logo

​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບັນ​ດາ​ປະ​ເທດ ອາ​ຊຽນ ໂຮມປະ​ຊຸມ​ເພື່ອ​ສຳຫຼວດກວດ​ກາ ແລະ ສຳ​ເລັດ​ວຽກ​ງານ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ສຸດຍອດ​ພິ​ເສດ ອາ​ຊຽນ - ອາ​ເມ​ລິ​ກາ

2022/5/12 | 07:37:29
(VOVWORLD) -ວັນທີ 11 ພຶດສະພາ (ຕາມເວລາທ້ອງຖິ່ນ), ຢູ່ ວໍຊິງຕັນ D.C, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ພ້ອມກັບລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ ໄດ້ໂຮມປະຊຸມເພື່ອສຳຫຼວດກວດກາຄືນວຽກງານກະກຽມໃຫ້ກອງປະຊຸມສຸດຍອດພິເສດ ອາຊຽນ - ອາເມລິກາ ເຊິ່ງຈະດຳເນີນໃນວັນທີ 12 – 13 ພຶດສະພາ ຢູ່ ວໍຊິງຕັນ D.C., ອາເມລິກາ.
ລັດຖະມົນຕີການຕ່າງປະເທດ ບັນດາປະເທດ ອາຊຽນ ໂຮມປະຊຸມເພື່ອສຳຫຼວດກວດກາ ແລະ ສຳເລັດວຽກງານກະກຽມໃຫ້ແກ່ກອງປະຊຸມສຸດຍອດພິເສດ ອາຊຽນ - ອາເມລິກາ (ພາບ: VOV)

ໃນກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ແຈ້ງໃຫ້ຊາບວ່າ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະເຂົ້າຮ່ວມບັນດາການເຄືື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດພິເສດຄັ້ງນີ້; ຫວຽດນາມ ຈະສົມທົບກັບບັນດາປະເທດ ອາຊຽນ ປະກອບສ່ວນໃຫ້ແກ່ຜົນສຳເລັດຂອງກອງປະຊຸມສຸດຍອດພິເສດ ອາຊຽນ - ອາເມລິກາ. ທ່ານລັດຖະມົນຕີການຕ່າງປະເທດ ເນັ້ນໜັກວ່າ ການຮັກສາຄວາມສາມັກຄີ, ຄວາມເປັນເອກະພາບໃນ ອາຊຽນ, ເສີມຂະຫຍາຍບົດບາດເປັນໃຈກາງ, ຍົກສູງຫຼັກໝັ້ນຫຼັກການ ແລະ ທັດສະນະລວມຂອງ ອາຊຽນ, ຮັກສາການສຳຜັດທີ່ສະເໝີພາບກັນຂອງ ອາຊຽນ ໃນການສາຍພົວພັນກັບບັນດາຄູ່ຮ່ວມມື ແລະ ຊຸກຍູ້ການຮ່ວມມືແທດຈິງ, ມີປະສິດທິຜົນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ແມ່ນບັນດາເນື້ອໃນເຊິ່ງ ອາຊຽນ ຕ້ອງສືບຕໍ່ຢັ້ງຢືນ.

ຕອນບ່າຍວັນທີ 11 ພຶດສະພາ (ຕາມເວລາທ້ອງຖິ່ນ), ບັນດາເຈົ້າໜ້າທີ່ຂັ້ນສູງ (SOM) ອາຊຽນ ແລະ ອາເມລິກາ ໄດ້ໂຮມປະຊຸມ ເພື່ອສຳຫຼວດກວດກາຄັ້ງສຸດທ້າຍ, ເປັນເອກະພາບຕໍ່ລາຍການດຳເນີນງານ ແລະ ເອກະສານຕ່າງໆຂອງກອງປະຊຸມສຸດຍອດພິເສດ ອາຊຽນ - ອາເມລິກາ.

TAG
VOV/VOVworld/ອາ​ເມ​ລິ​ກາ/ອາ​ຊຽນ/ສຸດຍອດ/ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ