ວ່າ:

      “ເມື່ອລະດູກ່ຽວເຂົ້າສຳເລັດຮຽບຮ້ອຍແລ້ວ ກໍ່ຮອດວັນທີ  22 ເດືອນ 12 ໄລ່ຕາມຈັນທະປະຕິທິນກໍ່ໄດ້ເລີ່ມຕ້ອນຮັບບຸນເຕັດ. ປະເພນີຂອງເຜົ່າ ປ່າແທ໋ນ ແມ່ນຮອດບຸນເຕັດຈຶ່ງເຊື້ອເຊີນປູ່ຍ່າຕາຍາຍບັນພະບູລຸດມາຕ້ອນຮັບບຸນເຕັດພ້ອມກັບຄອບຄົວ. ມື້ທຳອິດບຸນເຕັດຈະເຮັດ 3 ຫາ 4 ພາເຂົ້າ ເພື່ອຖວາຍບູຊາບັນພະບູລຸດ”.

      ບັນດາຄອບຄົວໃນບ້ານກໍ່ຈະພາກັນໄປຮັບປະທານອາຫານຢູ່ບັນດາຄອບຄົວໃນບ້ານຈົນກວ່າວັນທີ 29 ເດືອນ 12. ຮອດວັນທີ 30 ເດືອນ 12 ກໍ່ໍ່ຈະປັດກວາດເຮືອນຊານ ແລະ ທຳພິທີໄຫວ້ບູຊາສົມມະນາຄຸນເທວະດາຟ້າແຖນ ແລະ ເຊື້ອເຊີນບັນພະບູລຸດມາຕ້ອນຮັບບຸນເຕັດພ້ອມກັບຄອບຄົວ.     ໝໍພອນ ສິນວັນຟອງ ໃຫ້ຮູ້ຕື່ມອີກວ່າ:

       “ຮອດວັນທີ 30 ຂອງບຸນເຕັດ, ຄອບຄົວຈະກະກຽມ ໄກ່ໂຕໜຶ່ງ, ຈອກ 10 ອັນ, ເຫຼົ້າໜຶ່ງກວດພ້ອມກັບທູບທຽນ… ເພື່ອສົມມະນາຄຸນເທວະດາຟ້າແຖນ. ໃນເວລານັ້ນໝໍພອນຈະໄຫວ້ບູຊາໃຫ້ເຈົ້າຂອງເຮືອນບາງຄັ້ງກໍ່ຮອດ 1 ຫາ 2 ໂມງເຊົ້າຈຶ່ງສຳເລັດ. ວັນທີ 30 ບຸນເຕັດ ຈະທຳພິທີໄຫວ້ບູຊາເພື່ອຂັບໄລ່ຜີສາງນາງໄມ້ອອກໄປຈາກເຮືອນແລ້ວຈະປິດປະຕູເພື່ອໃຫ້ຜີສາງນາງງໄມ້ບໍ່ເຂົ້າເຮືອນອີກ”

     ໃນຄ່ຳຄືນວັນທີ 30 ບຸນເຕັດ ທັງບ້ານເຜົ່າ ປ່າແທ໋ນ, ທຸກໆຄອບຄົວກໍ່ປິດປະຕູເຮືອນ ແລະ ເຈົ້າເຮືອນຈະເອົາຖ້ວຍນ້ຳຢູ່ແທ່ນບູຊາລົງ ເພື່ອລ້າງໃຫ້ສະອາດແລ້ວກໍ່ປ່ຽນ້ຳໃໝ່ ແລະ 6 ເດືອນໃດຈຶ່ງຖອກນ້ຳໃສ່ຕື່ມ. ນີ້ແມ່ນປະເພນີທີ່ເປັນເອກະລັກຂອງຊາວເຜົ່າ ປ່າແທ໋ນຂະນະທີ່ເຂົ້າເຈົ້າບູຊາຖ້ວຍນ້ຳຕະຫຼອດປີຢູ່ແທ່ນບູຊາບັນພະບູລຸດຂອງຄອບຄົວ ແລະ ກໍ່ໃນວັນທີ 30 ຂອງບຸນເຕັດທຸກຄົນໃນຄອບຄົວກໍ່ພ້ອມກັນນັ່ງອ້ອມພາເຂົ້າ ເພື່ອຕ້ອນຮັບບຸນເຕັດ. ນາງ ຝູ່ທິທຽນ ໃຫ້ຮູ້ຕື່ມອີກວ່າ:

      “ໃນຄ່ຳຄືນຂອງວັນທີ 30 ຂອງບຸນເຕັດ, ຊາວປ່າແທ໋ນຈະພ້ອມກັນຮັບປະທານອາຫານ. ຄືວັງຕະກຸນ ຝູ່ ຂອງຂ້າພະເຈົ້າຈະກິນເຂົ້າປຽກ. ຕ້ອນຄ່ຳມື້ນັ້ນເພດຊາຍຈະກະກຽມເພື່ອແຕ່ງເຂົ້າປຽກ, ຮອດຕອນເຊົ້າມື້ຕໍ່ມາຈະກິນ ແຕ່ບໍ່ໃຫ້ຜູ້ໃດເຫັນ. ບັນດາວົງຕະກຸນກໍ່ຈະກິນອາຫານແຕກຕ່າງກັນ”.

      ຜ່ານບັນດາການເຄື່ອນໄຫວຕ້ອນຮັບລະດູບານໃໝ່, ພໍ່ແມ່ພີ່ນ້ອງເຜົ່າ ປ່າແທ໋ນຍາມໃດກໍ່ພາວະນາໃຫ້ເທວະດາຟ້າແຖນຊ່ວຍໃຫ້ດິນຟ້າອາກາດອຳນວຍຄວາມສະດວກຊາວບ້ານມີລະດູການຜະລິດໄດ້ຮັບຜົນດີ ຊີວິດາການເປັນຢູ່ມີຄວາມອີ່ມໝຳສຳລານສົມບູນພູນສຸກ ແລະ ມີສຸຂະພາບແຂງແຮງ. 
TAG
VOV/VOVworld/ບຸນ​ເຕັດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ