logo

ມອບ​ລາງວັນ​ປຶ້ມ​​ລະ​ດັບ​ຊາດ​ຄັ້ງ​ທີ 8

2026/3/9 | 09:13:53
(VOVWORLD) - ລາງວັນປຶ້ມລະດັບຊາດນັບມື້ນັບຢັ້ງຢືນໄດ້ອິດທິພົນຊື່ສຽງ, ຄຸນນະພາບ ເພື່ອການພັດທະນາວັດທະນະທຳ, ປະເທດຊາດ ແລະ ຊາວຫວຽດນາມ.
ພິທີມອບລາງວັນປຶ້ມລະດັບຊາດຄັ້ງທີ 8 (ພາບ: VGP)

ຕອນຄ່ຳວັນທີ 8 ມີນາ, ຢູ່ຮ່າໂນ້ຍໄດ້ດຳເນີນພິທີມອບລາງວັນປຶ້ມລະດັບຊາດຄັ້ງທີ 8. ລາງວັນປຶ້ມລະດັບຊາດໂດຍກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວປະສານສົມທົບກັບຄະນະໂຄສະນາ ແລະ ຂົນຂວາຍປະຊາຊົນສູນກາງ, ສະມາຄົມພິມຈຳໜ່າຍ ຫວຽດນາມ ແລະ ສະຖານນີໂທລະພາບ ຫວຽດນາມ ຈັດຂຶ້ນ. ລາງວັນປຶ້ມລະດັບຊາດຄັ້ງທີ 8 ດຶງດູດການເຂົ້າຮ່ວມຂອງ 46/52 ສຳນັກພິດຈຳໜ່າຍໃນທົ່ວປະເທດດວ້ຍຊື່ປຶ້ມ 397 ຫົວ ແລະ ຊຸດປຶ້ມ 512 ເຫຼັ້ມ. ຈຳນວນຜົນງານເຂົ້າຮ່ວມສືບຕໍ່ເພີ່ມຂຶ້ນເມື່ອທຽບໃສ່ກັບປີ 2025 ໂດຍສະແດງໃຫ້ເຫັນຄວາມສົນໃຈ ແລະ ການຕອບສະໜອງຢ່າງຕັ້ງໜ້າ ຂອງບັນດາຫົວໜ່ວຍພິມຈຳໜ່າຍ. ສະພາມອບລາງວັນປຶ້ມລະດັບຊາດ ໄດ້ມອບລາງວັນ ໃຫ້ແກ່ 50 ປຶ້ມ, ລວມມີ: ລາງວັນ A 2 ລາງວັນ,  ລາງວັນ B 17 ລາງວັນ, ລາງວັນ C 23 ລາງວັນ, ລາງວັນຊົມເຊີຍ 5 ລາງວັນ, ລາງວັນປຶ້ມໄດ້ຮັບຄວາມນິຍົມທີ່ສຸດຈາກຜູ້ອ່ານ 5 ລາງວັນ. ລາງວັນປຶ້ມລະດັບຊາດນັບມື້ນັບຢັ້ງຢືນໄດ້ອິດທິພົນຊື່ສຽງ, ຄຸນນະພາບ ເພື່ອການພັດທະນາວັດທະນະທຳ, ປະເທດຊາດ ແລະ ຊາວຫວຽດນາມ.

TAG
VOV/VOVworld/​ປຶ້ມ​​ລະ​ດັບ​ຊາດ​/ລາງວັນ/ວັດ​ທະ​ນະ​ທຳ​ການ​ອ່ານ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ