logo

ຜູ້ສ້າງພາບເຄິ່ງຄີງປະທານ ໂຮ່ຈີມິນ ດ້ວຍການສານໄມ້ໄຜ່

2025/5/24 | 10:00:00
(VOVWORLD) -ຈາກຕອກໄມ້ໄຜ່, ຫວາຍທີ່ອ່ອນນວນ ແລະ ສີມືອັນຄ່ອງແຄ້ວ. ນັກສິລະປະການ ຫງວຽນວັນຈຸງ ຢູ່ຕາມແສງ ຝູເຫງຍ ເມືອງ ເຈືອງໝີ ຮ່າໂນ້ຍ ໄດ້ສ້າງບັນດາພາບເຄິ່ງຄີງປະທານ ໂຮ່ຈີມິນ ຢ່າງງາມຕາ. 
ນັກສິລະປະການ ຫງວຽນວັນຈຸງ ໄດ້ສ້າງບັນດາພາບເຄິ່ງຄີງປະທານ ໂຮ່ຈີມິນ ດ້ວຍຕອກໄມ້ໄຜ່, ຫວາຍ

    ນັກສິລະປະການ ຫງວຽນວັນຈຸງ ເວົ້າວ່າ:

      “ເມື່ອເຮັດພາບເຄິ່ງຄີງກ່ຽວກັບປະທານ ໂຮ່ຈີມິນ ແມ່ນເລີ່ມມາຈາກຄວາມເມົາມົວຢ່າງແທ້ຈິງ. ເມື່ອເຮັດພາບເຄິ່ງຄີງດ້ວຍການສານໄມ້ໄຜ່ ຂ້າພະເຂົ້າຫວັງພຽງຢ່າງດຽວວ່າ ເຮັດແນວໃດສະແດງໃຫ້ເຫັນຢ່າງຖືກຕ້ອງຕາມວິນຍານຂອງຜູ້ນຳ”.

     ໂດຍໄດ້ກຳເນີດຂຶ້ນຢູ່ໝູ່ບ້ານອາຊີບຫັດຖະກຳເຮັດເຄື່ອງຈັກສານ ຝູວິງ ຕາແສງ ຝູເຫງຍ ເມືອງ ເຈືອງໝີ ຮ່າໂນ້ຍ, ນັບແຕ່ຄາວຍັງນ້ອຍ, ຕອກໄມ້ໄຜ່, ຕອກຫວາຍ ໄດ້ກາຍເປັນວັດຖຸຕິດພັນກັບທ່ານ ຫງວຽນວັນຈຸງ. ທ່ານແມ່ນຄົນລຸ້ນທີ 8 ສາມາດຮັກສາອາຊີບຫັດຖະກຳຂອງຄອບຄົວໄດ້. ສິ່ງທີ່ພິເສດສຳລັບທ່ານແມ່ນຜູ້ດຽວໃນໝູ່ບ້ານເທົ່ານັ້ນ ເຮັດພາບເຄິ່ງຄີງປະທານ ໂຮ່ຈີມິນ ດ້ວຍການສານໄມ້ໄຜ່. ນັກສິລະປະການດີເດັ່ນ ຫງວຽນວັນຈຸງ ໃຫ້ຮູ້ຕື່ມອີກວ່າ:

      “ເມື່ອກ່ອນນີ້ ບັນດາຜູ້ເຖົ້າຜູ້ແກ່ໃນບ້ານກໍ່ເຮັດພາບດ້ວຍການສານໄມ້ໄຜ່, ຂ້າພະເຈົ້າກໍ່ທົດລອງເຮັດໂດຍໄດ້ຮຽນຕາມຜູ້ອາຍຸສູງຄົນໜຶ່ງແມ່ນນັກສິລະປະການໃນບ້ານ. ເມື່ອຮຽນໄດ້ເຕັກນິກການສານໄມ້ໄຜ່ແລ້ວ, ຂ້າພະເຈົ້າຄິດວ່າ ຕົ້ນເອງຈະຕ້ອງເຮັດພາບປະທານ ໂຮ່ຈີມິນທັງເພື່ອເປັນການເຊີດຊູຜູ້ນຳຂອງຊາດ ທັງແນະນຳກ່ຽວກັບສິລະປະຂອງອາຊີບຫັດຖະກຳ”.

     ດ້ວຍຄວາມເຄົາລົບນັບຖືເປັນພິເສດຕໍ່ທ່ານປະທານ ໂຮ່ຈີມິນ, ທ່ານ ຈຸງ ໄດ້ຮຽນຮູ້ ແລະ ທົດລອງເຮັດເພື່ອສ້າງພາບເຄິ່ງຄີງປະທານ ໂຮ່ຈີມິນ ທີ່ງາມທີ່ສຸດ ພາຍຫຼັງຄົ້ນຄວ້າມາເປັນເວລາຫຼາຍເດືອນ. ປີ 1976 ແມ່ນຈຸດເວລາເປັນຂີດໝາຍຜົນສຳເລັດຂອງທ່ານດ້ວຍພາບເຄິ່ງຄີງປະທານ ໂຮ່ຈີມິນ ແຜ່ນທຳອິດ. ທ່ານ ຈຸງ ກ່າວຕໍ່ໄປວ່າ:

      “ປີ 1976 ປະເທດຊາດຫາກໍ່ໂຮມເຂົ້າກັນເປັນເອກະພາບ, ທຸກໆຄົນຕ່າງກໍ່ພາກພູມໃຈ ແລະ ຂ້າພະເຈົ້າຄິດວ່າ ຕົນເອງພວມປະກອບອາຊີບຫັດຖະກຳກໍ່ຕ້ອງເຮັດພາບຜູ້ນຳ ໂຮ່ຈີມິນ ດ້ວຍການສານໄມ້ໄຜ່ ຫວາຍ ທັງເປັນການສະແດງເຄົາລົບນັບຖືຜູ້ນຳຂອງຊາດທັງແນະນນຳສິລະປະຂອງອາຊີບເຮັດເຄື່ອງຈັກສານນີ້”.

      ເພື່ອສ້າງພາບເຄິ່ງຄີງໃຫ້ມີວິນຍານ, ທ່ານຈຸງ ໄດ້ໄປຍັງມະຫາວິທະຍາໄລວິຈິດຕະກຳ ອຸດສາຫະກຳ ຮ່າໂນ້ຍ ເພື່ອຮຽນຮູ້ທັກສະ ແລະ ຍົກສູງສີມືການຊ່າງ. ທ່ານໄດ້ເກັບກຳຮູບພາບປະທານ ໂຮ່ຈີມິນ ຫຼາຍແຜ່ນເພື່ອຄົ້ນຄວ້າ. ທ່ານ ຈຸງ ໃຫ້ຮູ້ວ່າ:

      “ເຮັດແນວໃດເພື່ອໃຫ້ພາບເຄິ່ງຄີງປະທານ ໂຮ່ຈີມິນ ມີວິນຍານນັ້ນ ກໍ່ເປັນບັນຫາສຳຄັນ. ສຳລັບປະທານ ໂຮ່ຈີມິນ ກໍ່ມີບາງປັດໄຈສຳຄັນ ເມື່ອສານໄມ້ໄຜ່ຂ້າພະເຈົ້າສັງເກດເຫັນ, ນັ້ນແມ່ນໜ້າຜາກກວ້າງຂອງເພິ່ນ ຕ້ອງເຮັດໃຫ້ຖືກຕ້ອງຕາມມາດຕະຖານ. ທີສອງແມ່ນຄູ່ຕາ ເຮັດແນວໃດຕ້ອງສະແດງໃຫ້ເຫັນແສງຕາທີ່ເຕັມໄປດ້ວຍຄວາມຮັກແພງຂອງເພິ່ນ”.

      ພາບເຄິ່ງຄີງຜູ້ນຳ ໂຮ່ຈີມິນ ແຕ່ລະແຜ່ນ ບໍ່ພຽງແຕ່ຕ້ອງເຮັດລະອຽດລະອໍໃນແຕ່ລະຈັງຫວະເທົ່ານັ້ນ ຫາກຍັງຮຽກຮ້ອງໃຫ້ນັກສິລະປະການຕ້ອງມີລະດັບສັງເກດຢ່າງເລິກເຊິ່ງກ່ຽວກັບຮູບຊົງ, ແສງສີລວງເລິກ ແລະ ວິນຍານຂອງຜູ້ນຳ. ນັກສິລະປະການ ຫງວຽນວັນຕິ່ງ ຢູ່ເມືອງ ເຈືອງໝີ ຢືນຢັນວ່າ:

        “ເມື່ອເຂົາເຈົ້າສະຫງວນອາລົມຈິດຄວາມຮັກແພງ ແລະ ຄວາມເຄົາລົບນັບຖືຕໍ່ຜະລິດຕະພັນໃດໜຶ່ງກໍ່ເຫັນວ່າ ມີຄວາມຄ່ອງແຄ້ວຫຼາຍກວ່າ  ແລະ ສານໄມ້ໄຜ່ເປັນຮູບພາບທີ່ສົມບູນກວ່າ. ນັ້ນແມ່ນທັກສະທີ່ຫາຍາກ ບໍ່ວ່າຜູ້ໃດໃນໝູ່ບ້ານອາຊີບກໍ່ສາມາດເຮັດໄດ້. ມາຮອດປັດຈຸບັນທ່ານ ຈຸງ ໄດ້ເຮັດພາບເຄິ່ງຄີງປະທານ ໂຮ່ຈີມິນດ້ວຍການສານໄມ້ໄຜ່ໄດ້ 200 ແຜ່ນ. ໃນນັ້ນພົ້ນເດັ່ນຂຶ້ນແມ່ນຮູບພາບປະທານ ໂຮ່ຈີມິນ ກັບບັ້ນຮົບຊາຍແດນຍາມລະດູໃບໄມ້ຫຼົ່ນຕໍ່ລະດູໜາວປີ 1950; ປະທານ ໂຮ່ຈີມິນ ກັບເຍົາວະຊົນ ອະນຸຊົນ…

       ນັກສິລະປະການດີເດັ່ນ ຫງວຽນວັນຈຸງ ໄດ້ຮັບຫຼາຍລາງວັນຢູ່ພາຍໃນປະເທດ ແລະ ສາກົນຄືລາງວັນໄວໜຸ່ມ ແລະ ປະດິດຄິດສ້າງສາກົນ; ລາງວັນສີມືຄຳອິນດູຈີນ; ລາງວັນຜະລິດຕະພັນລະອຽດອ່ອນຢູ່ ຍີ່ປຸ່ນ… ບໍ່ພຽງແຕ່ມີສີມືອັນຄ່ອງແຄ້ວ ແລະ ຄວາມເມົາມົວກັບອາຊີບເທົ່ານັ້ນ,ນັກສິລະປະການ ຫງວຽນວັນຈຸງ ຍັງສຸດຈິດສຸດໃຈຕໍ່ການຮັກສາ ແລະ ຖ່າຍທອດອາຊີບພ້ອມທັງໂຄສະນາຜະລິດຕະພັນເຄື່ອງຈັກສານ ຫວຽດນາມ ອອກສູ່ໂລກພາຍນອກ.
TAG
VOV/VOVworld/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ