logo

ລັດຖະມົນຕີການຕ່າງປະເທດອາຊຽນໄດ້ເນັ້ນໜັກເຖິງບັນຫາທະເລຕາເວັນອອກ ທີ່ກອງປະຊຸມກັບຈີນ

2019/8/1 | 09:27:13
(VOVWORLD) - ໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດອາຊຽນຄັ້ງທີ 52 (AMM 52) ແລະບັນດາກອງປະຊຸມທີ່ກ່ຽວຂ້ອງ, ຕອນບ່າຍວັນທີ 31 ກໍລະກົດ, ທີ່ ບາງກອກ, ທ່ານຟ້າມບິ່ງມິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມພ້ອມດ້ວຍບັນດາລັດຖະມົນຕີກະຊວງການຕ່າງປະເທດອາຊຽນ ແລະ ທ່ານຫວາງອີ້ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດອາຊຽນ-ຈີນ.
 ລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ (ພາບ: TTXVN)

        ທີ່ກອງປະຊຸມ, ສອງຝ່າຍໄດ້ເຫັນດີເປັນເອກະພາບ ມານະພະຍາຍາມປະຕິບັດຄາດໝາຍນຳວົງເງິນການຄ້າທັງສອງສົ້ນໃຫ້ໄດ້ 1.000 ຕື້ ໂດລາສະຫະລັດແລະການລົງທຶນໃຫ້ບັນລຸໄດ້ 150 ຕື້ ໂດລາສະຫະລັດຮອດປີ 2020; ຍູ້ແຮງການຮ່ວມມືໃນບັນດາຂົງເຂດພັດທະນາເສດຖະກິດດີຈີຕ້ອນ, ການຄ້າເອລັກໂຕນິກ, ເຊື່ອມຕໍ່ ແລະພັດທະນາແບບຍືນຍົງ, ແລກປ່ຽນທາງດ້ານວັດທະນະທຳ, ພົບປະແລກປ່ຽນປະຊາຊົນ… ກ່ຽວກັບສະພາບການໂລກແລະພາກພື້ນ, ບັນດາລັດຖະມົນຕີກະຊວງການຕ່າງປະເທດອາຊຽນແລະລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ຮ່ວມກັນແລກປ່ຽນກ່ຽວການຜັນແປຫວ່າງມໍ່ໆມານີ້ໃນພາກພື້ນ, ໃນນັ້ນ, ມີສະພາບການທະເລຕາເວັນອອກ. ບັນດາລັດຖະມົນຕີອາຊຽນໄດ້ເນັ້ນໜັກເຖິງຄວາມຈຳເປັນແລະການປະຕິບັດຕາມກົດໝາຍສາກົນແລະ ມຸ້ງສູ່ການສ້າງສຳເລັດ COC ຢ່າງມີປະສິດທິຜົນແລະມີຜົນສັກສິດ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມຟ້າມບິ່ງມິງຢັ້ງຢືນວ່າຈະຕັ້ງໜ້າປະສານສົມທົບກັບບັນດາປະເທດອາຊຽນ, ຊຸກຍູ້ການພົວພັນຮ່ວມມືສອງຝ່າຍໃຫ້ເຂົ້າສູ່ລວງເລິກແລະຄຸນນະພາບກວ່າ. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານຟ້າມບິ່ງມິງໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ກັບການຜັນແປຢູ່ພື້ນທີ່ຕົວຈິງ, ໃນນັ້ນ, ມີການເຄຶ່ອນໄຫວສຳຫຼວດກຳປັ່ນໄຮ້ຢາງ HD-08 ຂອງຈີນຢູ່ເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງຫວຽດນາມ. ຕາມທ່ານຮອງນາຍົກແລ້ວ, ຕໍ່ກັບການກະ  ທໍາ ດັ່ງກ່າວ ເປັນການນາບຄູ່ຢ່າງຮຸນແຮງເຖິງສິດ ແລະ ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງບັນດາປະເທດແຄມກັບທະເລ, ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈຫຼຸດໜ້ອຍຖອຍລົງ ແລະເພີ່ມຄວາມເຄັ່ງຕຶງຂຶ້ນ, ບໍ່ມີຜົນປະໂຫຍດຕໍ່ສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ.

TAG
VOV/VOVworld/ກຳປັ່ນໄຮ້ຢາງ HD-08/ລັດຖະມົນຕີ


ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ