ສົງຄາມໄດ້ຜ່ານພົ້ນໄປແລ້ວ, ແຕ່ຫວຽດນາມ ແລະ ລາວ ຍັງສືບຕໍ່ສົ່ງເສີມການເຄື່ອນໄຫວຕອບບຸນແທນຄຸນບັນດາທະຫານອາສາສະໝັກ, ຜູ້ຊ່ຽວຊານຫວຽດນາມຊ່ວຍລາວ ໄລຍະ ປີ1945-1975. ເມື່ອໄດ້ກັບເມືອບ້ານເກີດເມືອງນອນ, ເຖິງວ່າໄດ້ປະຕິບັດວຽກງານໃນຂົງເຂດແຕກຕ່າງກັນ, ມີເງື່ອນໄຂສະພາບດຳລົງຊີວິດແຕກຕ່າງກັນກໍຕາມ ແຕ່ເຂົາເຈົ້າຍັງຈົດຈຳບັນດາອະນຸສອນທີ່ບໍ່ສາມາດຫຼົງລືມໄປໄດ້ ໃນຊຸມວັນເດືອນປີທີ່ທຳການຕໍ່ສູ້ຢູ່ປະເທດລາວ.
ຫວ່າງແລ້ວນີ້, ສະຖານທູດລາວປະຈຳຫວຽດນາມ ໄດ້ຈັດພິທີມອບຫຼຽນໄຊປະເພດຕ່າງໆໃຫ້ແກ່ບັນດາຜູ້ຊ່ຽວຊານ, ທະຫານອາສາສະໝັກຫວຽດນາມຊ່ວຍເຫຼືອລາວ. ນີ້ແມ່ນເທື່ອທີ 9 ທີ່ພັກ, ລັດລາວໄດ້ມອບຫຼຽນໄຊ ໃຫ້ແກ່ບັນດາຜູ້ຊ່ຽວຊານ, ທະຫານອາສາສະໝັກຫວຽດນາມຊ່ວຍລາວ ແລະ ນີ້ກໍ່ແມ່ນການເຄື່ອນໄຫວຕອບບຸນແທນຄຸນທີ່ຖືກຈັດຂຶ້ນປະຈຳປີ. ດ້ວຍຫຼຽນໄຊ 3000 ກ່ວາຫຼຽນ, ໃນນັ້ນມີຫຼຽນໄຊອິດສະຫຼະຊັ້ນ 1, ຫຼຽນໄຊໄຊຊະນະຊັ້ນ 1 ແລະ ຫຼຽນໄຊຕ້ານອາເມລິກາຊັ້ນ 1. ເຂົ້າຮ່ວມພິທີມອບຫຼຽນໄຊບັນດາທະຫານອາສາສະໝັກ, ຜູ້ຊ່ຽວຊານ ແລະ ຍາດຕິພີ່ນ້ອງຂອງບັນດານັກຮົບຫວຽດນາມທີ່ເສຍສະ ຫຼະຊີວິດຢູ່ລາວຕ່າງກໍ່ສະແດງຄວາມພາກພູມໃຈ ແລະຮູ້ສຶກເປັນກຽດເມື່ອໄດ້ຮັບລາງວັນອັນສູງສົ່ງຈາກພັກ, ລັດລາວ. ຕາງໜ້າໃຫ້ຜູ້ໄດ້ຮັບຫຼຽນໄຊໃນຄັ້ງນີ້, ທ່ານພົນຕີຫງວຽນຕຽນລອງ ໄດ້ສະແດງຄວາມຂອບອົກຂອບໃຈອັນເລິກເຊີ່ງທີ່ມີຕໍ່ພັກ, ລັດລາວ:
“ຫຼຽນໄຊອັນສູງສົ່ງຂອງພັກ, ແລະ ລັດລາວເຊິ່ງພວກເຮົາໄດ້ຮັບໃນມື້ນີ້ ບໍ່ພຽງແຕ່ແມ່ນການຢັ້ງຢືນວ່າພວກຂ້າພະເຈົ້າເອງໄດ້ສຳເລັດໜ້າທີ່ເທົ່ານັ້ນ, ຫາກຍັງແມ່ນຄວາມເປັນກຽດ ຊື່ງພັກ ແລະປະຊາຊົນ ລາວ ໄດ້ມອບໃຫ້ທະຫານອາສາມະໝັກ ແລະກອງທັບປະຊາຊົນຫວຽດນາມອີກດ້ວຍ. ຫຼຽນໄຊອັນສູງສົ່ງນີ້ ໄດ້ຕັກເຕືອນ ໃຫ້ພວກເຮົາ ຕ້ອງມີການ ເຄືອ່ນໄຫວຫຼາຍຢ່າງກວ່າອີກ ເພື່ອປັບປຸງ, ຮັກສາ ແລະເສີມຂະຫຍາຍສາຍພົວພັນມິດຕະພາບແບບພິເສດຫວຽດນາມ-ລາວ”
ທີ່ພິທີມອບຫຼຽນໄຊຄັ້ງນີ້, ບັນດາທະຫານອາສາສະໝັກ, ຜູ້ຊ່ຽວຊານຫວຽດນາມ ໄດ້ມີໂອກາດຫວນຄືນໄລຍະເວລາຕໍ່ສູ້ອັນພິລາດອາດຫານ ເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກ ແຕ່ກໍ່ມີອະນຸສອນຫຼາຍຢ່າງກັບທະຫານ ແລະ ປະຊາຊົນລາວທີ່ບໍ່ອາດຫຼົງລືມໄດ້. ທ່ານພົນຕີຫງວຽນຕຽນລອງເລົ່າຄືນວ່າ ທ່ານໄດ້ທຳການຕໍ່ສູ້ໃນສະໜາມຮົບລາວມາເປັນເວລາເກືອບ 10 ປີ ຢູ່ທົ່ງໄຫຫີນ ແຂວງຊຽງຂວາງ ຕະຫຼອດຮອດເຂດຊາຍແດນລາວ-ຈີນ, ລາວ-ໄທ. ໃນຊຸມເດືອນປີທຳການຕໍ່ສູ້ນັ້ນ ຍາມໃດທ່ານກໍຮຽງບ່າຮຽງໄລ່ກັບທະຫານ, ປະຊາຊົນລາວ. ເຖິງວ່າຖືກບາດເຈັບເຖິງ 4 ເທື່ອ ແຕ່ທ່ານຍັງສືບຕໍ່ເຂົ້າຮ່ວມການສູ້ຮົບຈົນເຖິງເວລາປະເທດລາວໄດ້ຮັບການປົດປ່ອຍຈຶ່ງກັບເມືອປະເທດ:
“ຈາກນາຍທະຫານຂັ້ນຕົ້ນ, ຂ້າພະເຈົ້າໄດ້ກາຍເປັນນາຍທະຫານຂັ້ນກາງ ແລະ ຫລັງຈາກນັ້ນໄດ້ຮັບໜ້າທີ່ເປັນການນຳຢູ່ກອງບັນຊາການທະຫານເຂດ 3, ເປັນເລຂາຄະນະພັກ, ຮອງຜູ້ບັນຊາການການເມືອງທະຫານເຂດ 3. ໃນວິວັດແຫ່ງການປະຕິບັດວຽກງານ, ບັນດາບົດຮຽນທີ່ຖອດຖອນມາໄດ້ຈາກໄລຍະເວລາຕໍ່ສູ້ຢູ່ສະໜົມຮົບລາວໄດ້ຊ່ວຍໃຫ້ຂ້າພະເຈົ້າບື່ນຕົວຂຶ້ນ ເຮັດສຳເລັດໜ້າທີ່ ”
ສ່ວນທ່ານຫງວຽນເທດາດ ກຳມະການສະເພາະກິດຂອງຄະນະຊີ້ນຳເຂດໄຕງວຽນໃຫ້ຮູ້ວ່າ ປີ 1972, ເມື່ອມີອາຍຸ 17 ປີເຕັ່ມ, ທ່ານໄດ້ເປັນທະຫານອາສາສະໝັກໄປຕໍ່ສູ້ຢູ່ສະໜາມຮົບສາລະວັນ, ຈຳປາສັກ, ທົ່ງໄຫຫີນຊຽງຂວາງ. ກັບເມືອປະເທດ, ທ່ານໄດ້ອອກຈາກຖັນແຖວກອງທັບ, ປະຕິບັດຫຼາຍວຽກງານທີ່ຕ່າງກັນ ແຕ່ວຽກງານເຫຼົ່ານັ້ນກໍ່ມີສ່ວນມີສ່ວນ ກ່ຽວຂ້ອງເຖິງປະເທດລາວ. ທ່ານກ່າວວ່າ:
“ວຽກງານທີ່ຂ້າພະເຈົ້າປະຕິບັດຫຼາຍກ່ວາໝູ່ ນັ້ນແມ່ນໄດ້ເປັນຫົວໜ້າເຂດເສດຖະກິດ, ເຂດ 3 ຫຼ່ຽມພັດທະນາຫວຽດນາມ-ລາວ-ກຳປູເຈຍ. ໃນວຽກງານລວມ, ຍາມໃດ, ພວກຂ້າພະເຈົ້າກໍໄດ້ຊອກຫາບັນດາມາດຕະການ, ບັນດາລາຍການ, ແຜນການລະອຽດ ເພື່ອເຮັດແນວໃດໃຫ້ສອງປະເທດ, ສອງກອງທັບກໍຄືປະຊາຊົນເຂດຊາຍແດນສອງປະເທດ ຮຽງບ່າຮຽງໄລ່ ພ້ອມກັນສ້າງຊີວິດການເປັນຢູ່ໃຫ້ດີຂຶ້ນ, ປ້ອງກັນຄວາມສະຫງົບປອດໄພ, ຮັກສາສະຖຽນລະພາບທາງການເມືອງໃນພາກພື້ນ”
ເລື່ອງພັກ, ລັດລາວມອບຫຼຽນໄຊໃຫ້ແກ່ບັນດາທະຫານ, ຜູ້ຊ່ຽວຊານຊ່ວຍລາວ ໃນໄລຍະຕໍ່ສູ້ ກູ້ຊາດ ແມ່ນມີຄວາມໝາຍອັນເລິກເຊີ່ງ, ນີ້ແມ່ນໂອກາດເພື່ອໃຫ້ເຂົາເຈົ້າໄດ້ຫວນຄືນໄລຍະເວລາຕໍ່ສູ້ອັນຫຍຸ້ງຍາກລຳບາກ, ແລະພິລະອາດຫານຂອງລຸ້ນພໍ່ລຸ້ນອ້າຍ ເພື່ອຕັກເຕືອນໃຫ້ລຸ້ນລູກຫຼານໃນປະຈຸບັນ ກ່ຽວກັບການເສຍສະຫຼະຂອງລຸ້ນພໍ່ລຸ້ນອ້າຍ, ເຮັດໃຫ້ເຂົາເຈົ້າມີຄວາມເຂົ້າໃຈ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາຍິ່ງໆຂຶ້ນ.



