logo

ມີ 24 ລັດ ຮ້ອງ​ຟ້ອງ​ອຳ​ນາດ​ການ​ປົກ​ຄອງ​ປະ​ທາ​ນາ​ທິ​ບໍ​ດີ Trump ຍ້ອນ​ຈັດ​ວາງ​ອັດ​ຕາ​ພາ​ສີ​ນຳ​ເຂົ້າ​ທົ່ວ​ໂລກ

2026/3/6 | 08:56:12
(VOVWORLD) -      ວັນທີ 05 ມີນາ, ມີກຸ່ມ 24 ລັດຂອງ ອາເມລິກາ ໄດ້ຍື່ນໃບຮ້ອງຟ້ອງອຳນາດການປົກຄອງປະທານາທິບໍດີ Donald Trump ຍ້ອນຈັດວາງອັດຕາພາສີທົ່ວໂລກ 10% ທີ່ຫາກໍໝູນໃຊ້ສຳລັບສິນຄ້ານ້ຳເຂົ້າ.
ທ່ານປະທານາທິບໍດີ Donald Trump ຈັດການຖະແຫຼງຂ່າວຢູ່ທຳນຽບຂາວ  ຢູ່ Washington, D.C,ອາເມລິກາ ໃນວັນທີ 20/2/2026,  (ພາບ:  REUTERS/Kevin Lamarque)

ຕາມໃບຮ້ອງຟ້ອງທີ່ໄດ້ສົ່ງເຖິງສານການຄ້າສາກົນ ອາເມລິກາ ປະຈຳ ນິວຢອກ ແລ້ວ, ບັນດາລັດດັ່ງກ່າວ ໂດຍພັກປະຊາທິປະໄຕນຳພາ, ໃນນັ້ນ ມີລັດ New York, California ແລະ Oregon, ຖືວ່າ ບັນດາລະດັບອັດຕາພາສີໃໝ່ແມ່ນຜິດກົດໝາຍ. ລະອຽດ, ລັດຖະບັນຍັດໃໝ່ຂອງທຳນຽບຂາວ ໄດ້ຄັດສະເໜີກົດໝາຍວ່າດ້ວຍການຄ້າ ສະບັບປີ 1974 ເພື່ອຈັດວາງພາສີພາຍໃນ 150 ວັນ, ໃນຂະນະທີ່ ກົດໝາຍສະບັບນີ້ ໄດ້ສ້າງຂຶ້ນເພື່ອແກ້ໄຂບັນດາກໍລະນີສຸກເສີນກ່ຽວກັບເງິນຕາໃນໄລຍະສັ້ນເທົ່ານັ້ນ, ຫາກບໍ່ແມ່ນບັນດາບັນຫາຂາດດຸນການຄ້າປົກກະຕິ.

        ໂຕ້ຕອບຄືນ, ທ່ານ Kush Desai ໂຄສົກທຳນຽບຂາວ ໃຫ້ຮູ້ວ່າ ອຳນາດການປົກຄອງ ຈະເດັດດ່ຽວປົກປ້ອງການກະທຳຂອງທ່ານປະທານາທິບໍດີຢູ່ສານ, ພ້ອມທັງຢັ້ງຢືນວ່າ ປະທານາທິບໍດີ ພວມນຳໃຊ້ສິດອຳນາດໂດຍສະພາແຫ່ງຊາດມອບໝາຍໃຫ້ເພື່ອແກ້ໄຂບັນດາບັນຫາກ່ຽວກັບການຊຳລະສາກົນ ແລະ ຂາດດຸນການຊຳລະຂອງ ອາເມລິກາ.

ນັກຂ່າວ VOV ປະຈຳ ອາເມລິກາ

TAG
VOV/VOVworld/​ຈັດ​ວາງ​ອັດ​ຕາ​ພາ​ສີ​ນຳ​ເຂົ້າ​ທົ່ວ​ໂລກ/ຮ້ອງ​ຟ້ອງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ