logo

ພັດ​ທະ​ນາ​ເສດ​ຖະ​ກິດ​ມໍ​ລະ​ດົກ - ບົດ​ຮຽນ​ປະ​ສົບ​ການ​ຂອງ ຫວຽດ​ນາມ ແລະ ລາວ

2025/7/29 | 11:32:09
(VOVWORLD) - ເລື່ອງສ້າງບັນດາກຳນົດທິດນະໂຍບາຍແຫ່ງຊາດກ່ຽວກັບການພັດທະນາເສດຖະກິດມໍລະດົກ, ຊຸກຍູ້ການຮ່ວມມືລະຫວ່າງເຂດ, ລະຫວ່າງຊາດ, ພິເສດລະຫວ່າງ ຫວຽດນາມ ແລະ ລາວ, ພ້ອມກັບການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ສ້າງລະບົບນິເວດໜູນຊ່ວຍນັ້ນ ຈະແມ່ນບັນດາເສົາຄ້ຳທີ່ສຳຄັນເພື່ອໃຫ້ເສດຖະກິດມໍລະດົກກາຍເປັນກຳລັງໜູນພັດທະນາແບບຍືນຍົງຢ່າງແທ້ຈິງ, ທັງອະນຸລັກຮັກສາໄດ້ສີສັນວັດທະນະທຳ, ທັງສ້າງມູນຄ່າເພີ່ມໃຫ້ແກ່ວົງຄະນະຍາດ ແລະ ປະເທດຊາດ.
ທ່ານ ຫງວຽນຊວັນທັງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງພັກຄອມມູນິດ ຫວຽດນາມ (ພາບ: TTXVN)

“ພັດທະນາເສດຖະກິດມໍລະດົກ - ບົດຮຽນປະສົບການຂອງ ຫວຽດນາມ ແລະ ລາວ”. ນີ້ແມ່ນຫົວຂໍ້ກອງປະຊຸມສຳມະນາໂດຍສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ສະຖາບັນບັນດິດວິທະຍາສາດສັງຄົມ ຫວຽດນາມ, ສະຖາບັນການເມືອງການປົກຄອງແຫ່ງຊາດ ລາວ ແລະ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ລາວ ສົມທົບກັນຈັດຂຶ້ນໃນຕອນເຊົ້າວັນທີ 29 ກໍລະກົດ ຢູ່ແຂວງ ນິງບິ່ງ.

        ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນຊວັນທັງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງພັກຄອມມູນິດ ຫວຽດນາມ ໄດ້ເນັ້ນໜັກວ່າ ເລື່ອງສ້າງບັນດາກຳນົດທິດນະໂຍບາຍແຫ່ງຊາດກ່ຽວກັບການພັດທະນາເສດຖະກິດມໍລະດົກ, ຊຸກຍູ້ການຮ່ວມມືລະຫວ່າງເຂດ, ລະຫວ່າງຊາດ, ພິເສດລະຫວ່າງ ຫວຽດນາມ ແລະ ລາວ, ພ້ອມກັບການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ສ້າງລະບົບນິເວດໜູນຊ່ວຍນັ້ນ ຈະແມ່ນບັນດາເສົາຄ້ຳທີ່ສຳຄັນເພື່ອໃຫ້ເສດຖະກິດມໍລະດົກກາຍເປັນກຳລັງໜູນພັດທະນາແບບຍືນຍົງຢ່າງແທ້ຈິງ, ທັງອະນຸລັກຮັກສາໄດ້ສີສັນວັດທະນະທຳ, ທັງສ້າງມູນຄ່າເພີ່ມໃຫ້ແກ່ວົງຄະນະຍາດ ແລະ ປະເທດຊາດ.

        ກອງປະຊຸມສຳມະນາໄດ້ຮັບບົດປະກອບຄຳເຫັນເກືອບ 40 ບົດກ່ຽວກັບການພັດທະນາເສດຖະກິດມໍລະດົກແບບຍືນຍົງ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດຈາກບັນດາຄຸນຄ່າທີ່ເປັນມູນເຊື້ອ, ຮັບໃຊ້ໃຫ້ແກ່ບັນດາເປົ້າໝາຍພັດທະນາລວມຂອງສອງຊາດ.

 

TAG
VOV/VOVworld/ເສດຖະກິດມໍລະດົກ/ຫວຽດ​ນາມ - ລາວ/ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ