logo

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ອອກ​ຖະ​ແຫຼງ​ການ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

2026/2/24 | 11:18:53
(VOVWORLD) -   ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືອາຊີຕາເວັນອອກສ່ຽງໃຕ້ (TAC) (24/02/1976-24/02/2026), ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ອອກຖະແຫຼງການເນັ້ນໜັກເຖິງຄວາມສຳຄັນ ແລະ ລັກສະນະເໝາະສົມຂອງສົນທິສັນຍາຄືດັ່ງເປັນຫຼັກແຫ່ງການປະພຶດພື້ນຖານໃຫ້ແກ່ສາຍພົວພັນລະຫວ່າງບັນດາປະເທດໃນພາກພື້ນ ແລະ ແມ່ນພື້ນຖານຂອງສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ.  
ກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ ຢູ່ Cebu, ຟີລິບປິນ ເມື່ອເດືອນ 2/2026. (ພາບ: VOV)

ອາຊຽນ ຢັ້ງຢືນຄືນຄຳໝັ້ນສັນຍາເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມໄວ້ວາງໃຈເຊິ່ງກັນແລະກັນ, ຊຸກຍູ້ການເຈລະຈາ ແລະ ການຮ່ວມມືໃນສາຍພົວພັນລະຫວ່າງບັນດາປະເທດ, ສອດຄ່ອງກັບບັນດາຫຼັກການພື້ນຖານຂອງສົນທິສັນຍາເຊັ່ນ: ເຄົາລົບເຊິ່ງກັນ ແລະ ກັນກ່ຽວກັບເອກະລາດ, ອະທິປະໄຕ, ຄວາມສະເໝີພາບ, ຜືນແຜ່ນດິນອັນຄົບຖ້ວນ ແລະ ສີສັນຊາດ; ສິດຂອງແຕ່ລະປະເທດທີ່ພວມມີຢູ່ ເຊິ່ງບໍ່ມີການແຊກແຊງ, ໂຄ່ນລົ້ມ ຫຼື ການບັງຄັບຈາກພາຍນອກ; ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ; ແກ້ໄຂບັນດາຄວາມແຕກໂຕນກັນ ຫຼື ການແກ້ງແຍ້ງໂດຍສັນຕິວິທີ; ບໍ່ນາບຂູ່ ຫຼື ນຳໃຊ້ກຳລັງປະກອບອາວຸດ ແລະ ບັນດາຝ່າຍມີການຮ່ວມມືຢ່າງມີປະສິດທິຜົນ.

        ບັນດາຫຼັກການດັ່ງກ່າວ ຈະສືບຕໍ່ແນະນຳ ອາຊຽນ ສ້າງ ປະຊາຄົມ ອາຊຽນ ທີ່ໝັ້ນຄົງເຂັ້ມແຂງ, ປ່ຽນແປງໃໝ່, ຂະຫຍັນຂັນເຄື່ອນ ແລະ ຖືມະນຸດເປັນໃຈກາງ, ຄືດັ່ງໄດ້ຫັນເປັນລະອຽດໃນວິໄສທັດປະຊາຄົມ ອາຊຽນ ຮອດປີ 2045.

ຟ້າມຮ່າ, ນັກຂ່າວ VOV ປະຈຳ ອິນໂດເນເຊຍ

TAG
VOV/VOVworld/ກອງ​ປະ​ຊຸມ​ວົງ​ແຄບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ/ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ອອກ​ຖະ​ແຫຼງ​ການ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ