logo

ຜູ້​ຮັກ​ສາ​ບັນ​ດາຄຸນ​ຄ່າ​ອັນ​ດີ​ງາມ​ຂອງ​ພິ​ທີ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ

2025/4/5 | 09:18:24
(VOVWORLD) - ຢູ່ບັນດາວິຫານຫຼັກໃນເຂດປູຊະນີຍະສະຖານປະຫວັດສາດວິຫານ ຮຸ່ງ (ແຂວງ ຝຸເທາະ) ຍາມໃດກໍມີຜູ້ເຝົ້າຍາມເຮັດໜ້າທີ່ຈັດການໄຫວ້ບູຊາບັນດາເຈົ້າຊີວິດຮຸ່ງ. ເຂົາເຈົ້າເປັນຜູ້ສູງອາຍຸເຊິ່ງໄດ້ຮັບການຄັດເລືອກຈາກໝູ່ບ້ານເກົ່າແກ່ຢູ່ຕີນພູ ຮຸ່ງ, ໄດ້ຜ່ານການຝືກ ແລະ ການເສັງທີ່ເຂັ້ມງວດເພື່ອກາຍເປັນຜູ້ແນະນໍາພໍ່ແມ່ພີ່ນ້ອງ ແລະ ແຂກທ່ອງທ່ຽວທີ່ມາປະຕິບັດການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງໃຫ້ຖືກຕ້ອງຕາມຮີດຄອງປະເພນີຂອງຊາດ. ເຂົາເຈົ້າມີບົດບາດສຳຄັນທີ່ສຸດໃນການຮັກສາ, ເສີມຂະຫຍາຍບັນດາຄຸນຄ່າຂອງເຂດປູຊະນີຍະຖານປະຫວັດສາດລະດັບຊາດພິເສດ ວິຫານ ຮຸ່ງ ແລະ ການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງ - ເຊິ່ງເປັນມໍລະດົກວັດທະນະທຳບໍເປັນວັດຖຸຂອງມວນມະນຸດ ໂດຍອົງການ ການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ໄດ້ຮັບຮອງເອົາ.
ທ່ານ ດ່າວວັນແມ້ງ ຜູ້ເຝົ້າຍາມວິຫານ ຮຸ່ງ (ພາບ: baophutho.vn)

6 ໂມງເຊົ້າຂອງທຸກໆວັນ, ພໍ່ເຖົ້າ ຫງວຽນຈ້ອງເຟຶອກ ຜູ້ເຝົ້າຍາມວິຫານ ຮ້າ, ເຊິ່ງເປັນ 1 ໃນ 4 ເຂດວິຫານທີ່ມີມາແຕ່ດົນນານໃນເຂດປູຊະນີຍະສະຖານປະຫວັດສາດ ວິຫານຮຸ່ງ ລ້ວນແຕ່ມີໜ້າຢູ່ທີ່ນັ້ນ ເພື່ອປະຕິບັດວຽກງານຕາມປົກກະຕິ, ນັ້ນແມ່ນ: ເຊັດຖານບູຊາ, ຈູດທູບໃຕ້ທຽນ ແລະ ຕີລະຄັງເພື່ອເລີ່ມຕົ້ນຕ້ອນຮັບແຂກຈາກທົ່ວທຸກສາລະທິດມາຖະຫວາຍບູຊາບັນພະບຸລຸດ.

ພໍ່ເຖົ້າ ຫວູຈ້ອງຮຸ່ງ ເປັນຜູ້ເຝົ້າຍາມວິຫານ ຮ້າ ເມື່ອປີ 2019 ໄດ້ແບ່ງປັນວ່າ:

“ໃນວັນບຸນນີ້, ແຕ່ລະມື້, ພວກຂ້າພະເຈົ້າຈະມີໜ້າຢູ່ທີ່ນີ້ແຕ່ 6 ໂມງເຊົ້າ ຫາ 7 ໂມງແລງ. ຕອນເຊົ້າ ມາຮອດກໍໄດ້ຈູດທູບໃຕ້ທຽນໄຟ, ສັບຊ້ອນຄືນ, ແລ້ວກວາດອະນາໄມໃຫ້ສະອາດທັງຢູ່ພາຍໃນ ແລະ ພາຍນອກ”.

ຜູ້ເຝົ້າຍາມແຕ່ລະຄົນລ້ວນແຕ່ຕ້ອງຜ່ານການເສັງຢ່າງເຂັ້ມງວດເພື່ອກາຍເປັນຜູ້ມີກຽດອັນສູງສົ່ງນີ້. ທ່ານ ນາງ ຟ້າມທິຮວ່າງແອັງ, ຮອງຜູ້ອຳນວຍການເຂດປູຊະນີຍະສະຖານປະຫວັດສາດວິຫານ ຮຸ່ງ, ແຂວງ ຝຸເທາະ ໃຫ້ຮູ້ວ່າ:

“ການຄັດເລືອກຜູ້ເຝົ້າຍາມ ໄດ້ດຳເນີນມາ 20 ກວ່າປີແລ້ວ. ພາຍຫຼັງຊຸດຝຶກອົບຮົມ ໂດຍເຂດປູຊະນີຍະສະຖານປະຫວັດສາດວິຫານ ຮຸ່ງ ຈັດຂຶ້ນ, ແຕ່ລະຊຸດມີປະມານ 35 ຫາ 40 ຄົນເຂົ້າຮ່ວມ. ຫຼັງຈາກນັ້ນ ຈະດຳເນີນການເສັງ ແລະ ພຽງແຕ່ເລືອກເອົາຜູ້ທີ່ມີຄະແນນສູງສຸດເທົ່ານັ້ນ”.

ພໍ່ເຖົ້າ ຫວູຈ້ອງຮຸ່ງ ແບ່ງປັນວ່າ:

“ພວກຂ້າພະເຈົ້າໄດ້ຮັບການຝຶກ, ມີເອກະສານໃຫ້ຄົ້ນຄວ້າກ່ອນ 3 ເດືອນ, ທັງຮຽນ, ທັງຝຶກແອບ, ທັງເສັງຄັດເລືອກ. ເມື່ອບັນລຸໄດ້ຕາມມາດຖານຄົບຖ້ວນ, ມີຄະແນນສູງ ຈຶ່ງໄດ້ມາປະຕິບັດໜ້າທີ່ຢູ່ທີ່ນີ້”.

ແຕ່ລະມື້ມີແຂກຈຳນວນຫຼາຍຈາກສາລະທິດມາໄຫວ້ບູຊາເຈົ້າຊີວິດ ຮຸ່ງ (ພາບ: TTXVN)

ຖ້າຫາກວ່າ ຢູ່ບັນດາເຂດວິຫານແຫ່ງອື່ນໆ, ຜູ້ເຝົ້າຫໍຈະສາມາດປະຕິບັດໜ້າທີ່ພາຍໃນຫຼາຍປີກໍຕາມ, ແຕ່ຢູ່ວິຫານຮຸ່ງ, ຜູ້ເຝົ້າຫໍແຕ່ລະຄົນ ຮັກສາຕຳແໜ່ງນີ້ພຽງແຕ່ 1 ປີ ແລະ ເທື່ອດຽວໃນຊີວິດເທົ່ານັ້ນ. ເພາະສະນັ້ນ, ນີ້ແມ່ນກຽດອັນສູງສົ່ງສຳລັບຜູ້ທີ່ໄດ້ຮັບການຄັດເລືອກ. ພໍ່ເຖົ້າ ຫງວຽນຈ້ອງເຟຶອກ ແລະ ພໍ່ເຖົ້າ ຫວູຈ້ອງຮຸ່ງ ກ່າວຄວາມໃນໃຈສູ່ຟັງວ່າ:

“ໂດຍສືບທອດມູນເຊື້ອຂອງບັນພະບຸລຸດ, ເມື່ອປະຕິບັດໜ້າທີ່ເປັນຜູ້ເຝົ້າຫໍຢູ່ທີ່ນີ້ ຂ້າພະເຈົ້າຮູ້ສຶກມີຄວາມເປັນກຽດເປັນຢ່າງຍິ່ງ. ນີ້ແມ່ນໜ້າທີ່ສຳຄັນສຳລັບຂ້າພະເຈົ້າ ເມື່ອໄດ້ຕາງໜ້າໃນໝູ່ບ້ານ, ວົງຕະກຸນມາປະຕິບັດໜ້າທີ່. ທີສອງແມ່ນມີໂອກາດໄດ້ຊ່ວຍແຂກທີ່ມາປະຕິບັດການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງ ຢູ່ວິຫານແຫ່ງນີ້ອີກດ້ວຍ”.

“ແຕ່ລະປີ, ການຂຶ້ນໄປວິຫານ ຮ້າ, ປະຊາຊົນໃນໝູ່ບ້ານພວກຂ້າພະເຈົ້າ ຈະມີພຽງແຕ່ຜູ້ດຽວເທົ່ານັ້ນ. ພວກຂ້າພະເຈົ້າຂຶ້ນມານີ້ເພື່ອເບິ່ງທູບໃຕ້ທຽນໃຫ້ບັນພະບຸລຸດ ແມ່ນສິ່ງທີ່ມີກຽດສະຫງ່າສຳລັບຕົນເອງ, ຄອບຄົວ ແລະ ວົງຕະກຸນ. ດັ່ງນັ້ນ, ຕ້ອງມີຄວາມຮັບຜິດຊອບແນະນຳໃຫ້ພໍ່ແມ່ພີ່ນ້ອງປະຕິບັດການເຫຼື້ອມໃສຕາມຮີດຄອງປະເພນີ, ຮັກສາສີສັນຂອງຊາດ”.

ເມື່ອປະຕິບັດໜ້າທີ່ແນະນຳໃຫ້ແຂກທ່ອງທ່ຽວ, ຜູ້ປະຕິບັດການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງ, ບັນດາຜູ້ເຝົ້າຍາມ ຍັງໄດ້ແນະນຳ, ຕອບຄຳຖາມຄວາມຮູ້ກ່ຽວກັບວັດທະນະທຳ, ປະຫວັດສາດທີ່ຕິດພັນກັບວິຫານ ຮຸ່ງ; ກາຍເປັນຂົວເຊື່ອມຕໍ່ແນະນຳກ່ຽວກັບພາບພົດ, ປະຊາຊົນ, ດິນແດນແຫ່ງບັນພະບຸລຸດໃຫ້ແຂກທ່ອງທ່ຽວທີ່ມາຈາກທົ່ວທຸກສາລະທິດ. ທ່ານ ນາງ ຟ້າມທິຮວ່າງແອັງ,  ຮອງຜູ້ອຳນວຍການເຂດປູຊະນີຍະສະຖານປະຫວັດສາດ ວິຫານຮຸ່ງ, ແຂວງ ຝຸເທາະ ໃຫ້ຮູ້ວ່າ:

“ບັນດາຜູ້ເຝົ້າຍາມໄດ້ຕາງໜ້າໃຫ້ວົງຄະນະຍາດແນະນຳວິທີປະຕິບັດການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງໃຫ້ພໍ່ແມ່ພີ່ນ້ອງ. ເລີ່ມແຕ່ຊຸມເດືອນຂອງລະດູບານໃໝ່, ພວກຂ້າພະເຈົ້າ ໄດ້ຈັດຕັ້ງການຝຶກວິທີໃຫ້ແກ່ຜູ້ເຝົ້າຫໍແລ້ວ, ໃນວັນບຸນແຂກມາເປັນຈຳນວນຫຼາຍ ຈະເພີ່ມຈຳນວນຜູ້ເຝົ້າຫໍຂຶ້ນເພື່ອແນະນຳໃຫ້ແກ່ປະຊາຊົນ”.

ການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດ ຮຸ່ງ ມີທີ່ຕັ້ງສຳຄັນໃນຊີວິດທາງດ້ານຈິດວິນຍານ, ນຳມາເຊິ່ງຄຸນຄ່າທາງດ້ານຈິດໃຈຢ່າງເລິກເຊິ່ງກ່ຽວກັບນ້ຳໃຈ, ຄວາມເຄົາລົບນັບຖື ແລະ ຄວາມເອກອ້າງທະນົງໃຈຕໍ່ປະເທດຊາດ. ການເຂົ້າຮ່ວມແນະນຳການປະຕິບັດພິທີໄຫວ້ບູຊາເຈົ້າຊີວິດຮຸ່ງຂອງບັນດາຜູ້ເຝົ້າຍາມຢູ່ເຂດປູຊະນີຍະສະຖານປະຫວັດສາດວິຫານ ຮຸ່ງ ໄດ້ປະກອບສ່ວນຊ່ວຍໃຫ້ປະຊາຊົນ ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບຄວາມງາມທາງດ້ານວັດທະນະທຳທີ່ເປັນມູນເຊື້ອຂອງຊາດ ໂດຍອົງການ UNESCO ຮັບຮອງວ່າເປັນມໍລະດົກວັດທະນະທຳບໍເປັນວັດຖຸຂອງມວນມະນຸດ ເມື່ອປີ 2012.

TAG
VOV/VOVworld/ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ/ວິ​ຫານ​ຮຸ່ງ/ຜູ້​ເຝົ້າ​ຍາມ​ວິ​ຫານ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ