logo

ມອບໃບປະກາດສະນິຍະບັດປະລິຍາເອກການທະຫານໃຫ້ພະນັກງານກອງທັບລາວ

2017/3/28 | 06:51:03
​(vovworld) - ທ​ະ​ຍາ​ຄານ​ປ້ອງ​ກັນ​ຊາດ​​ສັງ​ກັດ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ, ແມ່ນ​ສູນ​ບຳ​ລຸງ​ສ້າງ, ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ການ​ທະ​ຫານ​​ແຖວ​ໜ້າ​ຂອງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ. 

ພິ​ທີມອບໃບປະກາດສະນິຍະບັດປະລິຍາເອກ

(vovworld) - ວັນ​ທີ 27/03, ຢູ່​ນະ​ຄອນ​ຫຼວງວຽງ​ຈັນ, ປະ​ເທດ​ລາວ, ​ວິ​ທ​ະ​ຍາ​ຄານ​ປ້ອງ​ກັນ​ຊາດ​ຫວຽດ​ນາມ ໄດ້​ສົມ​ທົບ​ກັບວິ​ທ​ະ​ຍາ​ຄານ​ປ້ອງ​ກັນ​ຊາດ​ໄກ​ສອນ ພົມ​ວິ​ຫານ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລາວ, ມອບ​ໃບ​ປະ​ກາດ​​ສະ​ນິ​ຍະ​ບັດປະ​ຕິ​ຍາ​ເອກ​ໃຫ້ນາຍ​ທະ​ຫານກອງ​ທັບ​ປະ​ຊາ​ຊົນ​ລາວ 2 ຄົນ​ແມ່ນ​ ພັນ​ໂທ ທອງ​ດຳ ແສງ​ສຸ​ລີ​ຈັນ ແລະ ພັນ​ໂທ ຄຳ​ສອນ ແກ້ວ​ບຸນ​ພັນ. ວິ​ທ​ະ​ຍາ​ຄານ​ປ້ອງ​ກັນ​ຊາດ​​ສັງ​ກັດ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ, ແມ່ນ​ສູນ​ບຳ​ລຸງ​ສ້າງ, ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ການ​ທະ​ຫານ​​ແຖວ​ໜ້າ​ຂອງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ. ໃນ​ຊຸມ​ປີ​ຜ່ານ​ມາ, ວິ​ທ​ະ​ຍາ​ຄານ​ປ້ອງ​ກັນ​ຊາດ​​ໄດ້​ມີ​ບັນ​ດາ​ການ​ໜູນ​ຊ່ວຍ ແລະ ຊ່ວຍ​ເຫຼືອ​ໃນ​​ເລື່ອງບ​ຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທ່​ີ​ມີ​ຄຸນ​ນະ​ພາບ​ສູງ​ໃຫ້​ກຳ​ລັງ​ກອງ​ທັບ​ປະ​ຊາ​ຊົນ​ລາວ ເວົ້າ​ລວມ ແລະ ໃຫ້ວິ​ທ​ະ​ຍາ​ຄານ​ປ້ອງ​ກັນ​ຊາດ​ ໄກ​ສອນ ພົມ​ວິ​ຫານ ​ເວົ້າ​ສະ​ເພາະ. ບັນ​ດາ​ພະ​ນັກ​ງານກອງ​ທັບ​ປະ​ຊ​າ​ຊົນ​ລາວ ພາຍ​ຫຼັງ​ຮຽນ​ຈົບ​​ຫຼັກ​ສຸດການ​ຄົ້ນ​ຄ​ວ້າ​ລະ​ດັບ​ປະ​ລິ​ຍາ​ເອກ​, ປ​້ອງ​ກັນ​ບົດ​ວະ​ທະ​ຍາ​ນິ​ພົນ​ສຳ​ເລັດ ແລະ ໄດ້​ມອບ​ໃບ​ສະ​ນິ​ຍະ​ບັດປະ​ກາດ​ປະ​ລິ​ຍາ​ເອກ​ຢູ່​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ​ຫວຽດ​ນາມ, ​ມີຫຼາຍ​ຄົນ​ໄດ້​ຮັບ​ດຳ​ລົງ​ຕຳ​ແໜ່ງ​ທີ່​ສຳ​ຄັນ​ໃນ​ກຳ​ລັງ​ກອງ​ທັບ​ປະ​ຊາ​ຊົນ​ລາວ…

TAG
vovworld/vov/ພັນ​ໂທ ທອງ​ດຳ ແສງ​ສຸ​ລີ​ຈັນ ແລະ ພັນ​ໂທ ຄຳ​ສອນ ແກ້ວ​ບຸນ​ພັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ