ພິທີມອບລາງວັນ ແບບຢ່າງ ໄວໜຸ່ມຫວຽດນາມ ດີເດັ່ນປີ 2025 (ພາບ: VOV) |
ດ້ວຍເອກະສານສະເໜີ 145 ຊຸດຂອງ 37 ຫົວໜ່ວຍໃນທົ່ວປະເທດ, ຜ່ານການພິຈາລະນາຄັດເລືອກ 2 ຮອບ ແລະ ການຄັດເລືອກແບບທາງໄກ, ສະພາລາງວັນໄດ້ເລືອກເອົາແບບຢ່າງໄວໜຸ່ມ ຫວຽດນາມດີເດັ່ນ ປິ 2025 ລວມ 10 ຄົນ. ໄວໜຸ່ມແຕ່ລະຄົນທີ່ໄດ້ຮັບການເຊີດຊູ ລ້ວນແຕ່ມີເລື່ອງລາງສ້າງແຫຼ່ງບັນດານໃຈຢ່າງແຮງ, ບໍ່ພຽງແຕ່ຜ່ານຜ່າຂໍ້ຈຳກັດຂອງຕົນເອງ ເພື່ອປະດິດຄິດສ້າງ ແລະ ອຸທິດສ່ວນໃຫ້ແກ່ປະຊາຄົມ, ປະເທດຊາດເທົ່ານັ້ນ ຫາກຍັງຮັບຜິດຊອບບັນດາທີ່ຕັ້ງບົດບາດຄຸ້ມຄອງ, ຖ່າຍທອດພູມປັນຍາ - ເຕັກໂນໂລຢີ ແລະ ບົດຮຽນປະສົບການໄປສູ່ລຸ້ນໜຸ່ມຕໍ່ໄປ, ການ Startup, ພັດທະນາເຄື່ອງໝາຍການຄ້າ ຫວຽດນາມ ອອກສູ່ຕະຫຼາດໂລກອີກດ້ວຍ. ຢູ່ລາຍການ, ສະພາລາງວັນກໍ່ໄດ້ເຊີດຊູໄວໜຸ່ມທີ່ມີແງ່ຫວັງຫວຽດນາມດີເດັ່ນ ປີ 2025 9 ຄົນ.




