logo

ພູມ​ປັນ​ຍາ​ພື້ນ​ເມືອງ​ກ່ຽວ​ກັບອາ​ຊີບ​ເຮັດ​ບັນ​ກວນ ແທັງ​ຈີ່ ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ລະ​ດັບ​ຊາດ

2025/7/18 | 10:53:00
(VOVWORLD) - ພູມປັນຍາພື້ນເມືອງກ່ຽວກັບອາຊີບເຮັດບັນກວນ ແທັງຈີ່ ຫາກໍ່ໄດ້ຈົດຊື່ເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ. ການຮັບຮູ້ນີ້ໄດ້ສະແດງໃຫ້ເຫັນຄຸນຄ່າພົ້ນເດັ່ນຂອງບັນກວນ ແທັງຈີ່ ອີກເທື່ອໜຶ່ງ ແລະ ກໍ່ແມ່ນໂອກາດເພື່ອໂຄສະນາ, ເປີດກວ້າງອາຊີບເຮັດບັນກວນ ແທັງຈີ່ ໃນໄລຍະທີ່ຈະມາເຖິງ.

(ພາບ: ຮ່ວຽນຈາງ/VOV5)

    ອາຊີບເຮັດບັນກວນ ແທັງຈີ່ ໄດ້ຮັບການຮັກສາ ແລະ ສືບທອດກັນມາຫຼາຍລຸ້ນຄົນຢູ່ຕາແສງ ວິ້ງຮຶງ, ນະຄອນ ຮ່າໂນ້ຍ

   ໃນເມື່ອກອ່ນ,    ປຊຊ ແທັງຈີ່ ໄດ້ໃຊ້ໝໍ້ທອງ, ໃຊ້ເຕົາຖ່ານ ແລະ ຖອກລາດແປ້ງບັນກວັນດ້ວຍມື. ແຕ່ປະຈຸບັນ, ປຊຊ ໄດ້ໃຊ້ຈັກບົດແປ້ງນ້ຳ, ເຕົາໄຟຟ້າ ແຕ່ຍັງຄົງໄດ້ຮັກສາເຕັກນິກການເຮັດບັນກວນພື້ນເມືອງນັບແຕ່ກ່ອນໄວ້ໄດ້. ໃນເມື່ອກ່ອນ, ປຊຊ ແທັງຈີ່ ເຮັດບັນກວນແລ້ວ ໃສ່ກະທຸ້ງ, ຫາບຄອນ ແລ້ວຈະນຳໄປຂາຍໃນທົ່ວທຸກແຫ່ງຂອງ ຮ່າໂນ້ຍ. ຮອດລຸ້ນຂອງປ້າ ຮວ່າງທິລານ ກໍ່ໄດ້ຖີບລົດຖີບໄປຂາຍຢູ່ທຸກຮ່ອມທາງ. ສ່ວນລຸ້ນປັດຈຸບັນ, ກໍ່ເຊົ່າຮ້ານຂາຍຢູ່ກັບທີ່ເລີຍ. ເຖິງວ່າມີການປ່ຽນແປງຫຼາຍຢ່າງກໍ່ຕາມ, ແຕ່ນ້ຳໃຈຮັກມັກອາຊີບ ແລະ ຄວາມສຸດຈິດສຸດໃຈຕໍ່ອາຊີບຍັງມີຢູ່. ປ້າ ຮວ່າງທິລານ ໃຫ້ຮູ້ວ່າ:

ຂ້າພະເຈົ້າໄດ້ເຮັດບັນກວນນັບແຕ່ອາຍຸ 12 ປີ, ທັງໄປຮຽນ, ທັງບົດແປ້ງເພື່ອໃຫ້ແມ່ເຮັດບັນກວນ. ຫຼັງຈາກນັ້ນຂ້າພະເຈົ້າກໍ່ຮຽນເຕັກນິກການເຮັດບັນກວນນຳແມ່, ລູກກໍ່ຮຽນນຳຂ້າພະເຈົ້າ, ສືບທອດກັນມາຄືແນວນນັ້ນ. ປະຈຸບັນ, ລູກຊາຍ, ລູກສາວຂອງຂ້າພະເຈົ້າກໍ່ເຮັດເປັນໝົດ.

(ພາບ: ຮ່ວຽນຈາງ/VOV5)

   ອາຊີບເຮັດບັນກວນ ແທັງຈີ່ ໄດ້ນຳມາເຊິ່ງບັນດາຄຸນຄ່າດ້ານພູມປັນຍາພື້ນເມືອງ ກ່ຽວກັບຂັ້ນຕອນການເຮັດບັນກວນ ໄດ້ປະຕິບັດຕາມແຕ່ລະຂັ້ນຕອນ ນັບແຕ່ຂອດເລືອກເຂົ້າສານ ຕະຫຼອດຮອດການຖອກລາດແປ້ງບັນກວນ. ວັດຖຸດິບເພື່ອເຮັດບັນກວນແມ່ນເຂົ້າຈ້າວ. ບັນກວນ ແທງຈິ່ ໄດ້ຖອກລາດແປ້ງດ້ວຍມື ແບບບາງທີ່ສຸດ, ຍິ່ງບາງກໍ່ຍິ່ງແຊບ. ເພື່ອເຮັດບັນກວນທີ່ແຊບຄືແນວນັ້ນແມ່ນຍ້ອນເຄັດລັບ ແລະ ຝີມືສະເພາະຂອງ ປຊຊ ແທັງຈີ່. ປ້າ ເຢືອງທິຕວຽດ ໃຫ້ຮູ້ວ່າ:

ບັນກວນ ແທັງຈີ່ ຕ້ອງລາດໃຫ້ແຜ່ນບາງຈຶ່ງແຊບ. ເມື່ອກ່ອນໄດ້ບົດເຂົ້າດ້ວຍມື ແປ້ງຈະບໍ່ສະໝ່ຳສະເໝີ, ແຕ່ປະຈຸບັນບົດເຂົ້າດ້ວຍເຄື່ອງຈັກ, ແຜ່ນແປ້ງຈຶ່ງສະໝ່ຳສະເໝີ ແລະ ແຊບກວ່າ. ຂ້າພະເຈົ້າໄດ້ມ່າເຂົ້າໃນເວລາ 2 ຊົ່ວໂມງ, ແລ້ວເອົາໄປບົດ, ເມື່ອບົດເຂົ້າຕ້ອງຖອກນ້ຳໃສ່, ແລ້ວໃສ່ນ້ຳກ້ອນເພື່ອໃຫ້ແປ້ງເຢັນດີ, ບົດເຂົ້າແລ້ວໃສ່ນ້ຳຕື່ມອີກ. ເມື່ອຖອກລາດບັນກວນຕ້ອງເຮັດໃຫ້ສະໝ່ຳສະເໝີ.

  ເມື່ອພູມປັນຍາພື້ນເມືອງກ່ຽວກັບອາຊີບເຮັດບັນກວນ ແທັງຈີ່ ໄດ້ຈົດຊື່ເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ, ປຊຊ ແທັງຈີ່, ພິເສດແມ່ນລຸ້ນໜຸ່ມຜູ້ທີ່ກຳລັງສືບທອດອາຊີບ ໄດ້ມີຄວາມພາກພູມໃຈທີ່ສຸດ. ສຳລັບເຂົາເຈົ້າແລ້ວ, ນີ້ແມ່ນໂອກາດ ແຕ່ກໍ່ແມ່ນຄວາມຮັບຜິດຊອບ ເພື່ອຮັກສາ ແລະ ໂຄສະນາອາຊີບພື້ນເມືອງຂອງບ້ານເກີດເມືອງນອນກວ່າອີກ. ເອື້ອຍ ຫງວຽນທິລານເຮືອງ ໃຫ້ຮູ້ວ່າ:

    ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈ ຍ້ອນໄດ້ກຳເນີດ ແລະ ເຕີບໃຫ່ຍໃນຄອບຄົວທີ່ມີມູນເຊື້ອອາຊີບເຮັດບັນກວນ. ຂ້າພະເຈົ້າຢາກໂຄສະນາໃຫ້ແກ່ອາຊີບພື້ນເມືອງຂອງໝູ່ບ້ານຕົນ, ທຳອິດແມ່ນຕ້ອງຝຶກຝົນຫຼໍ່ຫຼອຝີມື, ມີຄວາມສຸດຈິດສຸດໃຈຕໍ່ອາຊີ, ຕ້ອງເຮັດແນວໃດໃຫ້ຖອກລາດບັນກວນໄດ້ບາງກວ່າ, ແຊບກວ່າ, ແຕ່ລະມື້ກໍ່ຕ້ອງພະຍາຍາມຕື່ມອີກນ້ອຍໜຶ່ງ ເພື່ອໃຫ້ລູກຄ້າກິນແລ້ວກໍ່ເຫັນວ່າແຊບກວ່າມື້ກ່ອນ.

  ສ່ວນທ່ານນາງ ກວານທິເວິນແອັງ ຮອງປະທານຄະນະກຳມະການ ປຊຊ ຕາແສງ ວິ້ງຮຶງ ໃຫ້ຮູ້ວ່າ:

  ເລື່ອງພູມປັນຍາພື້ນເມືອງກ່ຽວກັບອາຊີບເຮັດບັນກວນ ແທັງຈີ່ ໄດ້ຈົດຊື່ເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ ແມ່ນການຮັບຮູ້ຂອງລັດສຳລັບບັນດາຄຸນຄ່າວັດທະນະທຳພື້ນເມືອງພິເສດສະເພາະ, ໄດ້ຮັບການຮັກສາ ແລະ ສືບທອດຜ່ານຫຼາຍລຸ້ນຄົນ, ໄດ້ຢັ້ງຢືນຄຸນຄ່າດ້ານປະຫວັດສາດ, ວັດທະນະທຳ ແລະ ເຕັກນິກທີ່ເປັນມູນເຊື້ອຂອງອາຊີບ. ພ້ອມກັນນັ້ນ ກໍ່ໄດ້ສ້າງເງື່ອນໄຂສະດວກເພື່ອໃຫ້ທ້ອງຖິ່ນໃນການອະນຸລັກຮັກສາ, ເຊີດຊູ ແລະ ໂຄສະນາອາຊີບຢ່າງເປັນທາງການ, ມີແບບມີແຜນວ່າ. ນີ້ກໍ່ແມ່ນພື້ນຖານສຳຄັນ ເພື່ອໃຫ້ບັນດາຄອບຄົວເຮັດອາຊີບ ໄດ້ສຳຜັດກັບບັນດານະໂຍບາຍໜູນຊ່ວຍຂອງລັດ ແລະ ຍົກສູງສະຕິຄວາມຮັບຮູ້ ກ່ຽວກັບການຮັກສາຈຸດຄວາມງາມທີ່ເປັນມູນເຊື້ອ, ພັດທະນາການຜະລິດ, ຖ່າຍທອດອາຊີບໃຫ້ແກ່ລຸ້ນໜຸ່ມ.

  ບັນດານັກປະພັນວັນນະຄະດີທີ່ມີຊື່ສຽງຂອງ ຫວຽດນາມ ເຄີຍໄດ້ຂຽນເລື່ອງກ່ຽວກັບບັນກວນ ແທັງຈີ່, ອາຊີບເຮັດບັນກວນ ແທັງຈີ່ ໄດ້ຮັບການສ້າງເຄື່ອງໝາຍການຄ້າລວມໝູ່ໃນປີ 2015 ແລະ   ພູມປັນຍາພື້ນເມືອງກ່ຽວກັບອາຊີບເຮັດບັນກວນ ແທັງຈີ່ ຫາກໍ່ໄດ້ຈົດຊື່ເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ.   ບັນກວນ ແທັງຈີ່ ຈະບືນຕົວໄປໄກກວ່າອີກ ປະກອບສ່ວນແຜ່ກະຈາຍກ່ຽວກັບອາຫານການກິນທີ່ເປັນເອກະລັກສະເພາະຂອງນະຄອນຫຼວງ ຮ່າໂນ້ຍ./.

 

TAG
VOV/VOVworld/ພູມ​ປັນ​ຍາ​ພື້ນ​ເມືອ/ອາ​ຊີບ​ເຮັດ​ບັນ​ກວນ ແທັງ​ຈີ່/ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ລະ​ດັບ​ຊາດ/ປ້າ ເຢືອງທິຕວຽດ/ທ່ານນາງ ກວານທິເວິນແອັງ ຮອງປະທານຄະນະກຳມະການ ປຊຊ ຕາແສງ ວິ້ງຮຶງ/ເອື້ອຍ ຫງວຽນທິລານເຮືອງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ