logo

ພິ​ທີ​ມອບ - ​ຮັບ​ໃບ​ຢັ້ງ​ຢືນ UNESCO ​​ເຊີດ​ຊູ​ອາ​ຊີບ​ເຮັດ​ພາບ​ພື້ນ​ເມືອງ ດົງ​ໂຮ່ ​ນຳເຂົ້າ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ຕ້ອງ​ປົກ​ປັກ​ຮັກ​ສາ​ໂດຍ​ດ່ວນ

2026/3/28 | 08:41:33
(VOVWORLD) -  ຕອນຄ່ຳວັນທີ 27 ມີນາ, ຢູ່ສະໜາມຫຼວງ 3/2, ແຂວງ ບັກນິງ, ໄດ້ດຳເນີນພິທີມອບ - ຮັບໃບຢັ້ງຢືນຈາກອົງການວັດທະນະທຳ - ວິທະຍາສາດ - ການສຶກສາ ຂອງ ສປຊ (UNESCO) ທີ່ເຊີດຊູອາຊີບເຮັດພາບພື້ນເມືອງ ດົງໂຮ່ ນຳເຂົ້າບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸຕ້ອງໄດ້ຮັບການປົກປັກຮັກສາໂດຍດ່ວນ.
ການມອບໃບຢັ້ງຢືນ UNESCO ເຊີດຊູອາຊີບເຮັດພາບພື້ນເມືອງ ດົງໂຮ່ ນຳເຂົ້າບັນຊີລາຍຊື່ມໍລະດົກຕ້ອງປົກປັກຮັກສາໂດຍດ່ວນ (ພາບ: baobacninhtv.vn)

ເລືຶ່ອງ UNESCO ເຊີດຊູອາຊີບເຮັດພາບພື້ນເມືອງ ດົງໂຮ່ ນໍາເຂົ້າເຂົ້າບັນຊີລາຍຊື່ວັດມໍລະດົກວັດທະນະທຳບໍ່ເປັນວັດຖຸຕ້ອງໄດ້ຮັບການປົກປັກຮັກສາໂດຍດ່ວນນັ້ນ ບໍ່ພຽງແຕ່ຢັ້ງຢືນຄຸນຄ່າປະຫວັດສາດ, ວັດທະນະທຳ, ຄວາມງາມທີ່ເປັນເອກະລັກເທົ່ານັ້ນ ຫາກຍັງແມ່ນການຮັບຮູ້ຄວາມມານະພະຍາຍາມຂອງນັກສິລະປະກອນລຸ້ນຕ່າງໆ ແລະ ຊຸມຊົນໝູ່ບ້ານອາຊີບ. ພ້ອມດຽວກັນນັ້ນ ນີ້ກໍແມ່ນຈຸດເວລາຕັກເຕືອນກ່ຽວກັບຄວາມຮັບຜິດຊອບສາກົນໃນການອະນຸລັກຮັກສາ, ຟື້ນຟູ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກ ຕໍ່ບັນດາສິ່ງທ້າທາຍຂອງຍຸກສະໄໝ.

ທ່ານ ຟ້າມຮວ່າງເຊີນ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງ ບັກນິງ ໃຫ້ຮູ້ວ່າ:

“ເພື່ອປະຕິບັດໂຄງການເຄື່ອນໄຫວປົກປັກຮັກສາມໍລະດົກນັ້ນ, ທາງແຂວງ ບັກນິງ ກຳນົດ ສືບຕໍ່ສ້າງກົນໄກ, ນະໂຍບາຍໜູນຊ່ວຍຊຸມຊົນປະຕິບັດອາຊີບ ແລະ ນັກສິລະປະກອນໃຫ້ສົມບູນແບບ. ໄປຄຽງຄູ່ກັນນັ້ນ, ຍູ້ແຮງການບຳລຸງສ້າງ, ຖ່າຍທອດອາຊີບ; ນຳການສຶກສາມໍລະດົກເຂົ້າໂຮງຮຽນຢ່າງມີແບບມີແຜນ; ປະຕິບັດການສຳຫຼວດກກວດກາ, ຫັນເປັນດີຈີຕອນ ແລະ ຄົ້ນຄວ້າມໍລະດົກຢ່າງມີລະບົບ, ມີວິທະຍາສາດ; ເພີ່ມທະວີການໂຄສະນາ, ຍົກສູງຄວາມຮັບຮູ້ຂອງສັງຄົມກ່ຽວກັບຄຸນຄ່າມໍລະດົກ.”

TAG
VOV/VOVworld/ຄະນະກຳມະການປະຊາຊົນແຂວງ ບັກນິງ/ອາ​ຊີບ​ເຮັດ​ພາບ​ພື້ນ​ເມືອງ​ດົງ​ໂຮ່/ແຂວງ ບັກ​ນິງ/UNESCO

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ