(vovworld) - ໃນ 9 ປີແຫ່ງການຕໍ່ຕ້ານ ຕ້ານລ່າເມືອງຂຶ້ນຝລັ່ງ, ຈິດຕະກອນ ຫງວຽນຊ໋າງ ກໍ່ຄືບັນດານັກສິນລະປິນອື່ນໆ ໄດ້ເຂົ້າຮ່ວມການສູ້ຮົບ ເພື່ອປົກປັກຮັກສາປະເທດຊາດ. ຄວາມສຸດຈິດສຸດໃຈທີ່ທ່ານສະຫງວນໃຫ້ປະຊາຊົນ, ປະເທດຊາດຖືກສະແດງອອກຜ່ານພາບສີຂັດມັນ ”ພິທີຮັບນັກຮົບເຂົ້າເປັນສະມາຊິກພັກຢູ່ດ້ຽນບຽນຝູ”.
ເມື່ອໄດ້ຊົມພາບສີຂັດມັນ, ຜູ້ຄົນທັງຫຼາຍເຄີຍເອົາໃຈໃສ່ເຖິງວັດຖຸອະປພກອນ, ສີສັນ, ສີລະປະປະດັບ. ແຕ່ສິ່ງດັ່ງກ່າວຈະຖືກຫາຍໄປເມື່ອໄດ້ເຫັນພາບສີຂັດມັນ ”ພິທີຮັບນັກຮົບເຂົ້າເປັນສະມາຊິກພັກຢູ່ດ້ຽນບຽນຝູ” ຂອງຈິດຕະກອນ ຫງວຽນຊ໋າງ. ເມື່ອເວົ້າເຖິງ ພາບສີຂັດມັນທີ່ມີຫົວຂໍ້ປະຕິວັດນີ້, ຈິດຕະກອນ ຮ່ວາງດິ່ງຕ່າຍ ໃຫ້ຮູ້ວ່າ, ພາບສີຂັດມັນນີ້ຍັງໃຊ້ວັດຖຸອຸປະກອນ, ສີສັນທຳມະດາຢູ່, ແຕ່ໃນນັ້ນສີເຫຼືອງໝາກກະເບົາແມ່ນຂອງດິນ, ສີແດງແມ່ນບັນຍາກາດແຫ່ງການສູ້ຮົບ ແລະ ຄວາມເອກອ້າງທະນົງໃຈຂອງນັກຮົບດ້ຽນບຽນທີ່ໄດ້ຮັບເຂົ້າເປັນສະມາຊິກພັກ. ໃນພາບສີຂັດມັນນີ້, ຈິດຕະກອນ ຫງວຽນຊ໋າງ ໄດ້ປະສົບຜົນສຳເລັດໃນການໃຊ້ສີ, ເພິ່ນໄດ້ໃຊ້ສີດິນຂອງຂຸມຄອງເປັນພື້ນເພື່ອເຮັດໃຫ້ຮູບພາບບັນດານັກຮົບເດັ່ນຂຶ້ນ.
”ຕາມປົກກະຕິ, ເຂົາເຈົ້າເຄີຍຈັດພິທີຮັບນັກຮົບເຂົ້າເປັນສະມາຊິກພັກຢູ່ໃນທ້ອງຖີ່ນ, ຫຼືພາຍຫຼັງບັ້ນຮົບ. ແຕ່ໃນພາບສີຂັດມັນຂອງ ຈິດຕະກອນ ຫງວຽນຊ໋າງ ພິທີດັ່ງກ່າວພັດດຳເນີນໃນຂຸມຄອງ ເພາະວ່ານີ້ແມ່ນພັກຂອງບັນດາຜູ້ກະທຳ, ພັກຂອງບັນດານັກຮົບທີ່ຕໍ່ສູ້ເພື່ອບ້ານເກີດເມືອງນອນ, ພັກຂອງຊາວກະສີກອນ, ດັ່ງນັ້ນທ່ານຈຶ່ງໃຊ້ສີຂອງດິນ, ບ່ອນທີ່ເຂົາເຈົ້າປູກຝັງ. ທ່ານແຕ້ມຊາວກະສີກອນຢູ່ພາກເໜືອ, ຫາກບໍ່ແມ່ນຊາວນະຄອນ ແລະ ພັກແມ່ນຂອງຊາວຜູ້ອອກແຮງງານຜູ້ທີ່ລຸກຮື້ຂຶ້ນເພື່ອປົດປ່ອຍບ້ານເກີດເມືອງນອນ”
ຈິດຕະກອນ ຫງວຽນຊ໋າງ ໄດ້ເລືອກເອົາຮູບພາບຂຸມຄອງ, ທາມກາງບັ້ນຮົບທີ່ດຸເດືອດ. ໃນສະພາບເຄັ່ງຕຶງ, ຮ້າຍແຮງ ແລະ ເຕັມໄປດ້ວຍຄວາມທົດສອບນັ້ນ. ນັກຮົບທັງ 8 ຄົນໃນພິທີຮັບເຂົ້າເປັນສະມາຊິກພັກ ຕ່າງກໍ່ຢືນກົງ, ແຕ່ເບິ່ງຄືວ່າພວມຢູ່ໃນອາການເຄື່ອນເໜັງ. ການເຄື່ອນເໜັງນັ້ນຍິ່ງສະແດງໃຫ້ເຫັນລັກສະນະລຳບາກ, ຮີບເຮັ່ງ, ດຸເດືອດຂອງບັ້ນຮົບ. ນັກຄົ້ນຄ້ວາວິຈິດສິນ ຫງວຽນຫາຍອ໋ຽນ, ໃຫ້ຮູ້ວ່າ: ເຖິງວ່າໃນສະພາບການສູ້ຮົບຢ່າງດຸເດືອດກໍ່ຕາມ, ແຕ່ພິທີຮັບນັກຮົບເຂົ້າເປັນສະມາຊິກພັກຍັງຄົງດຳເນີນຢູ່. ໝາຍຄວາມວ່າ, ກາລະເທສະ ແລະ ກາລະເວລາແມ່ນໃນສົງຄາມ, ສິ່ງດັ່ງກ່າວຍິ່ງເຮັດໃຫ້ຮູບພາບບັນດານັກຮົບທີ່ໄດ້ຮັບເຂົ້າເປັນສະມາຊິກພັກມີຄວາມໝັ້ນຄົງຖາວອນກວ່າອີກ.
“ຈຸດເວລາສັກສິດນັ້ນແມ່ນດຸເດືອດທີ່ສຸດ, ມີນັກຮົບບາງຄົນຖືກບາດເຈັບກ່ອນພິທີໄດ້ຮັບເຂົ້າເປັນສະມາຊິກພັກ ແລະ ຫຼັງພິທີບາງເທື່ອຈະມີນັກຮົບຖືກເສຍສະຫຼະຊີວິດ. ດັ່ງນັ້ນຮູບພາບດັ່ງກ່າວຍິ່ງສ້າງຄວາມປະທັບໃຈກວ່າ. ວາດແຕ້ມຂອງ ຈິດຕະກອນ ຫງວຽນຊ໋າງ ຍາມໃດກໍ່ມີສີສັນສະເພາະ. ທ່ານໄດ້ຍົກເລີກບັນດາສ່ວນຍ່ອຍທີ່ບໍ່ຈຳເປັນເພື່ອເຮັດໃຫ້ ຮູບພາບ ຂອງຕົນພົ້ນເດັ່ນຂຶ້ນ”.
ນັກຄົ້ນຄ້ວາວິຈິດສິນ ຫງວຽນຫາຍອ໋ຽນ, ຜູ້ໄຈ້ແຍກ, ຕີລາຄາກ່ຽວກັບຄຸນຄ່າສິລະປະຂອງພາບສີຂັດມັນ “ພິທີຮັບນັກຮົບເຂົ້າເປັນສະມາຊິກພັກຢູ່ດ໋ຽນບຽນຝູ”, ເມື່ອລັດຖະບານຮັບຮອງພາບສີຂັດມັນນີ້ເປັນຊັບສິນອັນລ້ຳຄ່າຂອງຊາດ. ໄດ້ເວົ້າວ່າ, ມີຈິດຕະກອນຫຼາຍທ່ານໄດ້ແຕ້ມພາບກ່ຽວກັບ ພິທີຮັບນັກຮົບເຂົ້າເປັນສະມາຊິກພັກຄື, ຈິດຕະກອນ ຫງວຽນດຶກນຸ່ງ ມີພາບແຕ້ມ” ພິທີຮັບນັກຮົບເຂົ້າເປັນສະມາຊິກພັກຢູ່ໃນຄຸກ”, ຈິດຕະກອນ ເລກວົກໂລກ ມີພາບສີຂັດມັນ “ພິທີຮັບນັກຮົບເຂົ້າເປັນສະມາຊິກພັກໃນເງົາມືດ”, ເຊິ່ງໄດ້ແຕ້ມຮູບພາບບັນດານັກກອມມູນິດພວມຢືນກົງສາບານຕົວໃຕ້ທຸງຊາດໃນເຮືອນຖະຖົມປະຖານ. ແຕ່ຮູບພາບບັນດານັກຮົບໃນຂຸມຄອງທີ່ຄັບແຄບຢູ່ດ້ຽນບຽນຝູ ໃນບັ້ນຮົບດຸເດືອດທີ່ສຸດຂອງ ຈິດຕະກອນ ຫງວຽນຊ໋າງ ນັ້ນ, ຍັງຄົງແມ່ນພາບແຕ້ມທີ່ມີຊີວິດຊີວາທີ່ສຸດ. ນັກວິຈິດສິນ ເລືອງຊວນດ່ວານ ໄດ້ເວົ້າວ່າ, ພາບສີຂັດມັນນີ້ ແມ່ນການປະກອບສ່ວນຂອງ ຫງວຽນຊ໋າງ ໃນສິລະປະສີຂັດມັນຍຸກປະຈຸບັນ.
“ພວກເຮົາເຄີຍຊົມບັນດາພາບສີຂັດມັນທີ່ໃຊ້ສີແດງ ດ້ວຍການປະດັບປະດາຫຼາຍຢ່າງ. ແຕ່ດ້ວຍວາດແຕ້ມທີ່ແຮງກ້າ ແລະ ຊຳນິຊຳນານຂອງຕົນ, ຫງວຽນຊ໋າງ ໄດ້ສ້າງເປັນຮູບພາບບັນດານັກຮົບໃນຂຸມຄອງ ດ້ວຍຄວາມງາມແບບຊັດສື່ຂອງນັກຮົບດ້ຽນບຽນຝູເວົ້າສະເພາະ ແລະ ຊາວຫວຽດນາມເວົ້າລວມ. ພາບແຕ້ມເຮັດໃຫ້ຜູ້ຊົມສາມາດຮັບຮູ້ໄດ້ໃນທັນທີ ໂດຍບໍ່ຕ້ອງອະທິບາຍ ”.
ພາຍຫຼັງ ການຕໍ່ຕ້ານ ຕ້ານລ່າເມືອງຂຶ້ນຝລັ່ງສິ້ນສຸດລົງເປັນເວລາ 9 ປີ, ປີ 1963, ຈິດຕະກອນ ຫງວຽນຊ໋າງ ຈຶ່ງແຕ້ມພາບດັ່ງກ່າວ, ນີ້ແມ່ນການປະສົມບັນດາຄຸນຄ່າທີ່ດີງາມຂອງ ຫງວຽນຊ໋າງ ກັບສິ່ງທີ່ທ່ານຮັບຮູ້ໄດ້ຈາກໄຊຊະນະດ້ຽນບຽນຝູ. ເມື່ອເຫັນພາບສີຂັດມັນດັ່ງກ່າວ, ນັກຄົ້ນຄ້ວາຕ່າງປະເທດຜູ້ໜຶ່ງໄດ້ກ່າວວ່າ: ຂ້າພະເຈົ້າຢາກຕັ້ງຊື່ໃຫ້ພາບສີຂັດມັນນີ້ວ່າ “ບັນດານັກຮົບດ້ຽນບຽນຝູ”. ຄວາມນິຍົມນັບຖືນີ້ ແມ່ນມອບໃຫ້ຈິດຕະກອນ ແລະ ບັນດານັກຮົບລຸງໂຮ່, ນັກຮົບປະຕິວັດ, ເຊິ່ງແມ່ນຜູ້ທີ່ໄດ້ສ້າງເປັນໄຊຊະນະປະຫວັດສາດດ້ຽນບຽນຝູ.




