ພັນເອກ ຫງວຽນຫິວຕ່າຍ |
ເມື່ອບົດເພງນັກຮົບຫວຽດນາມໄດ້ກັງວານຂຶ້ນໃນແຕ່ລະເທື່ອ, ພັນເອກ ຫງວຽນຫິວຕ່າຍ ອະດີດຫົວໜ້າການເມືອງກອງພັນ 209 ກອງພົນ 312, ອະດີດຮອງຫົວໜ້າກົມໂຄສະນາອົບຮົມກະຊວງປ້ອງກັນປະເທດກໍ່ມີຄວາມຕື້ນຕັນໃຈ, ເນື້ອໃນ ແລະ ຈັງຫວະຂອງບົດເພງປຽບເໝືອນນຳພັນເອກຄືນສູ່ບັນຍາກາດສູ້ຮົບໃນສົງຄາມ. ນັ້ນແມ່ນການບຸກໂຈມຕີ ຮີມລາມ ໄດ້ສະແດງໃຫ້ເຫັນກຳລັງແຮງຂອງກອງທັບ ຫວຽດນາມ ສາມາດຕີປະລາໄຊຖານທີ່ໝັ້ນຂອງສັດຕູທີ່ຖືກຖືວ່າແມ່ນບໍ່ອາດລ່ວງລ້ຳໄດ້ ອັນໄດ້ເປີດສາກໃຫ້ໄຊຊະນະ ດ້ຽນບຽນຝູ໋ ທີ່ລືຊາຜາກົດໃນທົ່ວໂລກ, ທັບມ້າງແຜນການ ນາວາ ແລະ ປະກອບສ່ວນເຂົ້າໃນຂະບວນການສັນຕິພາບໂລກ. ເມື່ອປືນໃຫຍ່ໄດ້ຍິງຖືກເປົ້າໝາຍປ້ອມສັດຕູຢູ່ ຮີມລາມ, ພັນເອກ ຫງວຽນຫິວຕ່າຍ ແລະ ເພື່ອນຮ່ວມກົມກອງໄດ້ໂຮຮ້ອງອອກສະໜາມຮົບ. ຢູ່ແຈໜຶ່ງໃນຂຸມຄອງ, ຄະນະສິລະປະກອນຂອງທະຫານເຂດໜຶ່ງ ໄດ້ສະແດງບົດເພງ “ນັກຮົບ ຫວຽດນາມ” ນັ້ນແມ່ນຈຸດເວລາປະຫວັດສາດທີ່ບໍ່ອາດຫຼົງລືມໄດ້ສຳລັບນັກຮົບແຕ່ລະຄົນທີ່ເຂົ້າຮ່ວມບັ້ນຮົບ ດ້ຽນບຽນຝູ໋ ປີ 1954. ພັນເອກ ຫງວຽນຫິວຕ່າຍ ໃຫ້ຮູ້ວ່າ:
“ກຳລັງທະຫານເຮົາທັງໂຮຮ້ອງ ທັງແລ່ນອອກສູ່ສະໜາມຮົບ ທັງຂັບຮ້ອງບັນຍາກາດແມ່ນສະຫງ່າອົງອາດທີ່ສຸດ. ແລະ ແມ່ນເທື່ອດຽວໃນກອງທັບ ຫວຽດນາມ ມີບັ້ນຕໍ່ສູ້ໃນທ່າມກາງສຽງປືນ, ສຽງໂຮຮ້ອງ ແລະ ສຽງຂັບຮ້ອງຂອງກຳລັງທະຫານ”.
ໂດຍທຳຫານຕໍ່ສູ້ຢູ່ໂນນ D1 ເປັນເວລາກວ່າໜຶ່ງເດືອນ, ພັນເອກ ແລະ ບັນດານັກຮົບຕ້ອງກິນເຂົ້າປັ້ນຈ້ຳກກັບງ່າ ແລະ ບໍ່ມີຜັກ. ການຕໍ່ສູ້ຢ່າງລຳບາກກາກກຳ ເບິ່ງຄືວ່າໄດ້ເກີນຄວາມມານະອົດທົນຂອງມະນຸດ, ແຕ່ທັງໝົດເຫຼົ່ານັ້ນບໍ່ເຮັດໃຫ້ເຈດຈຳນົງ ແລະ ຄວາມຕັດສິນໃຈເອົາໄຊຊະນະຂອງກຳລັງທະຫານຖືກທໍ້ຖອຍ. ພັນເອກ ຫງວຽນຫິວຕ່າຍ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າໄດ້ພ້ອມກັນຕໍ່ສູ້ ດ້ວຍຄວາມຕັດສິນໃຈພ້ອມກັບບັນດາກົມກອງອື່ນໆ. ນີ້ແມ່ນການບຸກໂຈມຕີ ດ້ວຍຄວາມຕັດສິນໃຈເອົາໄຊຊະນະ ແລະ ຮັກສາທ່າສະໜາມຮົບ. ມີເພື່ອຮ່ວມກົມກອງຫຼາຍຄົນໄດ້ເສຍສະຫຼະຊີວິດ ດັ່ງນັ້ນເມື່ອເວົ້າເຖິງການຕໍ່ສູ້ນີ້ຂ້າພະເຈົ້າກໍ່ສະເທືອນໃຈທີ່ສຸດ”.
ໃນບັ້ນຮົບ ດ້ຽນບຽນຝູ໋, ຄວາມປະທັບໃຈຢ່າງເລິກເຊິ່ງທີ່ສຸດສຳລັບນັກຮົບເກົ່າຄົນນີ້ ແມ່ນຈຸດເວລາປະຫວັດສາດທີ່ພົນເອກ ຫວໍງວຽນຢາບ ໄດ້ປ່ຽນແປງທິດນຳສູ້ຮົບ “ຕີໄວເອົາຊະນະໄວ” ໄປສູ່ “ຕີໜັກແໜ້ນ, ບຸກໜັກແໜ້ນ” ນີ້ແມ່ນຄຳຕັດສິນທີ່ມີລັກສະນະສຳຄັນເປັນບາດລ້ຽວສ້າງໄຊຊະນະອັນຍິ່ງໃຫຍ່ຂອງບັ້ນຮົບ. ດ້ວຍບັນດາການບຸກໂຈມຕີຄືດັ່ງຟ້າແມບ, ກອງທັບ ຫວຽດນາມ ໄດ້ຈັບຕົວນາຍພົນ ເດີກາດຕຣີ ອັນໄດ້ສ້າງບັ້ນຮົບດ້ຽວບຽນຝູ໋ ທີ່ລືຊາຜາກົດໃນທົ່ວໂລກ. ພັນເອກ ຫງວຽນຫິວຕ່າຍ ໃຫ້ຮູ້ວ່າ:
“ເມື່ອໄດ້ຍິນຂ່າວຈັບຕົວນາຍພົນ ເດີກາດຕຣີ ໄດ້ນັ້ນ,ທັງກອງບັນຊາການຂອງກອງພັນໃຫຍ່ຕ່າງກໍ່ພູມໃຈ, ທຸກຄົນໄດ້ກອດກັນ ແລະ ຫຼັ່ງນ້ຳຕາ. ມີນັກຮົບຫຼາຍຄົນໄດ້ໂດດຂຶ້ນຈາກຂຸມຄອງຍິງປືນເພື່ອຕ້ອນຮັບໄຊຊະນະ”.
ກໍ່ເຊັ່ນດຽວກັນກັບພັນເອກ ຫງວຽນຫິວຕ່າຍ, ບັນດາເພື່ອນຮ່ວມກົມກອງຕ່າງກໍ່ມີຄວາມຕື້ນຕັນໃຈເມື່ອເວົ້າເຖິງໄລຍະທີ່ສະຫງ່າອົງອາດ. ທ່ານ ຟ້າມຖັງ ນັກຮົບເກົ່າ ດ້ຽນບຽນ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າໄດ້ແກ່ລະເບີກໂພກລຽບຕາມຂຸມຄອງຂຶ້ນໂນນ A1, ເມື່ອມີ 10 ຄົນເສຍສະຫຼະຊີວິດກໍ່ຈະມີ 10 ຄົນອື່ນທົດແທນ. ຢູ່ໂນນ A1 ນີ້ກໍ່ມີນັກຮົບນັບຮ້ອຍນັບພັນຄົນໄດ້ເສຍສະຫຼະຊີວິດ ເພື່ອໃຫ້ພວກເຮົາໄດ້ມີວັນນີ້”.
ກວ່າ 70 ປີໄດ້ຜ່ານພົ້ນໄປ ແຕ່ຮູບພາບການສູ້ຮົບທີ່ລຳບາກກາກກຳແຕ່ລືຊາຜາກົດຍັງຄົງຝັງເລິກໃນຄວາມຊົງຈຳຂອງພັນເອກ ຫງວຽນຫິວຕ່າຍ ແລະ ເພື່ອນຮ່ວມກົມກອງ. ເຂົາເຈົ້າໄດ້ສ້າງໄຊຊະນະທີ່ລາຊາຜາກົດທົ່ວໂລກ ສ້າງປະຖົມປັດໄຈສຳຄັນເພື່ອນຳພາກເໜືອຂ້າມຜ່ານກ້າວຂຶ້ນສັງຄົມນິຍົມເປັນແນວຫຼັງທີ່ໜັກແໜ້ນໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍພາກໃຕ້ທ້ອນໂຮມປະເທດຊາດເປັນເອກະພາບ.




