logo

ພິ​ທີ​ສະ​ເຫຼີມ​ສະຫຼອງ 58 ປີ​ແຫ່ງວັນ​ສ້າງ​ຕັ້ງ ອາ​ຊຽນ ດ້ວຍ​ຫົວ​ຂໍ້ “ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ​ເຊື່ອມ​ໂຍງ ແລະ ຍືນ​ຍົງ”

2025/8/8 | 11:24:03
(VOVWORLD) - “ໃນປີຜ່ານມາ, ຈິດໃຈ ອາຊຽນ ໄດ້ຮັບການພິສູດຢ່າງຈະແຈ້ງ, ນັບແຕ່ການຮ່ວມແຮງຮ່ວມໃຈຍົກຍ້າຍພົນລະເມືອງ ອາຊຽນ ທີ່ອາໄສຢູ່ບັນດາເຂດເກີດການປະທະກັນ ຕະຫຼອດຮອດປະຕິກິລິຍາປະສານສົມທົບ ເຊິ່ງບັນດາປະເທດ ອາຊຽນພ້ອມກັນປະຕິບັດ...."
ທ່ານ Kao Kim Hourn ເລຂາທິການໃຫຍ່ ອາຊຽນ  ກ່າວຄຳເຫັນທີ່ພິທີ

ພິທີສະເຫຼີມສະຫຼອງ 58 ປີແຫ່ງວັນສ້າງຕັ້ງ ສະຫະສະມາຄົມບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) (ວັນທີ 8 ສິງຫາ 1967 – 08 ສິງຫາ 2025) ພາຍໃຕ້ຫົວຂໍ້ “ມຸ່ງໄປເຖິງອະນາຄົດເຊື່ອມໂຍງ ແລະ ຍື່ນຍົງ”, ໄດ້ຈັດຂຶ້ນຢ່າງສົມກຽດຢູ່ສຳນັກງານຄະນະເລຂາທິການ ອາຊຽນ ຢູ່ນະຄອນຫຼວງ ຈາກາຕາ, ອິນໂດເນເຊຍ ໃນວັນທີ 08 ສິງຫາ. ກ່າວຄຳເຫັນທີ່ພິທີ, ທ່ານ Kao Kim Hourn ເລຂາທິການໃຫຍ່ ອາຊຽນ ເນັ້ນໜັກວ່າ:

“ໃນປີຜ່ານມາ, ຈິດໃຈ ອາຊຽນ ໄດ້ຮັບການພິສູດຢ່າງຈະແຈ້ງ, ນັບແຕ່ການຮ່ວມແຮງຮ່ວມໃຈຍົກຍ້າຍພົນລະເມືອງ ອາຊຽນ ທີ່ອາໄສຢູ່ບັນດາເຂດເກີດການປະທະກັນ ຕະຫຼອດຮອດປະຕິກິລິຍາປະສານສົມທົບ ເຊິ່ງບັນດາປະເທດ ອາຊຽນພ້ອມກັນປະຕິບັດ. ບັນດາການກະທຳດັ່ງກ່າວ ບໍ່ພຽງແຕ່ແມ່ນສິ່ງຈົບງາມເທົ່ານັ້ນ, ຫາກຍັງແມ່ນຄວາມສາມັກຄີເພື່ອຫັນບັນດາເປົ້າໝາຍໃຫ້ປະກົດຜົນເປັນຈິງ ແລະ ມີຄວາມໝາຍສຳລັບຈຸດປະສົງຍາວນານໃຫ້ແກ່ ອາຊຽນ. ລັກສະນະກວມລວມ ກໍມີຄວາມໝາຍຮັບປະກັນວ່າ ທຸກປະເທດ, ທຸກປະຊາຄົມ ແລະ ປະຊາຊົນທຸກຄົນລ້ວນແຕ່ມີສຽງເວົ້າ ແລະ ພ້ອມກັນແບ່ງປັນກ່ຽວກັບຂໍ້ຂ້ອງໃຈ. ສິ່ງດັ່ງກ່າວກໍມີຄວາມໝາຍວ່າ ການພັດທະນາຈະໄປຮອດບັນດາໝູ່ບ້ານທີ່ຢູ່ຫ່າງໄກສອກຫຼີກທີ່ສຸດ, ບ່ອນທີ່ແມ່ຍິງ ແລະ ເດັກນ້ອຍ ໄດ້ຮັບການມອບສິດຢ່າງແທ້ຈິງ ແລະ ບໍ່ມີຜູ້ໃດຖືກປະໄວ້ຢູ່ທາງຫຼັງໃນພື້ນຖານເສດຖະກິດດີຈີຕອນ.”

ນັກຂ່າວ VOV ປະຈຳ ອິນໂດເນເຊຍ

TAG
VOV/VOVworld/ອາຊີຕາເວັນອອກສ່ຽງໃຕ້/ອາ​ຊຽນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ