logo

“ຝົນແດງ” ຈາກຄວາມຊົງຈຳແຫ່ງສົງຄາມຕະຫຼອດຮອດຄວາມເອກອ້າງທະນົງໃຈຂອງຊາດ.

2025/9/8 | 14:39:50
(VOVWORLD) -ນັບຕັ້ງແຕ່ນຳມາສາຍຢູ່ຕາມໂຮງຮູບເງົາມາເປັນເວລາບໍ່ຮອດໜຶ່ງເດືອນ, ຮູບເງົາເລື່ອງ “ຝົນແດງ” ໂດຍຂະແໜງຮູບເງົາກອງທັບປະຊາຊົນຜະລິດ ພວມກາຍເປັນປາກົດການທີ່ພົ້ນເດັ່ນຢູ່ຕາມໂຮງຮູບເງົາຢູ່ ຫວຽດນາມ. ຮູບເງົາເລື່ອງນີ້ ບໍ່ພຽງແຕ່ວາດພາບເຖິງປະຫວັດສາດຢ່າງແທ້ຈິງເທົ່ານັ້ນ ຫາກຍັງເວົ້າເຖິງບັນດາຄຸນຄ່າທາງດ້ານວັດທະນະທຳມະນຸດຢ່າງເລິກເຊິ່ງ ເຮັດໃຫ້ຜູ້ຊົມຫຼາຍລຸ້ນຄົນມີຄວາມສະເທືອນໃຈ.
“ຝົນແດງ” ຈາກຄວາມຊົງຈຳແຫ່ງສົງຄາມຕະຫຼອດຮອດຄວາມເອກອ້າງທະນົງໃຈຂອງຊາດ

     “ຝົນແດງ” ແມ່ນເລື່ອງລາວຖືກເລົ່າດ້ວຍວິທີໃໝ່ອ່ຽມທີ່ສຸດ. ນີ້ແມ່ນຮູບເງົາອີງຕາມບົດນະວະນິຍາຍທີ່ມີຊື່ດຽວກັນຂອງນັກປະພັນ ຈູລາຍ. ຮູບເງົາໄດ້ເວົ້າເຖິງການຕໍ່ສູ້ຢ່າງດຸເດືອດເປັນເວລາ 81 ວັນ ແລະ ຄືນ ຢູ່ກຳແພງເກົ່າ ກວ໋າງຈິ ເມື່ອປີ 1972 ແຫ່ງທີ່ມີຊາວໜຸ່ມນັກສຶກສານັບພັນຄົນໄດ້ອຸທິດສ່ວນຕະຫຼອດຊີວິດໄວໜຸ່ມ ແລະ ເລືອດເນື້ອຂອງຕົນເພື່ອປົກປັກຮັກສາປະເທດຊາດ. 81 ວັນ ແລະ ຄືນນັ້ນ ໄດ້ເຂົ້າສູ່ປະຫວັດສາດຢ່າງສະຫງ່າລາສີຂອງຊາດ ແມ່ນພະຍານຫຼັກຖານໃຫ້ແກ່ຄວາມຄາດຫວັງເອກະລາດ ເສລີພາບ ແລະ ທ້ອນໂຮມປະເທດຊາດເປັນກະພາບຂອງຊາດ ຫວຽດນາມ ໃນການຕໍ່ຕ້ານ ຕ້ານຈັກກະພັດອາເມລິກາກູ້ຊາດ. ສິລະປິນດີເດັ່ນ ດັ້ງຖາຍຮວ່ຽນ ຮອງຫົວໜ້າຂະແໜງຮູບເງົາກອງທັບປະຊາຊົນຜູ້ກຳກັບການສະແດງຮູບເງົາ “ຝົນແດງ” ແບ່ງປັນວ່າ:

 “ນັກປະພັນ ຈູລາຍ ໄດ້ມີບົດລະຄອນຮູບເງົາຝົນແດງເປັນໜ້າປະທັບໃຈທີ່ສຸດ. ບົດລະຄອນຂອງທ່ານໄດ້ເວົ້າເຖິງການສູ້ຮົບອັນດຸເດືອດເປັນໜ້າສົມເພດເວດທະນາ ພ້ອມກັນນັ້ນລະຫວ່າງເລື່ອງລາວກ່ຽວກັບບົດລະຄອນດ້ວຍໜັງສື ແລະ ເມື່ອເຮັດຕົວຈິງ, ທິມງານເຮັດຮູບເງົາກໍ່ຕ້ອງແກ້ໄຂຫຼາຍບັນຫາ ແຕ່ເຖິງຢ່າງໃດກໍ່ຕາມ ພວກຂ້າພະເຈົ້າຍາມໃດກໍ່ເຕືອນວ່າ ເຮັດຫຍັງກໍ່ຕ້ອງຮັກສາຈິດໃຈອັນແກ່ນສານຂອງບົດລະຄອນ”.

ໃນຮູບເງົາ “ຝົນແດງ” ຜູ້ກຳກັບການສະແດງ ດັ້ງຖາຍຮວ່ຽນ ຜູ້ແຕ່ງບົດລະຄອນໂດຍອີງບົນພື້ນຖານຂອງຫຼາຍເລື່ອງລາວທີ່ມີຈິງ ແລະ ປະສານສົມທົບລະຫວ່າງຂໍ້ມູນປະຫວັດສາດ ແລະ ຄວາມໃນໃຈສ່ວນຕົວ. ຮູບເງົາມີຫົວເລື່ອງກ່ຽວກັບສົງຄາມ ບໍ່ພຽງແຕ່ມີຄວາມດຸເດືອດໃນການສູ້ຮົບເທົ່ານັ້ນ ແຕ່ຍັງແມ່ນນ້ຳໃຈຂອງສະຫາຍ ຂອງເພື່ອນຮ່ວມກົມກອງ ແມ່ນຄວາມກ້າຫານຂອງບັນດາພົນທະຫານໜຸ່ມ. ມີຜູ້ຊົມບາງຄົນເວົ້າຄວາມໃນໃຈສູ່ຟັງວ່າ:

 “ນ້ອງກໍ່ຫາກໍ່ໄດ້ຮັບຊົມຮູບເງົາເລື່ອງນີ້ ແລະ ນ້ອງກໍ່ຢາກຊົມຄືນອີກເຄິ່ງໜຶ່ງ. ເນື້ອໃນຂອງຮູບເງົາກໍ່ເຮັດໃຫ້ນ້ອງມີຄວາມສະເທືອນໃຈທີ່ສຸດ ນັ້ນແມ່ນຕົວລະຄອນ ຕູ໊ ເຊິ່ງແມ່ນຜູ້ທີ່ໜຸ່ມແໜ້ນກວ່າໝູ່ໃນໜູ່ທະຫານ.”

 “ຮູບເງົາໄດ້ເຮັດໃຫ້ຂ້າພະເຈົ້າມີຄວາມສະດຸ້ງໃຈ ແລະ ພາໃຫ້ຂ້າພະເຈົ້າຮູ້ສຶກຄືພວມດຳລົງຊີວິດໃນໄລຍະສົງຄາມອັນດຸເດືອດ. ຂ້າພະເຈົ້າເຫັນໄດ້ເຖິງຄວາມເຈັບປວດ ຄວາມກ້າຫານຂອງບັນດານັກຮົບໜຸ່ມໃນຄາວນັ້ນ”.

ຮູບເງົາ “ຝົນແດງ” ກໍ່ປຽບເໝືອນຂົວເຊື່ອມຕໍ່ ນຳບັນດາຜູ້ໄດ້ຜ່ານການສູ້ຮົບກັບຄືນສູ່ຄວາມຊົງຈຳ. ສຳລັບຜູ້ຊົມອາຍຸສູງຫຼາຍຄົນ, ຮູບເງົາເລື່ອງນີ້ກໍ່ໄດ້ຫວນຄືນສ່ວນໜຶ່ງໃນຄາວເປັນໄວໜຸ່ມຂອງເຂົາເຈົ້າໄດ້ຜ່ານພົ້ນໄປ. ພັນເອກ ນັກວິລະຊົນກຳລັງປະກອບອາວຸດ ຫານຢຸຍລັອງ ຜູ້ໄດ້ເຂົ້າຮ່ວມການສູ້ຮົບ 81 ວັນ ແລະ ຄືນ ຢູ່ກຳແພງເກົ່າ ກວ໋າງຈິ ແບ່ງປັນວ່າ

“ບັນດາຄວາມຊົງຈຳໄດ້ກັບຄືນມາ ແລະ ຂ້າພະເຈົ້າຮູ້ສຶກຄືເພື່ອນຮ່ວມກົມກອງຂອງຂ້າພະເຈົ້າ ສາມາດກັບຄືນມາເຕົ້າໂຮມກັນ ເພື່ອເຫັນປະຈັກຕາບັນດາຈຸດເວລາທີ່ທຸກໆຄົນລ້ວນແຕ່ໄດ້ເຫັນເຖິງຄວາມກ້າຫານກ້າແກ່ນຂອງບັນດາສະຫາຍເພື່ອນຮ່ວມກົມກອງຂອງພວກຂ້າພະເຈົ້າ”.

ສຳລັບນັກຮົບເກົ່າ ຫງວຽນຊວັນແທັງ, ຮູບເງົາຝົນແດງ ກໍ່ໄດ້ພາທ່ານກັບຄືນສູ່ຊຸມວັນເດືອນປີ ຢູ່ໃນຖັນແຖວກອງທັບເມື່ອກ່ອນນີ້. ນັກຮົບເກົ່າ ຫງວຽນຊວັນແທັງ ເວົ້າວ່າ:

“ປະຫວັດສາດຂອງປະເທດຊາດກໍ່ສະຫງ່າອົງອາດທີ່ສຸດ ແລະ ໄດ້ສ້າງອະນຸສອນຫຼາຍຢ່າງ. ຜ່ານຮູບເງົາຝົນແດງ ຂ້າພະເຈົ້າເຫັນວ່າ ຮູບເງົາເລື່ອງນີ້ກໍ່ຖ່າຍທຳຢ່າງລະອຽດເປັນຕົ້ນແມ່ນຮູບພາບການສູ້ຮົບ. ຂ້າພະເຈົ້າກໍ່ແມ່ນທະຫານຄົນໜຶ່ງດັ່ງນັ້ນກໍ່ມີຄວາມເຂົ້າໃຈກ່ຽວກັບສະໜາມຮົບຄືແນວໃດ”

ອາດຈະເວົ້າໄດ້ວ່າ ຮູບເງົາຝົນແດງໄດ້ນຳປະຫວັດສາດຍັບເຂົ້າໃກ້ກັບຜູ້ຊົມຍຸກປັດຈຸບັນ ຂະນະທີ່ໄດ້ເລົ່າຄືນກ່ຽວກັບປະຫວັດສາດ ດ້ວຍພາສາຮູບເງົາອັນແທ້ຈິງ ແລະ ວັດທະນະທຳມະນຸດ. ຮູບເງົາຝົນແດງໄດ້ຕັກເຕືອນລຸ້ນຄົນປັດຈຸບັນບໍ່ຄວນມີວັນຫຼົງລືມຄວາມເສຍສະຫຼະອັນໃຫຍ່ຫຼວງຂອງປູ່ຍ່າຕາຍາຍ ເພື່ອໃຫ້ພວກເຮົາມີສັນຕິພາບໃນວັນນີ້.

TAG
VOV/VOVworld/“ຝົນແດງ”

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ