logo

ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ຮຽກຮ້ອງໃຫ້ ຈີນ ເຄົາລົບກົດໝາຍໃນບັນຫາທະເລຕາເວັນອອກ

2020/8/21 | 10:36:15
(VOVWORLD) - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຈີນ ແຕ່ວັນທີ 19 – 21 ສິງຫາ 2020, ໄປຄຽງຄູ່ກັບບັນດາກອງປະຊຸມແລກປ່ຽນ ເພື່ອຊຸກຍູ້ການພົວພັນ 2 ຝ່າຍ ແລະ ຮ່ວມມືປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ລະຫວ່າງ 2 ປະເທດແລ້ວ. 
 ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ແລະ ທ່ານນາງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi (ພາບ: China Daily)

  ທ່ານນາງ Retno Marsudi ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ກໍ່ໄດ້ຮຽກຮ້ອງໃຫ້ ຈີນ ຮ່ວມມື, ຮັກສາຄວາມໝັ້ນຄົງໃນພາກພື້ນ, ພິເສດແມ່ນໃນບັນຫາທະເລຕາເວັນອອກ.

        ທີ່ກອງປະຊຸມຖະແຫຼງຂ່າວທາງອອນລາຍພາຍຫລັງການພົບປະ 2 ຝ່າຍກັບທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ, ທ່ານນາງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi ໃຫ້ຮູ້ວ່າ:

        “ທີ່ກອງປະຊຸມ 2 ຝ່າຍ, ພວກຂ້າພະເຈົ້າໄດ້ປຶກສາຫາລືກ່ຽວກັບບັນດາບັນຫາພາກພື້ນ ແລະ ໂລກລວມມີທັງ ອາຊຽນ. ຈີນ ເປັນຄູ່ຮ່ວມມືສຳຄັນຂອງ ອາຊຽນ. ປິໜ້າ ອາຊຽນ ແລະ ຈີນ ຈະສະເຫຼີມສະຫຼອງ 30 ປີແຫ່ງການພົວພັນຄູ່ຮ່ວມມື. ອິນໂດເນເຊຍ ເຊື່ອໝັ້ນວ່າ ການພົວພັນຄູ່ຮ່ວມມືລະຫວ່າງ ອາຊຽນ - ຈີນ ຈະນັບມື້ນັບໝັ້ນແກ່ນ ຖ້າວ່າ 2 ຝ່າຍເຄົາລົບຖືກຕ້ອງຕາມກົດໝາຍສາກົນ, ນັບທັງໃນບັນຫາທະເລຕາເວັນອອກ.

TAG
VOV/VOVworld/ການຕ່າງປະເທດ/ອິນໂດເນເຊຍ/ຈີນ/ທະເລຕາເວັນອອກ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ