logo

ລົງຢາມດິນແດນທີ່ສັກສິດ ລາດຊະວົງເຈິ່ນ ໃນຍາມລະດູບານໃໝ່

2025/2/19 | 11:00:00
(VOVWORLD) -ນະຄອນດົງຈ່ຽວ ໃນແຂວງ ກວ໋າງນິງ ແມ່ນດິນແດນທີ່ເຂັ້ມຂົ້ນໄປດ້ວຍຂີດໝາຍປະຫວັດສາດ ແລະ ວັດທະນະທຳ ລາດຊະວົງເຈິ່ນ ສັກດີນາທີ່ມີຊື່ສຽງໃນປະຫວັດສາດ ຫວຽດນາມ. ຢູ່ແຫ່ງນີ້ເຕົ້າໂຮມສະຖານທີ່ວັດທະນະທຳການເຫຼື້ອມໃສພິເສດໃນຕະຫຼອດໄລຍະ ລາດຊະວົງເຈິ່ນ. ຜ່ານບັນດາໄລຍະແຫ່ງປະຫວັດສາດ ດົງຈ່ຽວ ໄດ້ກາຍເປັນສະຖານທີ່ສັກສິດ ດຶງດູດພຸດທະສາສະນິກກະຊົນ ແລະ ແຂກທ່ອງທ່ຽວ, ຊາວທ້ອງຖິ່ນມາສົມມະນາຄຸນ ແລະ ອາໄລຫາເຖິງຄຸນງາມຄວາມດີຂອງບັນດາເຈົ້າຊີວິດໃນ ລາດຊະວົງເຈິ່ນ
ວິຫານ ອານຊິງ ເຊິ່ງແມ່ນສະຖານທີ່ບູຊາບັນດາເຈົ້າຊີວິດໃນ ລາດຊະວົງເຈິ່ນ

    ໂດຍຕັ້ງຢູ່ປະຕູເຂົ້າທາງກ້ຳຕາເວັນຕົກຂອງແຂວງ ກວ໋າງນິງ, ກຸ່ມປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດ ລາດຊະວົງເຈິ່ນ ມີ 25 ແຫ່ງ. ໃນນັ້ນມີ 14 ແຫ່ງ ໄດ້ຮັບການຮັບຮອງແມ່ນປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດ ເຊິ່ງລວມມີ 7 ສຸສານຂອງບັນດາເຈົ້າຊີວິດ ລາດຊະວົງເຈິ່ນ, ວິຫານຫໍບູຊາບັນພະບູລຸດ 2 ແຫ່ງພ້ອມກັບ 5 ກິດຈະກຳສະຖາປັດຕະຍະກຳສາສະໜາຮັບໃຊ້ການບວດ, ສອນສາສະໜາ. ສະຖານທີ່ທຳອິດໃນການເດີນທາງຄົ້ນຫາແມ່ນວິຫານ ອານຊິງ ເຊິ່ງແມ່ນສະຖານທີ່ບູຊາບັນດາເຈົ້າຊີວິດໃນ ລາດຊະວົງເຈິ່ນ ທັງແມ່ນສູນກາງການເຫຼືອມໃສທີ່ສຳຄັນໃນສະໄໝ ລາດຊະວົງເຈິ່ນ ແລະ ລາດຊະວົງຕ່າງໆໃນປະຫວັດສາດ ຫວຽດນາມ. ເດີ່ນວິຫານ ອານຊິງ ມີຕົ້ນໄມ້ໃຫຍ່ 8 ຕົ້ນ ເຊິ່ງເປັນສັນຍາລັກໃຫ້ແກ່ການຍືນຍົງຄົງຕົວຂອງເຈົ້າຊີວິດ 8 ອົງໃນ ລາດຊະວົງເຈິ່ນ ເຊິ່ງໄດ້ຮັບການບູຊາຢູ່ທີ່ນີ້. ນາງ ຫງວຽນທິໝີລິງ ຜູ້ນຳທ່ຽວ ສັງກັດຄະນະຄຸ້ມຄອງເຂດປູຊະນີຍະສະຖານປະຫວັດສາດລະດັບຊາດ ລາດຊະວົງເຈິ່ນ ໃຫ້ຮູ້ວ່າ:

     “ເຂດວາງສະແດງການແຈ້ງຢູ່ ອານຊິງ ມີວັດຖຸພັນ 100 ຢ່າງ ເຊິ່ງໄດ້ເວົ້າເຖິງປະຫວັດຄວາມເປັນມາຂອງປູຊະນີຍະສະຖານວິຫານ ອານຊິງ ເຊິ່ງໄດ້ຜ່ານບັນດາໄລຍະປະຕິສັງຂອນ”.

      ໃນກຸ່ມປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດ ລາດຊະວົງເຈິ່ນ, ຫໍບູຊາຖາຍໝຽວ  ມີບົດບາດໃຈກາງ ເຊິ່ງບັນດາເຈົ້າຊີວິດໃນ     ລາດຊະວົງເຈິ່ນ ໄດ້ປຸກສ້າງເພື່ອບູຊາບັນພະບູລຸດ. ຫໍບູຊາ ຖາຍໝຽວ ຖືກຈັດສັນຢ່າງກົມກຽວສະແດງໃຫ້ເຫັນຄວາມຜູກມັດລະຫວ່າງຟ້າດິນ ແລະ ມະນຸດ. ຕາມທ່ານ ຟ້າມຊວັນຮວ່ານ ຫົວໜ້າຄະນະຄຸ້ມຄອງເຂດປູຊະນີຍະສະຖານປະຫວັດສາດລະດັບຊາດ ລາດຊະວົງເຈິ່ນ ໃຫ້ຮູ້ວ່າ ຖາຍໝຽວ ແມ່ນສະຖານທີ່ບໍ່ຄວນພາດໂອການແວ່ຢາມໃນການຄົ້ນຫາວັດທະນະທຳປະຫວັດສາດ ດົງຈ່ຽວ. ທ່ານກ່າວວ່າ :

    “ຈຸດທີ່ແຕກຕ່າງລະຫວ່າງ ດົງຈ່ຽວ ເມື່ອທຽບໃສ່ຮ່ອງຮອຍສະຖານຂອງ ລາດຊະວົງເຈິ່ນ ໃນແຂວງ ນາມດິ້ງ ແລະ ຖາຍບິ່ງ ຢູ່ບ່ອນວ່າ ໃນແຫ່ງນີ້ມີຫໍບູຊາ ຖາຍໝຽວ ລາດຊະວົງເຈິ່ນ ເຊິ່ງແມ່ນສະຖານທີ່ບູຊາບັນພະບູລຸດ ແລະ ບັນດາເຈົ້າຊີວິດ ລາດຊະວົງເຈິ່ນ. ຢູ່ອ້ອມແອ້ມຫໍບູຊາ ຖາຍໝຽວ ກໍ່ໄດ້ຈັດສັນບັນດາວິຫານວັດວາອາຮາມ ແລະ ສຸສານເຈົ້າຊີວິດ ລາດຊະວົງເຈິ່ນ ຢູ່ ດົງຈ່ຽວ”.

    ນັບແຕ່ຊຸມປີທ້າຍສະຕະວັດທີ XIII, ກຸ່ມປູຊະນີຍະສະຖານວັດທະນະທຳປະຫວັດສາດລະດັບຊາດພິເສດ ລາດຊະວົງເຈິ່ນ ຢູ່ ດົງຈ່ຽວ ໄດ້ຖືກສ້າງເປັນຮູບປະທຳ ຂະນະໜ້າທີ່ເຈົ້າຊີວິດ ເຈິ່ນເຍິນຕົງ ເຊິ່ງແມ່ນເຈົ້າຊີວິດອົງທີສາມຂອງ ລາດຊະວົງເຈິ່ນ ໄດ້ໄປຍັງ ອຽນຕື໋ ເພື່ອບວດຈຳສິນ ສ້າງນິກາຍຈຸກເລິມອຽນຕື໋. ນີ້ແມ່ນກຸ່ມປູຊະນີຍະສະຖານພຸດທະສາສະໜາໃຫຍ່ປະກອບດ້ວຍບັນດາກິດຈະກຳຖືກກໍ່ສ້າງຢູ່ອ້ອມຈອມພູ ຫງົວະເວິນ. ພະອາຈານໃຫຍ່ ທິກດ້າວຮ່ຽນ ຮອງຫົວໜ້າຄະນະອະທິການວັດ, ຫົວໜ້າຄະນະເລຂາຄະນະບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ແຂວງ ກວ໋າງນິງ ໃຫ້ຮູ້ວ່າ:

      “ຢູ່ ຫວຽດນາມ ຫງົວະເວິນ ແມ່ນໄດ້ຮັບຖືວ່າ ແມ່ນບ່ອນສັກສິດທີ່ສຸດ ຫງົວະເວິນ ຢູ່ທີ່ນີ້ມີລະບົບຫໍໂຮງບູຊາ, ທາດ, ເຈດີ ໄດ້ຮັບການຮັກສາໄວ້ເໝືອນເດີມ”.

      ມາຢາມ ດົງຈ່ຽວ ຍາມລະດູບານໃໝ່ ແຂກທ່ອງທ່ຽວບໍ່ພຽງແຕ່ໄດ້ຮັບຊົມບັນດາຄຸນຄ່າທາງດ້ານວັດທະນະທຳປະຫວັດສາດທີ່ເປັນເອກະລັກເທົ່ານັ້ນ ຫາກຍັງເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບໄລຍະໜຶ່ງຢູ່ດິນແດນທີ່ສັກກິດນີ້ອີກດ້ວຍ. ທ່ານ ຫງວຽນວັນກົງ ເລຂາຄະນະພັກນະຄອນດົງຈ່ຽວ ໃຫ້ຮູ້ວ່າ:

      “ນັບແຕ່ປີ 2020 ມາຮອດປັດຈຸບັນ ດົງຈ່ຽວ ໄດ້ຫັນວຽກງານມາເປັນຂອງສັງຄົມ ແລະ ໄດ້ດຶງດູດເງິນລົງທຶນ 300 ຕື້ກວ່າດົ່ງ ເພື່ອປະຕິສັງຂອນບັນດາປູຊະນີຍະສະຖານ ພິເສດແມ່ນບັນດາປູຊະນີຍະສະຖານ ລາດຊະວົງເຈິ່ນ. ພວກຂ້າພະເຈົ້າສືບຕໍ່ເອົາໃຈໃສ່ຟື້ນຟູ ແລະ ເສີມຂະຫຍາຍບັນດາຄຸນຄ່າທາງດ້ານວັດຖຸ ກໍ່ຄືຈິດໃຈຂອງປູຊະນີຍະສະຖານ”.

      ລະດູບານໃໝ່ວຽນມາສູ່ດິນແດນທີ່ສັກສິດ ລາດຊະວົງເຈິ່ນ ກໍ່ແມ່ນພວກເຮົາໄດ້ກັບຄືນສູ່ກົກເຄົ້າເຫງົ້າກໍດ້ວຍບັນດາຄຸນຄ່າທາງດ້ານວັດທະນະທຳແຫ່ງຈິດວິນຍານ ເຂັ້ມຂົ້ນໄປດ້ວຍຂີດໝາຍປະຫວັດສາດວັດທະນະທຳ ຫວຽດນາມ.

TAG
VOV/VOVworld/ລາດ​ຊະ​ວົງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ