logo

ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ ລາວ​ກາຍ ພວມ​ມຸ່ງ​ໄປ​ເຖິງວັນ​ບຸນ​ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI

2026/2/27 | 10:49:32
(VOVWORLD) - ໂດຍແມ່ນຕາແສງຊາຍແດນ, ມີທັງໝົດ 55 ບ້ານ ດ້ວຍຈຳນວນຜູ້ມີສິດເລືອກຕັ້ງກວ່າ 18.000 ຄົນ, ຕາແສງ ບາດຊາດ ໄດ້ສຸມໃສ່ຍູ້ແຮງວຽກງານໂຄສະນາກ່ຽວກັບການເລືອກຕັ້ງດ້ວຍຫຼາຍຮູບແບບ.   ຜ່ານນັ້ນ, ໄດ້ຊ່ວຍໃຫ້ຜູ້ມີສິດເລືອກຕັ້ງເຫັນແຈ້ງຄວາມໝາຍ, ຄວາມສຳຄັນ, ສິດ ແລະ ພັນທະຂອງພົນລະເມືອງ, ສະຖານທີ່ກໍຄືເວລາປ່ອນບັດ.
ປະຊາຊົນຕາແສງບາດຊາດ ພວມຕິດຕາມຂໍ້ມູນຂ່າວກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຢູ່ຫໍວັດທະນະທຳ (ພາບ: baolaocai.vn)

ໂດຍເຈືອຈານກັບບັນຍາກາດໃນທົ່ວປະເທດ, ໃນຊຸມວັນນີ້, ພໍ່ແມ່ປະຊາຊົນເຂດຊາຍແດນ ລາວກາຍ ພວມມຸ່ງໄປເຖິງວັນບຸນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031. ອຳນາດການປົກຄອງທຸກຂັ້ນໃນແຂວງ, ໃນນັ້ນ ມີຕາແສງ ບາດຊາດ, ພວມມານະພະຍາຍາມເພື່ອຮັບປະກັນວຽກງານເລືອກຕັ້ງ ໄດ້ຮັບການຜັນຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງເຖິງຜູ້ມີສິດເລືອກຕັ້ງແຕ່ລະຄົນ. ລຸງ ຫຼໍ່ອາຫັ່ນ, ຜູ້ມີອິດທິພົນຊື່ສຽງຢູ່ບ້ານ ຕ່າຫງາວ, ຕາແສງ ບາດຊາດ ໃຫ້ຮູ້ວ່າ:

        “ພວກລູກຫຼານຂອງຂ້າພະເຈົ້າ ພາຍຫຼັງບຸນປີໃໝ່ກໍຢາກໄປເຮັດວຽກຢູ່ໄກ, ແຕ່ຂ້າພະເຈົ້າກໍໄດ້ອະທິບາຍໃຫ້ເຂົາເຈົ້າເຂົ້າຮ່ວມການປ່ອນບັດເລືອກຕັ້ງແລ້ວຈຶ່ງໄປເຮັດວຽກ. ໃນຊຸມວັນປ່ອນບັດນັ້ນ ເຮົາຕ້ອງເຮັດລ້ອນໜ້າທີ່ຄວາມຮັບຜິດຊອບຂອງພົນລະເມືອງຜູ້ໜຶ່ງສາກ່ອນ.”

ລຸງ ຫຼໍ່ອາຫັ່ນ, ຜູ້ມີອິດທິພົນຊື່ສຽງຢູ່ບ້ານ ຕ່າຫງາວ, ຕາແສງ ບາດຊາດ (ພາບ: baolaocai.vn)

        ໂດຍແມ່ນຕາແສງຊາຍແດນ, ມີທັງໝົດ 55 ບ້ານ ດ້ວຍຈຳນວນຜູ້ມີສິດເລືອກຕັ້ງກວ່າ 18.000 ຄົນ, ຕາແສງ ບາດຊາດ ໄດ້ສຸມໃສ່ຍູ້ແຮງວຽກງານໂຄສະນາກ່ຽວກັບການເລືອກຕັ້ງດ້ວຍຫຼາຍຮູບແບບຄື: ຜ່ານລະບົບໂທລະໂຄງຢູ່ຮາກຖານ ແລະ ບັນດາກຸ່ມສື່ສານຜ່ານແອັບ zalo, ສື່ສັງຄົມອອນໄລ. ຜ່ານນັ້ນ, ໄດ້ຊ່ວຍໃຫ້ຜູ້ມີສິດເລືອກຕັ້ງເຫັນແຈ້ງຄວາມໝາຍ, ຄວາມສຳຄັນ, ສິດ ແລະ ພັນທະຂອງພົນລະເມືອງ, ສະຖານທີ່ກໍຄືເວລາປ່ອນບັດ.

TAG
VOV/VOVworld/ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ/ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ