(vovworld)- ຜາດອນ ອີນສະແຫວງ ປີນີ້ອາຍຸ 32 ປີ, ລາວໄດ້ຮຽນຈົບປະລິຍາໂທຢູ່ ມະຫາວິທະຍາໄລວັດທະນະທຳ ຮ່າໂນ້ຍ ແລະ ປະຈຸບັນພວມສືບຕໍ່ຄົ້ນຄ້ວາປະລິຍາເອກ. ເພື່ອນຜາດອນ ຍັງເປັນລູກເຂີຍຂອງຄອບຄົວຊາວຫວຽດນາມ ມາເປັນເວລາ 5 ປີແລ້ວ, ລາວເວົ້າພາສາຫວຽດນາມ ຄືພາສາແມ່. ໂດຍໄດ້ດຳລົງຊີວິດ ແລະ ເຮັດວຽກຢູ່ ຮ່າໂນ້ຍ ເປັນເວລາຫລາຍປີ, ຜາດອນ ໄດ້ມີໂອກາດພົບປະກັບໝູ່ເພື່ອນຢູ່ ຮ່າໂນ້ຍ ຫລາຍຄົນ ແລະ ຮູ້ໄດ້ວ່າ ແມ່ຍິງ ຮ່າໂນ້ຍ ນິຍົມເຄື່ອງເງິນເອ້ຢ້ອງຂອງລາວ,ໄທ. ສະນັ້ນ ລາວໄດ້ປຶກສາຫາລືກັບຄອບຄົວ ແລະ ຕັດສິນໃຈນຳ ເຄື່ອງເງິນມາຈາກລາວ, ໄທເພື່ອເອົາໄປຂາຍຢູ່ ຮ່າໂນ້ຍ ຈຸດປະສົງກໍຢາກແນະນຳສິລະປະຜະລິດເຄື່ອງເງິນທີ່ເປັນເອກະລັກສະເພາະຂອງລາວ ແລະ ໄທມາໃຫ້ໝູ່ເພື່ອນຫວຽດນາມ.
![]() |
ຮ້ານຂາຍຜະລິດຕະພັນລາວ, ໄທ ຂອງ ເພື່ອນຜາດອນ ຖືກຕັ້ງຢູ່ ຕາແສງ ຟູເທ້ືອງ, ເມືອງ ໄຕໂຮ່ - ຮ່າໂນ້ຍ. ດ້ວຍເນື້ອທີ່ 50 ຕາລາງແມັດ, ເພື່ອນ ຜາດອນ ໄດ້ວາງສະແດງສິນຄ້າຢ່າງງາມຕາ ແລະ ສ້າງຄວາມສະດວກໃຫ້ລູກຄ້າໃນການຊອກຊື້ເຄື່ອງຂອງ. ເຄື່ອງເງິນຂອງລາວ, ໄທ ວາງຂາຍຢູ່ທີ່ນີ້ ມີຫລາຍປະເພດຄື: ແຫວນ,ຕຸ້ມຫູ, ສາຍຄໍ, ກີ້ສາຍຄໍ, ປອກແຂນ, ໂມງ ...ເພື່ອນ ຜາດອນ ໃຫ້ຮູ້ວ່າ: ເມື່ອເປີດຮ້ານຄ້າຂ້າພະເຈົ້າພຽງມີຈຸດປະສົງແມ່ນຢາກຂາຍເຄ່ືອງເງິນຂອງລາວ, ໄທ ເທົ່ານັ້ນ, ແຕ່ໄລຍະທຳອິດ ລູກຄ້າບໍ່ທັນຮູ້ຈັກຫລາຍປານໃດແລະເມື່ອໄດ້ຮັບຂ່າວວ່າ ຕະຫລາດຫວຽດນາມ ພວມນິຍົມຜະລິດຕະພັນທີ່ມີຕົ້ນກຳເນີດຈາກລາວ, ໄທ, ສະນັ້ນ ຂ້າພະເຈົ້າຈຶ່ງເອົາເຄື່ອງໃຊ້ໃນຄອບຄົວມາຂາຍນຳອີກ. ເຖິງວ່າ ຮ້ານຄ້າຂອງຜາດອນແມ່ນໃຫຍ່ໂຕພໍສົມຄວນກໍຕາມ ແຕ່ວິທີຂາຍເຄື່ອງຂອງ ເຈົ້າຂອງຮ້ານຄ້າສ່ວນຫລາຍແມ່ນຕິດຕໍ່ຄ້າຂາຍຜ່ານອິນເຕີແນັດ. ເພື່ອນ ຜາດອນ ໃຫ້ຮູ້ວ່າ:
ສຽງ ຜາດອນ
ຜະລິດຕະພັນເຄື່ອງເງິນລາວ, ໄທ ມີຈຸດທີ່ແຕກຕ່າງກັບເຄື່ອງເງິນຢູ່ ຫວຽດນາມ ນັ້ນແມ່ນ ສີຂອງມັນຢາກດຳຫນ້ອຍຫນຶ່ງ ແລະ ສ້າງຄວາມປະທັບໃຈ. ເມື່ອຜະລິດສິນຄ້າປະເພດນີ້, ຈຸດທີ່ຍາກກວ່າໝູ່ ນັ້ນແມ່ນຂັ້ນຕອນຕິດເມັດແກ້ວເພື່ອສ້າງຄວາມດູດດື່ມໃຫ້ຜະລິດຕະພັນ. ເພື່ອນ ຜາດອນ ບໍ່ແມ່ນຊ່າງຕີເງິນ-ຄຳ ແລະ ກໍບໍ່ທັນຮຽນຂະແຫນງໃດກ່ຽວຂ້ອງເຖິງຜະລິດຕະພັນປະເພດນີ້ ສະນັ້ນ ເມື່ອເລີ່ມດຳເນີນທຸລະກິດ ຜາດອນກໍປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ.
ສຽງ ຜາດອນ
ເມື່ອລູກຄ້າເຂົ້າຊື້ເຄື່ອງໃຊ້ໃນຄອບຄົວຢູ່ຮ້ານຄ້າຂອງເພື່ອນຜາດອນ ສ່ວນຫລາຍເອື້ອຍນ້ອງຢາກຊື້ເຄື່ອງເງິນເອ້ຢ້ອງອີກ ເພາະຄວາມງາມ ແລະ ຈຸດເປັນເອກະລັກສະເພາະຂອງຜະລິດຕະພັນເຄື່ອງເງິນລາວ, ໄທ. ເພື່ອນ ຕ້າທູຮ່າ, ຜູ້ເຄີຍຊື້ເຄື່ອງຢູ່ ຮ້ານຄ້າຂອງ ຜາດອນ ໃຫ້ຮູ້ວ່າ:
“ຂ້າພະເຈົ້າຮູ້ຈັກຮ້ານຄ້ານີ້ຜ່ານໝູ່ເພື່ອນ. ຂ້າພະເຈົ້າມາຊື້ຫລາຍເທື່ອແລ້ວ ແລະ ມື້ນີ້ ພາເພື່ອນມາຊື້ເຄື່ອງເງິນ ເພາະເຫັນວ່າ ຜະລິດຕະພັນເຄື່ອງເງິນຂອງລາວ, ໄທ ແມ່ນງາມຫລາຍ, ຄຸນນະພາບດີ, ມີຫລາຍຮູບຫລາຍແບບ, ລາຄາເໝາະສົມ.”
![]() |
ສຳລັບເພື່ອນຜາດອນແລ້ວ, ເລື່ອງດຳເນີນທຸລະກິດຄ້າຂາຍຜະລິດຕະພັນຂອງລາວ, ໄທບໍ່ນຳມາເຊິ່ງຜົນກຳໄລຫລາຍປານໃດ, ແຕ່ເພື່ອນດີໃຈຫລາຍ ເພາະຕົນເອງໄດ້ແນະນຳສິລະປະການຜະລິດເຄື່ອງເງິນຂອງລາວ, ໄທ ມາໃຫ້ໝູ່ເພື່ອນຫວຽດນາມ. ວຽກງານສຳຄັນຂອງເພີ່ອນ ຜາດອນປະຈຸບັນ ແມ່ນຊຸກຍູ້ການໂຄສະນາຜ່ານອິນເຕີແນດ ເພື່ອໃຫ້ເອື້ອຍນ້ອງແມ່ຍິງຫວຽດນາມ ຫລາຍຄົນຮູ້ຈັກເຖິງຜະລິດຕະພັນປະເພດນີ້. ເພື່ອນ ຜາດອນ ປາດຖະຫນາວ່າ ທ້າຍປີ 2014, ຕົ້ນປີ 2015 ຈະມີແຫລ່ງທຶນຮອນຢ່າງພຽງພໍເພື່ອເປີດຮ້ານຄ້າຕື່ມອີກ ແຫ່ງຫນຶ່ງຢູ່ ໃຈກາງນະຄອນຫລວງ.




