logo

ພິ​ທີ​ສົ່ງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ລາວ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ, ລັດ ລາວ ກັບ​ຄືນ​ເມືອ​ປະ​ເທດ

2026/1/27 | 16:59:00
(VOVWORLD) - ຕອນບ່າຍວັນທີ 27 ມັງກອນ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນເກີມຕູ໊ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ໄດ້ເປັນປະທານພິທີສົ່ງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ກັບຄືນເມືອປະເທດ.
 ທ່ານ ເຈິ່ນເກີມຕູ໊ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ  ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ 

ທີ່ພິທີ, ທ່ານ ເຈິ່ນເກີມຕູ໊ ຊົມເຊີຍການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ  ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ການຢ້ຽມຢາມໄດ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢ່າງສູງ ແລະ ຄຳໝັ້ນສັນຍາຍຸດທະສາດຍາວນານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.

ບັນຍາກາດພິທີສົ່ງ

ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ສະແດງຄວາມຂອບໃຈຢ່າງຈິງໃຈ ທີ່ພັກ, ລັດ, ປະຊາຊົນ ຫວຽດນາມ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ຢ່າງສົມກຽດ, ເຕັມໄປດ້ວຍຄວາມອົບອຸ່ນ ແລະ ໄມຕີຈິດມິດສະຫາຍອ້າຍນ້ອງອັນດູດດື່ມ. ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເຊື່ອໝັ້ນວ່າ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດລະຫວ່າງສອງປະເທດ ຈະສືບຕໍ່ພັດທະນາ ແລະ ໄດ້ຮັບການຖະໜຸຖະໜອມຄືດັ່ງເປັນຊັບສົມບັດອັນລ້ຳຄ່າລະຫວ່າງສອງຊາດ, ສືບຕໍ່ຖ່າຍທອດໃຫ້ຄົນລຸ້ນຫຼັງ.

  ຕອນບ່າຍວັນທີ 27 ມັງກອນ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາໄດ້ເດີນທາງອອກຈາກຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 26 - 27 ມັງກອນ, ຕາມຄໍາເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ຢ່າງຈົບງາມ./.
TAG
VOV/VOVworld/ຫຸ້ນ​ສ່ວນ​ຍຸດ​ທະ​ສາດ/ທ່ານເລຂາທິການໃຫຍ່/ປະທານປະເທດ ລາວ ທອງລຸນ ສີສຸລິດ/ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ