logo

ພິທີໄຫວ້ບູຊາບັນພະບູລຸດ - ຈຸດວັດທະນະທຳ ຍາມຕົ້ນລະດູບານໃໝ່ຢູ່ ກວ໋າງອຽນ ແຂວງ ກວ໋າງນິງ

2025/2/10 | 10:14:00
(VOVWORLD) -ເທດສະບານ ກວ໋າງອຽນ ໃນແຂວງ ກວ໋າງນິງ ບັນຈຸບັນມີຫຼາຍກວ່າ120 ວົງຕະກຸນ. ເມື່ອລະດູບານໃໝ່ວຽນມາໃນແຕ່ລະປີ, ບັນດາຕະກຸນຢູ່ທີ່ນີ້ກໍ່ພ້ອມກັນຈັດພິທີໄຫວ້ບູຊາບັນພະບູລຸດ ເພື່ອອາໄລຫາບັນດາຜູ້ທີ່ມີຄຸນງາມຄວາມດີໃນການຄົ້ນຫາ ສ້າງຕັ້ງເກາະ ຮ່ານາມ ທີ່ອຸດດົມຮັ່ງມີຂຶ້ນກັບເທດສະບານ ກວ໋າງອຽນ ແຂວງ ກວ໋າງນິງ ໃນທຸກວັນນີ້. 
ຍາມຕົ້ນປີ, ບັນດາວົງຕະກູນດຳເນີນການມອບລາງວັນໃຫ້ແກ່ນັກຮຽນທີ່ມີຜົນງານການຮ່ຳຮຽນທີ່ດີ

     ຕົ້ນລະດູບານໃໝ່, ຢູ່ຫໍບູຊາວົງຕະກຸນນັບ 10 ຫຼັງຢູ່ເທດສະບານກວ໋າງອຽນ ໄດ້ຮັບການປະດັບປະດາດ້ວຍທຸງ, ແຜ່ນຄຳພະຫຍ້າ ເພື່ອທຳພິທີໄຫວ້ບູຊາບັນພະລຸດ. ພວກລູກຫຼານໃນບັນດາວົງຕະກຸນທັງຢູ່ໃກ້ ແລະ ໄກຕ່າງກໍ່ກັບມາຫາບ້ານເກີດເມືອງນອນ ເພື່ອຈູດທູບທຽນຢູ່ຕາມຫໍບູຊາ ເພື່ອອາໄລຫາບັນພະບູລຸດ.

         “ຂ້າພະເຈົ້າກຳເນີດຂຶ້ນຢູ່ແຂວງ ຮ່ານາມ ແຕ່ມາດຳລົງຊີວິດຢູ່ນະຄອນ ຮະລອງ ເພື່ອທຳມາຫາກິນ, ຊຸມວັນຕົ້ນປີ, ຂ້າພະເຈົ້າໄດ້ກັບຄືນຢາມບ້ານເກີດເມືອງນອນ ເພື່ອເຂົ້າຮ່ວມພິທີໄຫວ້ບູຊາບັນພະບູລຸດ”

        “ຂ້າພະເຈົ້າແຕ່ງງານກັບຜູ້ຢູ່ແດນໄກ ດັ່ງນັ້ນກໍ່ມີຄວາມຫວັງຢ່າງຍິ່ງຢາກພາຜົວ ແລະ ລູກກັບຄືນບ້ານເກີດຂອງເຮົາ. ຂ້າພະເຈົ້າຢາກໃຫ້ລູກຂອງຕົນເມື່ອເຕີບໃຫຍ່ຂຶ້ນ ຈະເຂົ້າໃຈກ່ຽວກັບຄຸນຄ່າວັດທະນະທຳຂອງບ້ານເກີດເມືອງນອນ ປະເທດຊາດ ເຂົ້າໃຈກ່ຽວກັບວົງຕະກຸນຂອງຕົນ”.

      ທ່ານ ຫວູຈ້ອງລິວ ປະທານສະພາວົງຕະກຸນ ຫວູຮົ່ງ ເຊິ່ງແມ່ນໜຶ່ງໃນບັນດາວົງຕະກຸນໃຫຍ່ຂອງເຂດເກາະ ຮ່ານາມ ໃນເທດສະບານ ກວ໋າງອຽນ ເປີດເຜີຍວ່າ:

     “ວົງຕະກຸນໃນແຕ່ປີກໍ່ຍັງຄົງເຂົ້າຮ່ວມງານບຸນ ຕຽນກົງ ເພື່ອລະດົມກຳລັງໃຈໃຫ້ແກ່ລູກຫຼານຮ່ຳຮຽນໃຫ້ດີ ພ້ອມທັງເຂົ້າຮ່ວມພິທີໄຫວ້ບູຊາບັນພະບູລຸດ. ສຸສານຂອງຄົນລຸ້ນທຳອິດຂອງວົງຕະກຸນມາຮອດປັດຈຸບັນຍັງຄົງໄດ້ຮັບການຮັກສາໄວ້”.

       ໃນພິທີໄຫວ້ບູຊາບັນພະບູລຸດຂອງບັນດາວົງຕະກຸນ, ການເຄື່ອນໄຫວທີ່ຂາດບໍ່ໄດ້ ແມ່ນພິທີໄຫວ້ບູຊາ ຕຽນກົງ ເພື່ອແນໃສ່ອາໄລຫາຄຸນງາມຄວາມດີຂອງລຸ້ນຄົນທຳອິດໃນວົງຕະກຸນໃນການຄົ້ນຫາ ສ້າງຕັ້ງໝູ່ບ້ານ ພ້ອມທັງແມ່ນໂອກາດເພື່ອໃຫ້ລູກຫຼານອວຍພອນອາຍຸຍືນໃຫ້ແກ່ຜູ້ອາຍຸສູງໃນວົງຕະກຸ

      “ມື້ນີ້ຂ້າພະເຈົ້າມາຮ່ວມພິທີໄຫວ້ບູຊາ ຕຽນກົງ ເພື່ອສົມມະນາຄຸນບັນດາຜູ້ທີ່ມີຄຸນງາມຄວາມດີໃນການຄົ້ນຫາ ບຸກເບີກດິນແດນ ຮ່ານາມ. ປີນີ້ຂ້າພະເຈົ້າມີອາຍຸ 80 ປີແລ້ວ ຂ້າພະເຈົ້າມີຄວາມຕື້ນຕັນໃຈທີ່ສຸດ”.

     “ຂ້າພະເຈົ້າຫວັງວ່າ ບັນດາລຸ້ນຄົນໃນອະນາຄົດ ຄວນຮັກສາມູນເຊື້ອຂອງປູ່ຍ່າຕາຍາຍໄວ້ ແລະ ພະຍາຍາມຮ່ຳຮຽນຝຶກຝົນຫຼໍ່ຫຼອມໃຫ້ເປັນຢ່າງງດີ”.

   ພິທີໄຫ້ວບູຊາບັນພະບູລຸດ ແມ່ນໂອກາດເພື່ອຝຶກຝົນຫຼໍ່ຫຼອມທາງດ້ານບຸກຄະລິກກະພາບ ແລະ ກຳນົດທິດໃຫ້ລູກຫຼານກ່ຽວກັບສິ່ງທີ່ດີທີ່ງາມ. ທ່ານ ໂງມິງເຕິມ ອາດີດປະທານສະພາວົງຕະກຸນ ໂງ ເປີດເຜີຍວ່າ:

       “ໃນວັນໄຫວ້ບູຊາບັນພະບູລຸດຍາມຕົ້ນປີ ກໍ່ລ້ວນແຕ່ຕັກເຕືອນຕີລາຄາລວມກ່ຽວກັບຈຸດດີ ຈຸດອ່ອນຂອງລູກຫຼານ. ລູກຫຼານທີ່ກ້າວໜ້າກໍ່ໄດ້ຮັບການຍ້ອງຍໍຊົມເຊີຍ”.

      ພິທີໄຫວ້ບູຊາບັນພະບູລຸດຂອງບັນດາວົງຕະກຸນ ກໍ່ມີບັນດາຂອບຂະໜາດໃຫຍ່ນ້ອຍແຕກຕ່າງກັນ ແຕ່ລ້ວນແຕ່ເຂັ້ມຂົ້ນໄປດ້ວຍຂີດໝາຍວັດທະນະທຳຂອງວົງຕະກຸນ ແລະ ສະແດງໃຫ້ເຫັນຄວາມເຄົາລົບນັບຖືບັນພະບູລຸດ. ທ່ານ ຫງວຽນເຖເຍິມ ປະທານຄະນະກຳມະການປະຊາຊົນຕາແສງ ຟອງກົກ ເທດສະບານ ກວ໋າງອຽນ ໃຫ້ຮູ້ວ່າ:

      “ການໂຄສະນາຂົນຂວາຍເຄີຍໄດ້ຮັບການປະຕິບັດ ໂດຍຜ່ານຫົວໜ້າວົງຕະກຸນ. ຜ່ານນັ້ນຈິດໃຈສາມັກຄີຂອງປະຊາຊົນກໍ່ດີຂຶ້ນກວ່າເກົ່າ. ປະຊາຊົນຕ່າງກໍ່ປະຕິບັດຕາມແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດ; ການຂັດແຍ່ງກັນທຸກຢ່າງກໍ່ໄດ້ຮັບການແກ້ໄຂຢູ່ພາຍໃນວົງຕະກຸນ ປະກອບສ່ວນນຳຄວາມສະຫງົບສຸກມາໃຫ້ວົງຄະນາຍາດ”.

     ພິທີໄຫວ້ບູຊາບັນພະບູລຸດ ຢູ່ເທດສະບານກວ໋າງອຽນ ແມ່ນຂົວເຊື່ອມຕໍ່ລະຫວ່າງອະດີດຕະການກັບປັດຈຸບັນ ໃນນັ້ນຄວາມຮັກບ້ານເກີດເມືອງນອນ, ກົກເຄົ້າເຫງົ້າກໍກໍ່ໄດ້ຮັບການຫຼໍ່ລ້ຽງກາຍເປັນກຳລັງໜູນເພື່ອໃຫ້ລຸ່ນໜຸ່ມສູ້ຊົນປືນຕົວຂຶ້ນປະກອບສ່ວນສ້າງສາບ້ານເກີດເມືອງນອນໃຫ້ນັບມື້ນັບຮັ່ງມີສວຍງາມ.
TAG
VOV/VOVworld/ວົງ​ຕະ​ກູນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ