logo

ຜູ້​ມີ​ສິດ​ເລືອກ​ຕັ້ງ​​ຂອງ​ນະ​ຄອນ​ໂຮ່​ຈີ​ມິນກວ່າ 4.500 ຄົນ​ໄດ້​ເລືອກ​ຕັ້ງ​ກ່ອນ​ເວ​ລາ​ກຳ​ນົດ

2026/2/26 | 07:44:09
(VOVWORLD) - ນະຄອນໂຮ່ຈີມິນ ແມ່ນໜຶ່ງໃນບັນດາສະຖານທີ່ທຳອິດໃນທົ່ວປະເທດທີ່ໄດ້ຈັດການເລືອກຕັ້ງກ່ອນເວລາກຳນົດການເລືອກຕັ້ງທົ່ວປະເທດເຊິ່ງແມ່ນ ວັນທີ 15 ມີນາ.
ທ່ານ ຮວ່າງງວຽນຢິງ ຮອງປະທານຄະນະກຳມະການປະຊາຊົນ ນະຄອນໂຮ່ຈີມິນ ແນະນຳພະນັກງານ, ນັກຮົບ ກອງພົນ 129 ວຽກງານຈັດຕັ້ງຫ້ອງປ່ອນບັດເລືອກຕັ້ງ (ພາບ: VOV)

ຍ້ອນຈຸດພິເສດຂອງວຽກງານ ທີ່ຕ້ອງໄປເຮັດວຽກຢູ່ທະເລໃນໄລຍະຍາວ ດັ່ງນັ້ນຜູ້ມີສິດເລືອກຕັ້ງ ນະຄອນໂຮ່ຈີມິນ ກວ່າ 4.500 ຄົນ ທີ່ປະຕິບັດວຽກງານໃນກອງທັບ, ນ້ຳມັນອາຍແກັດ ໄດ້ເລີ່ມປ່ອນບັດກ່ອນເວລາກຳນົດແຕ່ຕອນເຊົ້າວັນທີ 26 ກຸມພາ ໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນອາຍຸການ 2026 – 2031. ບັນດາຜູ້ມີສິດເລືອກຕັ້ງໄປປ່ອນບັດຢູ່ 4 ເຂດປ່ອນບັດຂຶ້ນກັບບັນດາຕາແສງ ເຟືອກທັ້ງ, ຕາມທັ້ງ ແລະ ລອງເຊີນ (ເຂດບ່າເຣ້ຍ - ຫວູງເຕົ່າເກົ່າ). ນະຄອນໂຮ່ຈີມິນ ແມ່ນໜຶ່ງໃນບັນດາສະຖານທີ່ທຳອິດໃນທົ່ວປະເທດທີ່ໄດ້ຈັດການເລືອກຕັ້ງກ່ອນເວລາກຳນົດການເລືອກຕັ້ງທົ່ວປະເທດເຊິ່ງແມ່ນ ວັນທີ 15 ມີນາ. ບົນພື້ນຖານຄຳເຫັນຂອງສະພາເລືອກຕັ້ງແຫ່ງຊາດ, ຄະນະກຳມະການເລືອກຕັ້ງ ນະຄອນໂຮ່ຈີມິນ ໄດ້ດຳເນີນບັນດາຂັ້ນຕອນເພື່ອກະກຽມການເລືອກຕັ້ງກ່ອນເວລາກຳນົດ ຢູ່ 4 ເຂດປ່ອນບັດ, ຮັບປະກັນການເລືອກຕັ້ງໄດ້ດຳເນີນຖືກຕ້ອງຕາມຂໍ້ກຳນົດ, ຮັບປະກັນບັນດາຂັ້ນຕອນ, ລະບຽບການຕາມກົດໝາຍກຳນົດ, ຮັບປະກັນການດຳເນີນການຂົນຂວາຍເລືອກຕັ້ງຂອງຜູ້ສະໝັກຮັບເລືອກຕັ້ງ ແລະ ສິດເລືອກຕັ້ງຂອງຜູ້ມີສິດເລືອກຕັ້ງ.

TAG
VOV/VOVworld/ຜູ້​ມີ​ສິດ​ເລືອກ​ຕັ້ງ/ການ​ເລືອກ​ຕັ້ງ/ນະ​ຄອນ​ໂຮ່​ຈີ​ມິນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ