ເຄື່ອງປັ້ນດິນເຜົາ ບິນເຢືອງ ມີຈຸດພິເສດສະເພາະ (ພາບ: ທຽນຫຼີ-VOV) |
ແຂວງ ບິນເຢືອງ ມີ 32 ໝູ່ບ້ານອາຊີບ, 9 ໝູ່ບ້ານອາຊີບພື້ນເມືອງ. ມາຮອດປະຈຸບັນ, ມີໝູ່ບ້ານອາຊີບຫຼາຍແຫ່ງໄດ້ຮັບການຮັກສາ, ພັດທະນາຄື: ໝູ່ບ້ານອາຊີບຜະລິດເຄື່ອງສີຄັດມັນ ເຕືອງບິນຮຽບ, ໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາ ລາຍທຽວ, ໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາ ເຕີນເຟືອກແຄັງ, ໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາ ແຈັງເຫງັ້ຍ….
ສຳລັບຂະແໜງອາຊີບຜະລິດເຄື່ອງສີຄັດມັນ, ພາຍຫຼັງທີ່ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຮັບຮູ້ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸແຫ່ງຊາດເມື່ອປີ 2016, ປີ 2017, ແຂວງ ບິນເຢືອງ ໄດ້ສ້າງແຜນຮ່າງ “ອະນຸລັກຮັກສາ ແລະ ພັດທະນາ ໝູ່ບ້ານອາຊີບຜະລິດເຄື່ອງສີຄັດມັນ ເຕືອງບິນຮຽບ ສົມທົບກັບການທ່ອງທ່ຽວ”. ຈິດຕະກອນ ຫງວຽນວັນກຸຍ, ຮອງປະທານສະຫະສະມາຄົມເຄື່ອງສີຄັດມັນແຂວງ ບິນເຢືອງ ໃຫ້ຮູ້ວ່າ:
ພາຍຫລັງທີ່ແຜນຮ່າງໄດ້ຮັບການສ້າງຂຶ້ນ, ນອກຈາກລາຍການສົ່ງເສີມການຄ້າ, ບັນດາການເຄື່ອນໄຫວທຳການຜະລິດ ດຳເນີນທຸລະກິດແລ້ວ, ລາຍການບຳລຸງສ້າງກໍ່ໄດ້ຜັນຂະຫຍາຍ. ອາຊີບນີ້ມີລັກສະນະພິເສດສະເພາະ, ຕ້ອງມີກຳລັງສືບທອດ ແລະ ມີການເຊື່ອມຕໍ່ຢ່າງຕໍ່ເນື່ອງ. ດັ່ງນັ້ນ, ພວກຂ້າພະເຈົ້າໄດ້ເຊີນບັນດານັກສິລະປະກອນ, ນາຍຊ່າງອະວຸໂສມາສອນວິຊີບໃຫ້ແກ່ລຸ້ນໜຸ່ມ.
ການນຳແຂວງ ບິນເຢືອງ ສຳຫຼວດຢູ່ບັນດາໝູ່ບ້ານອາຊີບ (ພາບ: ທຽນຫຼີ-VOV) |
ແຂວງ ບິນເຢືອງ ຍັງມີຊື່ສຽງດ້ວຍອາຊີບຜະລິດເຄື່ອງປັ້ນດິນເຜົາ ແລະ ມີບັນດາເຄື່ອງໝາຍການຄ້າຄື: ມິນລອງ, ເກື່ອງຟາດ, ເຟືອກຢຸລອງ… ຜະລິດຕະພັນເຄື່ອງປັ້ນດິນເຜົາ ບິນເຢືອງ ໄດ້ສົ່ງອອກໄປຍັງຫຼາຍປະເທດໃນໂລກ. ເຖິງວ່າມີຊື່ງສຽງແລ້ວກໍ່ຕາມ ແຕ່ຍ້ອນຜົນກະທົບຈາກໂລກລະບາດ, ການປະທະກັນໃນໂລກ… ບັນດາຮາກຖານຜະລິດເຄື່ອງປັ້ນດິນເຜົາຢູ່ແຂວງ ບິນເຢືອງ ພວມປະສົບກັບຄວາມຫຍຸ້ງຍາກດ້ານໃບສັ່ງຊື້ສິນຄ້າ. ທ່ານ ຫງວຽນຕຽນແທັງ, ປະທານສະຫະສະມາຄົມ ເຄື່ອງປັ້ນດິນເຜົາ ບິນເຢືອງ ປາດຖະໜາວ່າ:
ພວກຂ້າພະເຈົ້າຢາກໃຫ້ບັນດາຂັ້ນ ຂະແໜງການ ວາງແຜນກຳນົດກໍ່ສ້າງ 1-2 ກຸ່ມອຸດສາຫະກຳທີ່ມີທີ່ຕັ້ງຄົມມະນາຄົມສະດວກ, ບໍ່ໄກຈາກບ່ອນຜະລິດເກົ່າ ເພື່ອໃຫ້ວິສາຫະກິດສົ່ງຜູ້ອອກແຮງານທີ່ມີສີມືດີ ໄປບ່ອນຜະລິດໃໝ່. ຈາກນັ້ນ ກໍ່ໄດ້ສ້າງຂອບການຜະລິດ, ບ່ອນຜະລິດໃໝ່ເປັນປົກກະຕິ ຫຼັງຈາກນັ້ນຈະຢຸດການຜະລິດຢູ່ບ່ອນເກົ່າ.
ກ່ຽວຂ້ອງເຖິງການບຳລຸງສ້າງວີຊາຊີບເພື່ອມີຖັນແຖວສືບທອດ, ແຂວງ ບິນເຢືອງ ບໍ່ເກັບຄ່າຮຽນຂອງນັກຮຽນທີ່ມາຮຽນອາຊີບຜະລິດເຄື່ອງສີຄັດມັນ, ແກະຄວັດສະຫຼັກຢູ່ໂຮງຮຽນຊັ້ນກາງ ວິຈິດສິນ-ວັດທະນະທຳແຂວງ. ບັນດາໂຮງຮຽນສອນວິຊາຊິບອື່ນ ກໍ່ຈະເຊື່ອມຕໍ່ກັບວິສາຫະກິດ, ຮາກຖານການຜະລິດອາຊີບພື້ນເມືອງ ເພື່ອບຳລຸງສ້າງຕາມຄວາມຮຽກຮ້ອງ. ທ່ານ ໂຮ່ຈຸກແທັງ, ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງ ບິນເຢືອງ ໃຫ້ຮູ້ວ່າ:
ທາງພະແນກໄດ້ໃຫ້ຄຳປຶກສາແກ່ຄະນະກຳມະການ ປຊຊ ກ່ຽວກັບດ້ານກົນໄກ, ນະໂຍບາຍ ເພື່ອໃຫ້ບັນດານັກສິລະປະກອນ, ນາຍຊ່າງ ເຂົ້າຮ່ວມການບຳລຸງສ້າງວິຊີບ ໃນບັນດາໂຄງການບຳລຸງສ້າງວິຊາຊີບຂອງແຂວງ ເພື່ອຮັກສາ, ເສີມຂະຫຍາຍຄຸນຄ່າ, ສິ່ງຍອດຍິ່ງ, ຫົວຄິດປະດິດສ້າງຂອງນັກສິລະປະກອນ, ນາຍຊ່າງ, ຮັບປະກັນການຮັກສາບັນດາອາຊີບພື້ນເມືອງ.
ກ່ຽວກັບບັນດາໜູນຊ່ວຍດ້ານທຶນຮອນ: ນະໂຍບາຍເພື່ອໃຫ້ບັນດາໝູ່ບ້ານອາຊີບ, ຜູ້ໄປຕາມອາຊີບພື້ນເມືອງ ມີແຫຼ່ງກຳລັງຕື່ມອີກເພື່ອລົງທຶນທຳການຜະລິດ, ການນຳ ແຂວງ ບິນເຢືອງ ກໍ່ຊີ້ນຳໃຫ້ບັນດາຂະແໜງໃຫ້ຄຳປຶກສາ, ສະເໜີກົນໄກພິເສດນອກນະໂຍບາຍຂອງສູນກາງ. ທ່ານ ຫງວຽນວັນແຢ່ງ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ບິນເຢືອງ ໃຫ້ຮູ້ວ່າ:
ແຂວງ ບິນເຢືອງ ວາງແຜນກຳນົດການພັດທະນາ ເພື່ອເຮັດແນວໃດຈະສາມາດອະນຸລັກຮັກສາໝູ່ບ້ານອາຊີບຕາມທິດທັນສະໄໝ, ໝູນໃຊ້ເຕັກໂນໂລຊີໃໝ່. ເຮັດແນວໃດເພື່ອໃຫ້ອາຊີບພື້ນເມືອງ ກາຍເປັນພື້ນຖານເສດຖະກິດ ຕິດພັນກັບການພັດທະນາການທ່ອງທ່ຽວ.
ແຂວງ ບິນເຢືອງ ໄດ້ ແລະ ພວມມານະພະຍາຍາມຟື້ນຟູໝູ່ບ້ານອາຊີບພື້ນເມືອງ ເພື່ອໄປທັນກັບທ່າອ່ຽງການຕະຫຼາດ, ຜ່ານນັ້ນ ກໍ່ຮັກສາສີສັນຂອງໝູ່ບ້ານອາຊີບພື້ນເມືອງໄດ້ ແລະ ປະກອບສ່ວນພັດທະນາເສດຖະກິດ-ສັງຄົມຢູ່ທ່ອງຖິ່ນ./.




