ຕາມຫຼາຍແຫຼ່ງຂ່າວທີ່ຄັດຈາກບັນດາບໍລິສັດວິເຄາະ, ຄື: LSEG, Kpler ແລະ OilX, ມີກຳປັ່ນຂົນສົ່ງລຳໜຶ່ງທີ່ບັນທຸກນ້ຳມັນດິບ ESPO Blend ປະມານ 100.000 ໂຕນ ເລີ່ມເດີນທາງຈາກທ່າກຳປັ່ນ Kozmino, ລັດເຊຍ ໄປຍັງໂຮງງານກັ່ນຕອງນ້ຳມັນຂອງບໍລິສັດໃຫຍ່ນ້ຳມັນອາຍແກັດ Philippines Petron ຢູ່ແຂວງ Bataan. ຂໍ້ມູນຈາກລະບົບຕິດຕາມການເດີນເຮືອຢູ່ທະເລ MarineTraffic ຊີ້ໃຫ້ເຫັນວ່າ ກຳປັ່ນ Sara Sky ປັກທຸງ Sierra Leone ໄດ້ເຂົ້າທຽບທ່າ Limay (Bataan) ໃນເວລາ 14 ໂມງຂອງວັນທີ 24 ມີນາ.
ກ່ອນໜ້ານັ້ນ, ທ່ານນາງ Sharon Garin, ລັດຖະມົນຕີກະຊວງພະລັງງານ ຟີລິບປິນ ໃຫ້ຮູ້ວ່າ ມານີລາ ພວມພິຈາລະນາທຸກແຜນການ, ລວມມີທັງແຫຼ່ງສະໜອງຈາກ ລັດເຊຍ. ນອກນັ້ນ, ປະເທດນີ້ກໍ່ພວມເຈລະຈາກັບບັນດາຜູ້ສະໜອງຢູ່ ໄທ, ຍີ່ປຸ່ນ ແລະ ສິງກະໂປ ເພື່ອຮັບປະກັນແຫຼ່ງສະໜອງພະລັງງານທີ່ເປັນປົກກະຕິ.




