logo

ມີ​​ຜູ້​ອອກສະ​ໝັກ​ຮັບ​ເລືອກ​ຕັ້ງ​ເຂົ້າ​ຕຳ​ແໜ່ງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ​ຕື່ມ​ອີກ 2 ທ່ານ

2026/3/6 | 08:59:31
(VOVWORLD) - ເວັບໄຊທາງການຂອງປະທານສະມັດຊາໃຫຍ່ ສປຊ ໄດ້ປະກາດລາຍຊື່ຜູ້ອອກສະໝັກຮັບເລືອກຕັ້ງເຂົ້າຕຳແໜ່ງເລຂາທິການໃຫຍ່ ສປຊ ອາຍຸການຕໍ່ໄປຕື່ມອີກ 2 ທ່ານ, ອັນໄດ້ຍົກຈຳນວນຜູ້ສະໝັກຮັບເລືອກຕັ້ງທັງໝົດໃນປັດຈຸບັນຂຶ້ນເປັນ 4 ທ່ານ.
ທ່ານ Macky Sall ອະດີດປະທານາທິບໍດີ ເຊເນການ (ພາບ: Yevgeny Biyatov/Host photo agency RIA Novosti via REUTERS)

ລະອຽດ, ບູຣູນດີ, ປະເທດປະທານສະຫະພາບ ອາຟະລິກາ ໃນປັດຈຸບັນ ສະເໜີທ່ານ Macky Sall ອະດີດປະທານາທິບໍດີ ເຊເນການ; ໃນຂະນະນັ້ນ, ໂກດສະຕາຣີກາ ສະເໜີທ່ານນາງ Rebeca Grynspan ນັກເສດຖະສາດ, ອະດີດປະທານາທິບໍດີ ປະເທດນີ້.

 ທ່ານນາງ Rebeca Grynspan ອະດີດປະທານາທິບໍດີ ໂກດສະຕາຣີກາ (ພາບ: REUTERS/Mayela Lopez)

        ຕາມແຈ້ງການຂອງທ່ານ Annalena Baerbock ປະທານສະມັດຊາໃຫຍ່ ສປຊ ແລ້ວ, ບັນດາຜູ້ສະໝັກຮັບເລືອກຕັ້ງຈະເຂົ້າຮ່ວມວາລະອະພິປາຍເລີ່ມແຕ່ວັນທີ 20 ເມສາ, ດ້ວຍເນື້ອໃນປິ່ນອ້ອມ 3 ເສົາຄ້ຳຂອງ ສປຊ ນັ້ນແມ່ນ: ສັນຕິພາບ ແລະ ຄວາມໝັ້ນຄົງ, ສິດທິມະນຸດ ແລະ ການພັດທະນາ. ຜູ້ສະໝັກຮັບເລືອກຕັ້ງແຕ່ລະຄົນ ຈະສະແດງວິໄສທັດກ່ຽວກັບບັນດາບັນຫາດັ່ງກ່າວ ແລະ ຫຼັງຈາກນັ້ນຈະຕອບຄຳຖາມກໍຄືແລກປ່ຽນກັບຜູ້ຕາງໜ້າບັນດາປະເທດສະມາຊິກ.

TAG
VOV/VOVworld/ຜູ້​ອອກສະ​ໝັກ​ຮັບ​ເລືອກ​ຕັ້ງ​ເຂົ້າ​ຕຳ​ແໜ່ງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ