logo

ຜັນຂະຫຍາຍບັ້ນກວດສອບຮ່ວມມືກ່ຽວກັບການຄຸ້ມຄອງແຫຼ່ງນ້ຳເຂດຍ່ານລຸ່ມແມ່ນ້ຳຂອງ

2020/12/22 | 10:15:17
(VOVWORLD) - ຕອນເຊົ້າວັນທີ 22 ທັນວາ, ທີ່ຮ່າໂນ້ຍ, ອົງການກວດສອບແຫ່ງລັດຫວຽດນາມ ໄດ້ຈັດກອງປະຊຸມເຄື່ອນໄຫວຜັນຂະຫຍາຍບັ້ນກວດສອບການຮ່ວມມືກ່ຽວກັບການຄຸ້ມຄອງແຫຼ່ງນ້ຳເຂດຍ່ານລຸ່ມແມ່ນ້ຳຂອງຢູ່ອາຊີຕາເວັນອອກສ່ຽງໃຕ້, ໄລຍະປີ 2020 – 2021. 
ທ່ານ ໂຮ່ດຶກເຟື໊ອກ, ຫົວໜ້າໃຫຍ່ອົງການກວດສອບແຫ່ງລັດຫວຽດນາມ ແລະ ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ - ພາບ:TTXVN

  ກ່າວຄຳເຫັນນະທີ່ນີ້, ທ່ານ ໂຮ່ດຶກເຟື໊ອກ, ຫົວໜ້າໃຫຍ່ອົງການກວດສອບແຫ່ງລັດຫວຽດນາມ, ປະທານບັນດາອົງການກວດສອບສູງສຸດອາຊີ (ASOSAI) ຄັ້ງທີ 14 ໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ ASOSAI ຄັ້ງທີ 14 ໂດຍອົງການກວດສອບແຫ່ງລັດຫວຽດນາມ ເປັນເຈົ້າພາບຈັດຕັ້ງໃນປີ 2018 ໄດ້ຮັບຮອງເອົາຖະແຫຼງການຮ່າໂນ້ຍ ກ່ຽວກັບການກວດສອບສິ່ງແວດລ້ອມ ເພື່ອການພັດທະນາແບບຍືນຍົງ. ຕໍ່ໜ້າສະພາບການສຸກເສີນກ່ຽວກັບຄວາມໝັ້ນຄົງແຫຼ່ງນ້ຳຢູ່ບັນດາປະເທດຂຶ້ນກັບຍ່ານລຸ່ມແມ່ນ້ຳຂອງ, ໃນນັ້ນມີຫວຽດນາມ, ອົງການກວດສອບແຫ່ງລັດຫວຽດນາມ ມີຄວາມຮັບຮູ້ຢ່າງເລິກເຊິ່ງວ່າ ນີ້ແມ່ນໂອກາດທີ່ສະດວກ ເພື່ອສົມທົບກັບບັນດາອົງການກວດສອບສູງສຸດ (SAI) ສະມາຊິກຂຶ້ນກັບພາກພື້ນອາຊີຕາເວັນອອກສ່ຽງໃຕ້ ພ້ອມກັນຜັນຂະຫຍາຍປະຕິບັດການກວດສອບຮ່ວມມືກ່ຽວກັບຂົງເຂດນີ້. ຫົວຂໍ້ຂອງການກວດສອບຮ່ວມມືວ່າ “ກວດສອບການຄຸ້ມຄອງແຫຼ່ງນ້ຳເຂດຍ່ານລຸ່ມແມ່ນ້ຳຂອງ ຕິດພັນກັບການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ” ໃນໄລຍະປີ 2020 – 2021.

        ໃນຂອບເຂດຂອງກອງປະຊຸມ, ອົງການກວດສອບສູງສຸດຂອງ ຫວຽດນາມ, ໄທ ແລະ ມຽນມາ ໄດ້ເຊັນຖະແຫຼງການໃຫ້ຄຳໝັ້ນສັນຍາພ້ອມດ້ວຍມາດຕາປຽບທຽບການກວດສອບຮ່ວມມືກ່ຽວກັບການຄຸ້ມຄອງແຫຼ່ງນ້ຳເຂດຍ່ານລຸ່ມແມ່ນ້ຳຂອງ (ToR) ໄປພ້ອມ.

TAG
VOV/VOVworld/ກວດສອບ/ການຄຸ້ມຄອງ/ແຫຼ່ງນ້ຳ/ເຂດຍ່ານລຸ່ມ/ແມ່ນ້ຳຂອງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ